ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ມີນາ ໒໐໒໓

ຢູເຄຣນ ແລະ ພວກກະບົດ ຈະເລີ້ມຖອນ ອາວຸດໜັກ ອອກໄປຈາກ ເຂດແນວໜ້າ


ພວກກະບົດທີ່ໜຸນຫຼັງໂດຍຣັດເຊຍ ຂີ່ລົດຖັງ ຢູ່ນອກເມືອງ Luhansk ຂອງຢູເຄຣນ, ວັນທີ 21 ກຸມພາ 2015.

ເຈົ້າ​ໜ້າ​ທີ່​ທະຫານ​ກ່າວ​ວ່າ ທັງ​ສອງ​ຝ່າຍ​ໃນບັນຫາ​ຂັດ​ແຍ້​ງກັນ
ຂອງ​ຢູ​ເຄຣນ ​ໄດ້​ຕົກລົງ​ທີ່​ຈະ​ຖອນ​ອາວຸດ​ໜັກ​ ອອກ​ໄປ​ຈາກ​ເຂດ
​ແນວ​ໜ້າ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ ອັນ​ເປັນ​ຮ່ອງຮອຍ
ໃນ​ທາງ​ບວກ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ສັນຕິພາບ ທີ່ໄດ້ຖືກ
ລະ​ເມີດ​ມາ​ຊ້ຳ​ແລ້ວ​ຊ້ຳ​ອີກ​ນັ້ນ.

​ເຈົ້າ​ໜ້າ​ທີ່ເວົ້າ​ວ່າ ພວກ​ກະບົດ​ນິຍົມຣັດ​ເຊຍ​ໄດ້​ເຊັນ​ຂໍ້ຕົກລົງ ທີ່​
ຈະ​ຖອນ​ອາວຸດ​ໜັກ​ອອກ​ໄປ​ໃຫ້​ແລ້ວ ​ໃນ​ໄລຍະ​ສອງ​ອາທິດ​ຕໍ່ໜ້າ.

ລາຍ​ງານ​ຂ່າວ​ສື່​ມວນ​ຊົນ​ເວົ້າ​ວ່າ ພວກ​ກະບົດ​ອາດ​ຈະ​ເລີ້ມ​ຖອນ
​ອາວຸດ ຂອງ​ພວກ​ເຂົາ​ອອກໄປ ​ໃນ​ວັນ​ອາທິດ​ມື້​ນີ້​ກໍ​ໄດ້.

ພວກ​ກະບົດ​ໄດ້​ຢືນຢັນ ຜ່ານ​ສື່​ຂ່າວ​ວ່າ ພວກ​ເຂົາ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ແທ້. ການ​ເຄື່ອນ​ໄຫວ​
ດັ່ງກ່າວ​ມີ​ຂຶ້ນ ຫລັງ​ຈາກ​ທີ່ຢູ​ເຄຣນກັບ​ພວກ​ກະບົດ ໄດ້​ ທຳ​ການແລກປ່ຽນ​ຊະ​ເລີຍ​ເສິກ
ກັນໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ​ເປັນ​ຮ່ອງຮອຍ​ ສຳຄັນອັນທຳ​ອິດ ຂອງ​ຄວາມ​ກ້າວໜ້າ​ໃນ​ການ
​ຢຸດ​ຍິງ​ທີ່​ສັ່ນ​ຄອນ ທີ່​ໄດ້​ເຊັນ​ກັນ​ເມື່ອ​ໜຶ່ງ​ອາທິດ​ກ່ອນ​ນັ້ນ.

Unrest, Shortages Mark Anniversary of Ukraine Protests
please wait

No media source currently available

0:00 0:02:52 0:00

ການ​ແລກປ່ຽນ​ຊະ​ເລີຍ​ເສິກ​ດັ່ງກ່າວ ​ແມ່ນມີທະຫານ​ຢູ​ເຄຣນ 139 ຄົນ ຕໍ່ ພວກ​ກະບົດ
52 ຄົນ ​ແລະ ​ໄດ້​ມີ​ຂຶ້ນຢູ່​ໝູ່ບ້ານ Zholobok. ພວກ​ກະບົດ​ກ່າວ​ວ່າ ນັກ​ໂທດ​ບາງ​ຄົນ​ແມ່ນ​ທະຫານ​ທີ່​ພວກ​ເຂົາ​ຈັບ​ໄດ້ ​ໃນ​ເມືອງ​ຍຸ​ທະ​ສາດທາງ​ລົດ​ໄຟ Debaltseve ທີ່​ພວກ
​ເຂົາ​ຍຶດ​ໄດ້​ເມື່ອ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ ​ໃນ​ການລະ​ເມີດ ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ​ຕໍ່​ການ​ຢຸດ​ຍິງ
ທີ່​ສະຫະ​ປະຊາ​ຊາດ ​ເປັນ​ຜູ້​ໄກ່​ເກ່ຍນັ້ນ.

​ໃນ​ວັນ​ເສົາ​ວານ​ນີ້ ສະຫະລັດ ​ແລະ ອັງກິດ ​ໄດ້​ປຶກສາ​ຫາລືກັນ ​ເລື້ອງ​ການ​ນຳ​ໃຊ້ມາດຕາ​
ການ​ລົງ​ໂທດ​ຕໍ່ຣັດ​ເຊຍ​ຕື່ມ​ອີກ ຍ້ອນ​ອັນ​ທີ່​ເຫັນ​ໄດ້​ວ່າ​ເປັນການລະ​ເມີດ​ສັນຍາ​ຢຸດ​ຍິງໃນ
​ຢູ​ເຄຣນນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້ພົບປະ​ກັບ​ຄູ່​ຕຳ​ແໜ່​ງ ຈາກ
ອັງກິດ ທ່ານ Philip Hammond ຢູ່​ນະຄອນຫລວງລອນ​ດອນ ຊຶ່ງ​ທ່ານໄດ້ກ່າວ​ ຫຼັງຈາກ​
ການ​ພົບ​ປະກັນ​ແລ້ວ ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຈະ​ຕັດສິນ​ໃຈ “​ໃນ​ໄລຍະ 2
3 ມື້​ຂ້າງ​ໜ້າ​ນີ້”
ກ່ຽວ​ກັບ​ມາດຕາ​ການ​ລົງ​ໂທດ​ຊຸດ​ໃໝ່ ທີ່​ອາດ​ເປັນ​ໄປ​ໄດ້.

World Leaders Demand Access for Monitors to Eastern Ukraine
please wait

No media source currently available

0:00 0:02:50 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG