ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳກະບົດຢູເຄຣນ ປະກາດ ຈະເປີດ​ສາກ​ ​ບຸກໂຈມຕີບັ້ນ​ໃໝ່ ເພື່ອຢຶດເອົາດິນແດນຕື່ມ


ຫົວໜ້າ​ຝ່າຍ​ກະບົດ ນິຍົມຣັດເຊຍ ທ່ານ Alexander Zakharchenko (ກາງ) ຢືນອ້ອມໂດຍໜ່ວຍປ້ອງກັນ, ວັນທີ 15 ມັງກອນ 2015.
ຫົວໜ້າ​ຝ່າຍ​ກະບົດ ນິຍົມຣັດເຊຍ ທ່ານ Alexander Zakharchenko (ກາງ) ຢືນອ້ອມໂດຍໜ່ວຍປ້ອງກັນ, ວັນທີ 15 ມັງກອນ 2015.

ຜູ້ນຳພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ໃນ​ຢູ​ເຄຣນ
ກ່າວ​ວ່າ ຕົນ​ຈະ​ບໍ່​ຊຸກຍູ້​ໃຫ້​ມີ​ການເຈລະຈາ​ສັນຕິ​ພາບ​ຄັ້ງ​ໃໝ່
ກັບ​ລັດຖະບານ​ຢູ​ເຄຣນ ​ແລະ​ປະຕິຍານແທນວ່າ ຈະເຂົ້າ​
ຄວບ​ຄຸມ​ດິນ​ແດນ​ໃນ​ພາກ​ຕາ​ເວັນ​ອອກ ຂອງປະເທດຕື່ມ​ອີກ​.

ອົງການ​ຂ່າວ​ຕ່າງໆຂອງຣັດເຊຍ ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າ ຂອງ​
ຫົວໜ້າ​ຝ່າຍ​ກະບົດ ທ່ານ Alexander Zakharchenko ທີ່
​ມີ​ຫ້ອງການ​ຕັ້ງຢູ່ທີ່​ເມືອງ Donetsk ​ໃນ​ພາກ​ຕາ​ເວັນ​ອອກ
ຂອງ​ປະ​ເທດ​ ທີ່​ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ກອງ​ກຳລັງ​ຂອງ​ຕົນ​
ກຳລັງ​ເປີດ​ສາກ​ການ​ບຸກໂຈມຕີບັ້ນ​ໃໝ່ເພື່ອ​ ຂະຫຍາຍ​ເຂດ
​ຄວບຄຸມ​ຂອງ​ພວກ​ຕົນ.

​ໃນ​ວັນ​ພະຫັດ​ວານ​ນີ້ ​ຢູ່ທີ່​ເມືອງ Donetsk ຢ່າງ​ນ້ອຍ 13 ຄົນ​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ເວລາ​
ລົດ​ເມ​ໂດຍສານໄຟຟ້າ ໄດ້ຖືກໃນອັນທີ່​ປາກົດ​ວ່າ ​ເປັນການໂຈມຕີດ້ວຍລູກປືນຄົກ ທີ່
​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ຖິ້ມ​ໂທດ​ໃສ່​ກັນ ​ແລະ​ກັນ​ ຈາກ​ທັງ​ສອງ​ຝ່າຍ.

ນາຍົກລັດຖະມົນຕີຢູ​ເຄຣນ ທ່ານ Arseniy Yatsenyuk ​ໄດ້ອອກ​ຖະ​ແຫລ​ງການສະບັບນຶ່ງ ຜ່ານທາງເວັບ​ໄຊ​ຂອງ​ລັດຖະບານ ​ໂດຍຖິ້ມ​ໂທດ​ໃສ່ອັນ​ທີ່​ທ່ານ​ເອີ້ນ​ວ່າ “ພວກ​ກໍ່ການ​ຮ້າຍ ຣັດ​ເຊຍ” ກ່ຽວກັບ​ການ​ໂຈມ​ຕີ ​ຢູ່ໃນ​ເມືອງ​ ທີ່​ຕົກເປັນ​ຈຸດສູນກາງ​ຂອງບັນຫາ​ຂັດ​ແຍ້​ງເປັນ ເວລາຫຼາຍ​ເດືອນ​ຜ່ານມາ ລະຫວ່າງ​ກອງ​ທະຫານ​ລັດຖະບານ ​ແລະ ພວກ​ຫົວ​ແບ່ງ​ແຍກດິນ ​ແດນ​ນິຍົມຣັດ​ເຊຍ ​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ວ່າ ກອງ​ກຳລັງ​ຢູ​ເຄຣນ
​ເປັນ​ຜູ້​ຮັບຜິດຊອບ ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ອາ​ຊະ​ຍາ​ກຳ​ໂຫດ​ຫ້ຽມ” ​ ແລະ “​ການທ້າ
ທາຍເກາະ​ຜິດ​ບໍ່ມີີຢາງອາຍ.”

ອົງການ​ນິລະ​ໂທດ​ກຳ​ສາກົນໄດ້​ປະນາມໃນ​ອັນ​ທີ່​ອົງການ​ເອີ້ນ​ວ່າ “ການ​ສູນ​ເສຍ​ຊີວິດ​
ຂ​ອງພົນລະ​ເຮືອນ ທີ່ໜ້າວິ​ຕົກ​.”
ກຸ່ມປົກປ້ອງ​ສິດທິ​ມະນຸດ ທີ່​ມີ​ຫ້ອງການ​ຢູ່ ນະຄອນ
ຫລວງ London ​ໄດ້​ກ່າວ​ຕື່ມອີກ​ວ່າ “ຈະ​ຕ້ອງ​ມີ​ການ​ສືບສວນ​ສອບ​ສວນ ຢ່າງລະອຽດ
​ບໍ່ເຂົ້າຂ້າງອອກຂາ ​ແລະ ​ເປັນ​ອິດ​ສະຫລະ ​ກ່ຽວກັບຄວາມເປັນໄປໄດ້ໃນການ
ລະ​ເມີດ​ ຕໍ່ກົດໝາຍ​ສົງຄາມ ໃນຄັ້ງນີ້ ​ໂດຍ​ທັນທີ.”

UKRAINE CONFLICT VIDEO
please wait

No media source currently available

0:00 0:01:09 0:00

XS
SM
MD
LG