ຍັງບໍ່ທັນມີຄຳຕອບໃດໆ ຈາກຣັດເຊຍ ຫລືບັນດາຜູ້ນຳແບ່ງແຍກ
ດິນແດນ ໃນຢູເຄຣນ ຕໍ່ຄຳຮຽກຮ້ອງຂອງ ປະທານາທິບໍດີຢູເຄຣນ
ທ່ານ Petro Poroshenko ເພື່ອໃຫ້ເປີດການເຈລະຈາຮອບ
ໃໝ່ ໃນວັນເສົາມື້ນີ້.
ທ່ານ Poroshenko ກ່າວວ່າ ທ່ານໄດ້ສະເໜີເວລາແລະສະຖານ
ທີ່ສຳລັບການເຈລະຈາດັ່ງກ່າວ ໃນລະຫວ່າງທີ່ທ່ານໄດ້ໂອ້ລົມ
ທາງໂທລະສັບ ກັບຫົວໜ້ານະໂຍບາຍຕ່າງປະເທດຢູໂຣບ ທ່ານ
ນາງ Catherine Ashton. ທ່ານ ກ່າວວ່າ ທ່ານກຳລັງລໍຖ້າຟັງ
ຝ່າຍກົງກັນຂ້າມຕອບຮັບຢູ່.
ສະຫະພາບຢູໂຣບ ແລະ ສະຫະລັດ ໄດ້ຂົ່ມຂູ່ ທີ່ຈະລົງໂທດເພີ້ມຕື່ມຕໍ່ຣັດເຊຍ ຖ້າຫາກມົສກູ
ແລະພວກນັກລົບທີ່ນິຍົມຣັດເຊຍ ໃນພາກຕາເວັນອອກຢູເຄຣນ ບໍ່ເອົາບາດກ້າວຫລຸດຜ່ອນ
ວິກິດການ.
ການສູ້ລົບໄດ້ເລີ້ມຂື້ນອີກ ນັບແຕ່ ຢູເຄຣນ ໄດ້ສີ້ນສຸດການຢຸດແຕ່ຝ່າຍດຽວໃນຕົ້ນອາທິດນີ້.
ກຳລັງຢູເຄຣນກ່າວອ້າງວ່າ ຕົນໄດ້ຍຶດເອົາບ້ານແຫ່ງນຶ່ງຄືນ ໃນເຂດ Slovyansk ທີ່ພວກ
ກະບົດຄວບຄຸມ ໃນວັນສຸກວານນີ້ ຊຶ່ງເປັນບ່ອນນຶ່ງທີ່ມີ ການສູ້ລົບກັນຢ່າງຮຸນແຮງເກີດຂຶ້ນ
ນັ້ນ.