ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນປັກທຸງຂອງ​ຕົນ ຢູ່ທີ່ເກາະງູ ແຕ່ຣັດເຊຍ ໄດ້​ໂຈມ​ຕີຄ້າຍ​ທະ​ຫານແນວ​ໜ້າຂອງຢູເຄຣນ ​ໃນ​ທະ​ເລ​ດຳ ​ແຫ່ງນັ້ນ ຢ່າງວ່ອງໄວ


ພາບ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຢູ​ເຄ​ຣນ​ໃນ​ວັນ​ທີ 7 ກໍ​ລະ​ກົດ, 2022 ສະ​ແດງ​ໃຫ້​ເຫັນ​ວ່າ ທະ​ຫານ​ຢູ​ເຄ​ຣນ​ໄດ້​ປັກ​ທຸງ​ຊາດ​ຂອງ​ຕົນໃສ່​ເກາະ Snake Island ໃນ​ທະ​ເລ​ດຳ.
ພາບ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຢູ​ເຄ​ຣນ​ໃນ​ວັນ​ທີ 7 ກໍ​ລະ​ກົດ, 2022 ສະ​ແດງ​ໃຫ້​ເຫັນ​ວ່າ ທະ​ຫານ​ຢູ​ເຄ​ຣນ​ໄດ້​ປັກ​ທຸງ​ຊາດ​ຂອງ​ຕົນໃສ່​ເກາະ Snake Island ໃນ​ທະ​ເລ​ດຳ.

ຢູເຄຣນໄດ້ຍົກທຸງທີ່​ເປັນສີຟ້າແລະສີເຫຼືອງຂອງ​ຕົນຢູ່ເທິງເກາະງູ ຫລື Snake Island ໃນທະເລດຳ ໃນວັນພະຫັດວານນີ້ ໃນການສະແດງການຕໍ່ຕ້ານ ແຕ່ ຣັດເຊຍໄດ້ຕອບໂຕ້ຢ່າງວ່ອງໄວ ດ້ວຍການໂຈມຕີ ທີ່ໄດ້ທຳລາຍພາກສ່ວນນຶ່ງ ຂອງຄ້າຍ​ທະ​ຫານແນວ​ໜ້າຂອງຢູເຄຣນ ຢູ່ທີ່ນັ້ນ.

ການ​ຄວບ​ຄຸມ​ເກາະ​ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ທ່າ​ກຳ​ປັ່ນໂອ​ແດັສ​ຊາຂອງ​ຢູ​ເຄ​ຣນ ປະມານ 140 ກິ​ໂລ​ແມັດ ​ໄປ​ທາງ​ທິດ​ໃຕ້ນັ້ນ ໄດ້​ມີການ​ຂັດ​ແຍ້​ງກັນ​ນັບ​ຕັ້ງ​ແຕ່​ປະທານາ ທິບໍດີ​ຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ​ໄດ້​ບຸກ​ໂຈມ​ຕີ​ຢູ​ເຄ​ຣນ​ເມື່ອ​ສີ່​ເດືອນ​ກ່ອນ.

ໃນຊ່ວງຕົ້ນໆຂອງສົງຄາມ, ຣັດເຊຍໄດ້ຍິງປືນໃສ່ເກາະດັ່ງກ່າວຫຼັງຈາກທະຫານ ຢູເຄຣນໄດ້ຕອບ ໂຕ້ດ້ວຍຄຳຫຍາບຄາຍ ເມື່ອລູກເຮືອຢູ່ກຳປັ່ນລົບມົ​ສ​ກະ​ວາ (Moskva) ຮຽກຮ້ອງໃຫ້ພວກເຂົາຍອມຈຳນົນ. ຢູ​ເຄຣນ​ໄດ້​ເຮັດ​ສະ​ແຕມ​ທີ່ລະ​ນຶກ​ເຖິງ​ການຄັດ​ຄ້ານ​ ຂອງ​ທະ​ຫານເຫລົ່າ​ນັ້ນ.

ຣັດ​ເຊຍ​ໄດ້​ເຂົ້າຄວບ​ຄຸມ​ເກາະ​ດັ່ງກ່າວ ​ເປັນ​ເວລາ​ຫຼາຍ​ສ່ວນ​ໃຫຍ່​ຂອງ​ການ​ເຮັດສົງຄາມ ຈົນ​ກວ່າ​ຢູ​ເຄຣນຍຶດ​ເອົາ​ເກາະ​ດັ່ງກ່າວ ​ໃນ​ອາທິດ​ແລ້ວນີ້ ​ເຖິງ​ແມ່ນ​ວ່າຣັດ​ເຊຍ​ໄດ້​ໂຕ້​ແຍ້ງ​ວ່າ ​ຕົນ​ໄດ້​ຖອນ​ອອກໄປ​ເພື່ອ​ສະ​ແດງ​ທ່າ​ທີ​ທີ່​ມີ​ຄວາມ​ຫວັງ​ດີ.

ທະຫານ​ຢູ​ເຄຣນ​ໄດ້​ປັກ​ທຸງ​ຊາດ​ຂອງ​ພວກ​ເຂົາ​ຂຶ້ນ​ຢູ່​ເທິງ​ພື້ນ​ທີ່​ໃກ້​ກັບ​ຊາກຫັກ​ພັງຂອງ​ຕຶກ​ອາຄານ​ທີ່​ຖືກ​ທຳ​ລາຍ ​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານແອນດ​ຣີ ເຢີ​ມາກ (Andriy Yermak) ຫົວໜ້າ​ເສນາ​ທິການ​ໃຫຍ່​ຂອງ​ປະທານາທິບໍດີ​ຢູ​ເຄຣນ ​ໄດ້​ສະ​ເໜີ​ແນະວ່າ ​ຫ້ວງເວລາແບບ​ນີ້ ຈະເປັນຫ້ວງ​ເວ​ລາອັນນຶ່​ງ​ທີ່​ຈະ​ມີ​ການເຮັດ​ລຶ້ມ​ຄືນ ​ທົ່ວ​ຢູ​ເຄຣນ​ໃນ​ຫຼາຍ​ເດືອນ​ຂ້າງ​ໜ້ານີ້.

ທ່ານຂຽນໃນເທ​ເລ​ແກ​ຣມ (Telegram) ວ່າ "ທຸງຊາດຂອງຢູເຄຣນ ຢູ່ເທິງ ເກາະງູ." "ຢູ່ຂ້າງຫນ້າຂອງພວກເຮົາຈະມີວິດີໂອແບບນີ້ຫຼາຍອັນ ຈາກເມືອງ ຕ່າງໆ ຂອງຢູ​ເຄ​ຣນທີ່ປັດຈຸບັນນີ້ ຢູ່ພາຍໃຕ້ການຍຶດຄອງຊົ່ວຄາວ."

​ແຕ່​ໂຄສົກ​ຫ້ອງການ​ປົກຄອງ​ຂົງເຂດໂອ​ແດັສຊາ, ທ່ານເຊີ​ຮີ ແບ​ຣັດ​ຊຸກ (Serhiy Bratchuk) ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງຣັດ​ເຊຍ​ໃສ່​ພວກ​ໄປ​ຢູ່​ໃໝ່​ຂອງ​ເກາະ​ດັ່ງກ່າວ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ທ່າ​ເຮືອ​ຂອງ​ຕົນ.

​ໃນ​ຂະນະ​ດຽວ​ກັນ, ​ເວ​ລາ​ທີ່​ການ​ສູ້​ລົບ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ຍັງ​ສືບ​ຕໍ່​ໄປຢູ່ນີ້ ທ່ານປູ​ຕິນ ​ກໍໄດ້​ກ່າວ​ຫາ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກວ່າ​ໃຫ້​ການສະ ໜັບສະໜູນຢູ​ເຄ​ຣນເຮັດ​ໃຫ້​ສົງ​ຄາມ​ຍືດ​ເຍື້ອ​ອອກ​ໄປ ໂດຍ​ການສືບ​ຕໍ່​ສົ່ງ​ກຳລັງ​ອາວຸດ​ໃຫ້ແກ່​ກີ​ຢິບ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG