ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ສະໜອງການຊ່ວຍເຫຼືອ ໃຫ້ເມືອງ ເຄີສັນ ທີ່ຫາກໍ່ຖືກປົດປ່ອຍໃໝ່


ທະຫານ ຢູເຄຣນ ຂີ່ລົດຖັງ APC ຂອງ ຣັດເຊຍ ທີ່ຖືກຍຶດໄດ້ໃນເມືອງ ເຄີສັນ, ຢູເຄຣນ,13 ພະຈິກ, 2022.
ທະຫານ ຢູເຄຣນ ຂີ່ລົດຖັງ APC ຂອງ ຣັດເຊຍ ທີ່ຖືກຍຶດໄດ້ໃນເມືອງ ເຄີສັນ, ຢູເຄຣນ,13 ພະຈິກ, 2022.

ບັນດາເຈົ້າໜ້າທີ່ ຢູເຄຣນ ໃນວັນອາທິດວານນີ້ໄດ້ເລີ່ມເຄື່ອນຍ້າຍອາຫານ, ນໍ້າ ແລະ ຢາເຂົ້າໄປໃນເມືອງ ເຄີສັນ, ສອງວັນຫຼັງຈາກກອງກຳລັງຂອງ ກີຢິບ ໄດ້ເຂົ້າໄປໃນເມືອງເອກຂອງພາກພື້ນຍຸດທະສາດທີ່ຖືກ ຣັດເຊຍ ຍຶດຄອງໃນ ຕອນເລີ່ມຕົ້ນຂອງສົງຄາມ ແລະ ຕອນນີ້ໄດ້ລົບໜີອອກໄປແລ້ວ.

ຫຼາຍກວ່ານຶ່ງສ່ວນສາມຂອງປະຊາຊົນ 300,000 ຄົນໃນເມືອງ ເຄີສັນ ໄດ້ຫຼົບ ໜີອອກຈາກເມືອງດັ່ງກ່າວ, ເຮັດໃຫ້ເຫຼືອແຕ່ 75,000 ຄົນຕ້ອງໄດ້ທົນກັບການ ຄອບຄອງຂອງ ຣັດເຊຍ ກ່ອນກອງກຳລັງຂອງ ມົສກູ ໄດ້ຖອນຕົວອອກໄປ ເມື່ອອາທິດທີ່ຜ່ານມາ ແລະ ກອງທະຫານ ຢູເຄຣນ ໄດ້ເລີ່ມເຄື່ອນຍ້າຍເຂົ້າໄປ.

ທີ່ປຶກສາຂອງເຈົ້າເມືອງ ເຄີສັນ, ທ່ານ ໂຣມັນ ໂກລອຟເນຍ ໄດ້ກ່າວໃນ ໂທລະພາບແຫ່ງຊາດວ່າ “ກຳລັງຢຶດຄອງເຂດແດນ ຣັດເຊຍ ແລະ ຜູ້ຮ່ວມມື ໄດ້ເຮັດທຸກຢ່າງທີ່ສາມາດເຮັດໄດ້ເພື່ອເຮັດໃຫ້ປະຊາຊົນຜູ້ທີ່ຍັງອາໄສຢູ່ໃນເມືອງດັ່ງກ່າວປະສົບກັບຄວາມທຸກທໍລະມານໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້ໃນລະຫວ່າງຫຼາຍໆວັນ, ຫຼາຍອາທິດ ແລະ ເດືອນຂອງການລໍຖ້າ.”

ກອງກຳລັງ ຢູເຄຣນ ຢ້ານວ່າຕຶກຕ່າງໆໃນຫຼາຍພາກສ່ວນຂອງເມືອງ ເຄີສັນ ອາດໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ, ຄືກັບໃນເມືອງອື່ນໆ, ເຊັ່ນ ມາຣິ​ໂອໂປລ, ແຕ່ຖືກພົບວ່າສ່ວນໃຫຍ່ແມ່ນຍັງຄົງສະພາບເດີມ, ແນວໃດກໍ່ຕາມ ມັນມີການສະໜອງນໍ້າໃນປະລິມານທີ່ຈຳກັດ. ຫຼັງຈາກຖືກປົດປ່ອຍ, ປະຊາຊົນ ຫຼາຍຄົນໃນເມືອງ ເຄີິສັນ ໄດ້ເຕົ້າໂຮມກັນຢູ່ໃນຖະໜົນແຫ່ງຕ່າງໆຂອງເມືອງ ໃນສອງສາມວັນທີ່ຜ່ານມາ, ຍົກທຸງຊາດ ຢູເຄຣນ ສີເຫຼືອງ ແລະ ຟ້າ ໃນການ ສະເຫຼີມສະຫຼອງ.

ປະຊາຊົນໄດ້ເລົ່າເລື່ອງໃຫ້ກັນຟັງ ກ່ຽວກັບ ການລະດົມຍິງເມືອງດັ່ງກ່າວຂອງ ຣັດເຊຍ ແຕ່ໃນເວລາດຽວກັນໄດ້ກ່າວວ່າ ຢູເຄຣນ ການໃຊ້ລະບົບລູກສອນໄຟ ທີ່ທັນສະໄໝທີ່ຖືກສະໜອງໃຫ້ໂດຍພັນທະມິດຕາເວັນຕົກ, ລວມທັງສະຫະລັດ, ເບິ່ງຄືວ່າໄດ້ລົບກວນເສັ້ນທາງການສະໜອງອາວຸດ ແລະ ທີ່​ຕັ້ງ ກອງທະຫານຂອງ ມົສກູ. ເຂົາເຈົ້າໄດ້ກ່າວວ່າ ຢູເຄຣນ ໄດ້ໂຈມຕີ​ທີ່​ຕັ້ງ ຂອງ ຣັດເຊຍ ດ້ວຍການຊ່ວຍເຫຼືອຂອງເຄືອຂ່າຍຜູ້ແຈ້ງຂໍ້ມູນ.

ແຕ່ວ່າ, ປະຊາຊົນ ເຄີສັນ ໄດ້ບອກກ່ຽວກັບ ໝູ່ເພື່ອນ ແລະ ຄອບຄົວຜູ້ທີ່ຖືກ ກັກຂັງ ແລະ ຫາຍສາບສູນໃນໄລຍະ 9 ເດືອນຂອງການຄອບຄອງໂດຍ ຣັດເຊຍ.

ແລະ ຊີວິດແມ່ນຍັງບໍ່ໄດ້ກັບຄືນສູ່ສະພາບປົກກະຕິ ໃນຄວາມຮູ້ສຶກສ່ວນໃຫຍ່.

ທ່ານ ໂກລອຟເນຍ ໄດ້ກ່າວວ່າ, “ເມືອງດັ່ງກ່າວທຳອິດແມ່ນຂາດແຄນນໍ້າຢ່າງ ຮຸນແຮງ, ເພາະວ່າຕາມຄວາມເປັນຈິງແລ້ວ ມັນບໍ່ມີການສະໜອງນໍ້າໃນເມືອງ ດັ່ງກ່າວ. ຕອນນີ້ມັນບໍ່ມີຢາພຽງພໍ, ມັນບໍ່ມີເຂົ້າຈີ່ພຽງພໍ, ມັນບໍ່ໄດ້ຖືກອົບ, ເພາະວ່າມັນບໍ່ມີໄຟຟ້າ.”

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ຍົກຍ້ອງໄຊຊະ ນະຂອງກອງທະຫານ ຢູເຄຣນ ໃນເມືອງເຄີສັນ ເມື່ອວັນເສົາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG