ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກຕໍ່ຕ້ານ ລັດຖະບານ ຈະສືບຕໍ່ ການປະທ້ວງ ໃນຢູເຄຣນ (ສະໄລດ໌/ວີດີໂອ )


ພວກປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ່​ຈະ​ສືບຕໍ່
ການໂຮມຊຸມນຸມ​ປະທ້ວງ​ ເຖິງ​ແມ່ນ​ໄດ້ມີ​ການ​ຮັບ​ຜ່ານ​ຮ່າງ​ກົດ​
ໝາຍ ໃຫ້​ອະ​ໄພ​ໂທດ​ແກ່​ພວກທີ່​ຖືກ​ຈັບ​ກຸມ ​ໃນລະ ຫວ່າງ​ການ
​ປະ​ທ້ວງ ​ທີ່​ດຳ​ເນີນ​ມາ​ໄດ້ 2 ​ເດືອນ​ປາຍ​ຜ່ານ​ມາ​ນີ້​ແລ້ວ​ກໍຕາມ.

ລັດຖະສະພາ​ໄດ້​ຮັບ​ຜ່ານ​ມາດ​ຕະການ​ດັ່ງກ່າວ​ ໃນແລງ​ວັນ​ພຸດ​
ວານ​ນີ້ ​ໂດຍສະເໜີໃຫ້​ນິ ລະໂທດ​ກຳ​ແກ່​ພວກ​ທີ່​ຖືກ​ຈັບ​ກຸມ​ ກໍຕໍ່
ເມື່ອ​ກຸ່ມ​ຕໍ່ຕ້ານ​ລັດຖະບານ​ພາກັນ​ອອກ​ໄປຈາກຕຶກ​ອາຄານ​ຕ່າງ​ໆ
ຂອງ​ລັດຖະບານ ທີ່​ພວກ​ເຂົາ​ເຈົ້າ​ກຳລັງ​ຄອບ​ຄອງ​ຢູ່​ໃນ​ເວລາ​ນີ້​
ເທົ່ານັ້ນ.



ພວກ​ສະມາຊິກ​ແຫ່ງຊາດ ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍ​ດັ່ງກ່າວ​ໃນ​ຄືນ​ວັນ​ພຸດວານ​ນີ້ ​ແຕ່​ພວກ​ ຝ່າຍ​ຄ້ານ​ໃນ​ສະພາ​ຄັດຄ້ານ​ຕໍ່​ການ​ເຄື່ອນໄຫວ​ດັ່ງກ່າວ. ທ່ານ Arseniy Yatsenyuk ຜູ້ນຳ​ຝ່າຍ​ຄ້ານກ່າວເຖິງການເຄື່ອນໄຫວນີ້​ວ່າ ​“ເປັນ​ທີ່​ຍອມຮັບ​ເອົາ​ບໍ່​ໄດ້” ຕໍ່​ເງື່ອນ​ໄຂ​ທີ່​ໃຫ້​ພວກ​
ປະ​ທ້ວງອອກ​ຈາກຕຶກ​ອາຄານ​ຕ່າງໆ​ເຫຼົ່າ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ເວັບໄຊ້ຂອງ​ປະທານາທິບໍດີຢູ​ເຄຣນ ກ່າວ​ວ່າ ປະທານາທິບໍດີ Viktor Yanukovych ກຳລັງ​ລາ​ພັກ​ເຈັບ​ປ່ວຍເນື່ອງ​ຈາກ​ພະຍາດ​ຫຼອດລົມ​ຫາຍ​ໃຈ​ທີ່​ຮ້າຍ​ແຮງທີ່​ຕິດຕາມ​ມາ​ດ້ວຍເປັນ​ໄຂ້. ​ແຕ່ເວັບໄຊ້ນີ້ບໍ່​ໄດ້​ບອກ​ໃຫ້​ຊາບ​ວ່າ ທ່ານ​ຈະລາ​ພັກດົນ​ປານ​ໃດ
ຫຼືກໍ​ບໍ່​ໄດ້​ບອກ​ໃຫ້​ຮູ້​ວ່າ ທ່ານ​ຈະ​ພະຍາຍາມ​ເຮັດ​ວຽກ​ຫຼື​ບໍ່​ໃນ​ລະຫວ່າງ​ການລາ​ພັກ​ນັ້ນ.

Ukraine
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG