ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນສືບສວນ ຕໍ່ຂໍ້ກ່າວຫາວ່າ ກອງກຳລັງຣັດເຊຍ ຍິງທະຫານຢູເຄຣນ ທີ່ຍອມຈຳນົນ


ແຟ້ມພາບ - ທ່ານດມິດຕຣີ ລູບີເນດສ໌ (Dmytro Lubinets), ເຈົ້າໜ້າທີ່ຜູ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບດ້ານສິດທິມະນຸດຂອງຢູເຄຣນ, ກ່າວລະຫວ່າງການໃຫ້ສຳພາດກັບອົງການຂ່າວຣອຍເຕີສ໌ ທ່າມກາງການບຸກລຸກຢູເຄຣນຂອງຣັດເຊຍ ໃນກີຢິບ, ປະເທດຢູເຄຣນ ວັນທີ 6 ກັນຍາ 2023.
ແຟ້ມພາບ - ທ່ານດມິດຕຣີ ລູບີເນດສ໌ (Dmytro Lubinets), ເຈົ້າໜ້າທີ່ຜູ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບດ້ານສິດທິມະນຸດຂອງຢູເຄຣນ, ກ່າວລະຫວ່າງການໃຫ້ສຳພາດກັບອົງການຂ່າວຣອຍເຕີສ໌ ທ່າມກາງການບຸກລຸກຢູເຄຣນຂອງຣັດເຊຍ ໃນກີຢິບ, ປະເທດຢູເຄຣນ ວັນທີ 6 ກັນຍາ 2023.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ໄດ້​ເປີດ​ການ​ສືບ​ສວນ​ໃນ​ວັນ​ອາ​ທິດ​ວານນີ້ ຕໍ່​ການ​ກ່າວ​ຫາ​ວ່າ ກອງ​ກຳ​ລັງ​ຣັດ​ເຊຍ ໄດ້​ສັງຫານທະ​ຫານ​ຢູ​ເຄ​ຣນ ທີ່ຍອມຈຳນົນ ຫລັງ​ຈາກ​ໄດ້​ມີ​ ​ຮູບ​ພາບ​ໃນ​ສື່​ສັງ​ຄົມ​ຕ່າງໆ ໄດ້ສະແດງໃຫ້ເຫັນ​ວ່າ ຜູ້​ຊາຍນນຸ່ງເຄື່ອງ​ແບບ​ສອງ​ຄົນ ​ໄດ້​ຖືກ​ຍິງ​ໃນໄລຍະໃກ້ ​ຫລັງ​ຈາກ​ໄດ້​ອອກມາ​ຈາກ​ຂຸມທີ່​ຫຼົບ​ຢູ່.

"ວິດີໂອດັ່ງກ່າວ ສະແດງໃຫ້ເຫັນກຸ່ມຄົນນຸ່ງເຄື່ອງແບບຂອງຣັດເຊຍ ຍິງປືນໃນໄລຍະໃກ້ ໃສ່ສອງນັກລົບທີ່ບໍ່ມີອາວຸດ ຢູ່ໃນເຄື່ອງແບບຂອງກອງກໍາລັງຢູເຄຣນ ທີ່ກຳລັງມອບໂຕ," ຫ້ອງການໄອຍະການ ກ່າວໃນການລາຍງານປະຈຳວັນອາທິດ ໃນແອັບສົ່ງຂໍ້ຄວາມ Telegram.

ວິດີໂອດັ່ງກ່າວ ໄດ້ປາກົດອອກມາຄັ້ງທໍາອິດ ໃນວັນເສົາ ທາງ DeepState, ເຊິ່ງເປັນຊ່ອງທາງສົ່ງຂໍ້ຄວາມ Telegram ທີ່ມີຊື່ສຽງຂອງຢູເຄຣນ ທີ່ລາຍງານເລື້ອງສົງຄາມ. ມັນໄດ້ສະແດງໃຫ້ເຫັນທະຫານທີ່ຍອມຈໍານົນແລ້ວ, ເຊິ່ງນຶ່ງໃນພວກເຂົາ ຍົກມືຂຶ້ນ, ຍ່າງອອກໄປບ່ອນທີ່ປືນໄດ້ຊີ້ໄປໃສ່ ແລະນອນຮາບລົງກັບພື້ນດິນ ກ່ອນທີ່ກອງທັບຣັດເຊຍກຸ່ມນຶ່ງ ຈະເປີດສາກຍິງ. ຍັງ​ບໍ່​ທັນ​ມີ​ການ​ຕອບ​ໂຕ້​ຈາກຣັດ​ເຊຍກ່ຽວກັບເລື້ອງດັ່ງກ່າວ.

ມັນບໍ່ສາມາດກວດສອບຄວາມຖືກຕ້ອງຂອງວິດີໂອ ຫຼືສະຖານະການ ທີ່ມັນຖືກຖ່າຍ ໄດ້ໃນທັນທີ, ແລະມັນບໍ່ຈະແຈ້ງວ່າເຫດການດັ່ງກ່າວ ເກີດຂຶ້ນເມື່ອໃດ. ຖ້າເຫດການດັ່ງກ່າວໄດ້ຮັບການຢືນຢັນ, ມັນຈະເປັນອາຊະຍາກໍາສົງຄາມ, ອີງຕາມຫ້ອງການໄອຍະການສູງສຸດຂອງຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG