ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ແລະ ພວກກະບົດ ນິຍົມຣັດເຊຍ ສືບຕໍ່ ແລກປ່ຽນ ຊະເລີຍ


ຊາວຣັດເຊຍ ທີ່ຫັນຫລັງໃຫ້ກ້ອງຖ່າຍຮູບ ທາງກ້ຳຂວາ ແລະຢູເຄຣນ ພວມກະກຽມການແລກປ່ຽນຊະເລີຍ ຢູ່ນອກເມືອງ Donetsk ໃນພາກຕາເວັນອອກຢູເຄຣນ (26 ທັນວາ 2014)
ຊາວຣັດເຊຍ ທີ່ຫັນຫລັງໃຫ້ກ້ອງຖ່າຍຮູບ ທາງກ້ຳຂວາ ແລະຢູເຄຣນ ພວມກະກຽມການແລກປ່ຽນຊະເລີຍ ຢູ່ນອກເມືອງ Donetsk ໃນພາກຕາເວັນອອກຢູເຄຣນ (26 ທັນວາ 2014)

ມີກຳນົດວ່າ ຊະເລີຍເສິກຢູເຄຣນຫລາຍໆຄົນ ຈະຖືກມອບໃຫ້
ແກ່ລັດຖະບານ Kyiv ໂດຍພວກກະບົດ ແບ່ງແຍກດິນແດນນິ
ຍົມຣັດເຊຍ ໃນວັນເສົາມື້ນີ້ ນຶ່ງມື້ຫຼັງຈາກທັງສອງຝ່າຍໄດ້ແລກ ປ່ຽນຊະເລີຍຈຳນວນຫຼາຍຮ້ອຍຄົນ.

ການແລກປ່ຽນຊະເລີຍ ໃນວັນເສົາມື້ນີ້ ຈະເປັນການເສັດສິ້ນ
ໃນການແລກປ່ຽນຊະເລີຍກັນ ຂອງທັງສອງຝ່າຍ.

ທຳນຽບຂອງປະທານາທິບໍດີຢູເຄຣນທ່ານ Petro Poroshenko
ກ່າວວ່າ ໃນມື້ວັນສຸກວານນີ້ ຢູເຄຣນໄດ້ມອບພວກກະບົດ 222
ຄົນທີ່ຖືກຈັບໄດ້ໃນຂະນະທີ່ພວກກະບົດແບ່ງແຍກດິນແດນມອບ
ທະຫານຢູເຄຣນ 146 ຄົນໃຫ້ໃນການແລກປ່ຽນຊະເລີຍເສິກທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ພວກ ແບ່ງແຍກດິນແດນ ໄດ້ເລີ້ມທຳການຕໍ່ສູ້ໃນເດືອນເມສາປີນີ້.

ປະທານາທິບໍດີ Poroshenko ກ່າວວ່າ “ໃນຖານະທີ່ເປັນ ປະທານາທິບໍດີ ຂອງປະເທດ ແລະໃນນາມປະຊາຊົນທຳມະດາສາມັນ ຫົວໃຈຂອງຂ້າພະເຈົ້າແມ່ນເຕັມໄປດ້ວຍຄວາມ ປິຕິຍິນດີ. ດັ່ງທີ່ຂ້າພະເຈົ້າໄດ້ສັນຍາໄວ້ ທ່ານຈະສາມາດສະເຫຼີມສະຫຼອງປີໃໝ່ກັບຄອບ ຄົວຂອງທ່ານ ແລະເພື່ອນຝູງທີ່ເປັນທະຫານ. ນີ້ແມ່ນສິ່ງທີ່ທ່ານແລະພວກເຮົາລໍຄອຍຖ້າ ມາເປັນເວລາດົນນານແລ້ວ. ຂອບໃຈຫຼາຍໆ.”

ຫຼັງຈາກນັ້ນ ສຽງໂຮ່ຮ້ອງຂອງພວກອະດີດຊະເລີຍກໍດັ່ງສະນັ່ນຂຶ້ນວ່າ ຢູເຄຣນຈົ່ງຈະເລີນ ວິລະຊົນຈົ່ງຈະເລີນ!

ການແລກປ່ຽນຊະເລີຍທີ່ອອກຂ່າວໂດຍໂທລະພາບຣັດເຊຍນັ້ນ ຄວນຈະມີຂຶ້ນກ່ອນໜ້າ ນີ້ ແຕ່ການບໍ່ລົງຮອຍກັນໃນນາທີສຸດທ້າຍ ກ່ຽວກັບການເຈລະຈາຢຸດຍິງທີ່ເບລາຣຸສ ໄດ້ ບັງຄັບໃຫ້ຕ້ອງເລື່ອນເວລາອອກໄປໜ້ອຍນຶ່ງແລະໂຈະການເຈລະຈາມື້ທີສອງໃນວັນສຸກ ວານນີ້ອອກໄປຢ່າງບໍ່ມີກຳນົດ.

ໃນເຫດການອີກດ້ານນຶ່ງນັ້ນ ລັດຖະບານ Kyiv ໄດ້ປະກາດ ໃນວັນສຸກວານນີ້ວ່າ ຕົນໄດ້ ໂຈະການໃຫ້ບໍລິການທາງລົດໄຟແລະລົດເມໄປແລະກັບ ຈາກແຫຼມໄຄຣເມຍ. ເຂດໄຄຣ ເມຍໄດ້ຖືກຣັດເຊຍປະກາດຮວມເຂົ້າເປັນດິນແດນຂອງຕົນໃນຕົ້ນປີນີ້ ທັງໆທີ່ໄດ້ມີການ ປະທ້ວງຢ່າງກວ້າງຂວາງຈາກບັນດາລັດຖະບານຂອງປະເທດຕາເວັນຕົກແລະສະຫະລັດ.

UKRAINE CNPK
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG