ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ໃຫ້ບູລິມະສິດສູງສຸດຕໍ່ອຳນາດອະທິປະໄຕ ໃນການເຈລະຈາຮອບໃໝ່ກັບ ຣັດເຊຍ


ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ, ກ່າວຄຳປາໄສ ໃນກອງປະຊຸມ ໂດຮາ ຜ່ານທາງວິດີໂອ, ໃນຂະນະທີ່ການໂຈມຕີຂອງ ຣັດເຊຍ ຕໍ່ ຢູເຄຣນ ກຳລັງດຳເນີນຢູ່. ນະຄອນຫຼວງ ກີຢິບ, ປະເທດ ຢູເຄຣນ. 26 ມີນາ, 2022. (Ukrainian Presidential Press Service/Handout via Reuters)
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ, ກ່າວຄຳປາໄສ ໃນກອງປະຊຸມ ໂດຮາ ຜ່ານທາງວິດີໂອ, ໃນຂະນະທີ່ການໂຈມຕີຂອງ ຣັດເຊຍ ຕໍ່ ຢູເຄຣນ ກຳລັງດຳເນີນຢູ່. ນະຄອນຫຼວງ ກີຢິບ, ປະເທດ ຢູເຄຣນ. 26 ມີນາ, 2022. (Ukrainian Presidential Press Service/Handout via Reuters)

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວວ່າອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຂອງທ່ານ” ແມ່ນບູລິມະສິດສູງສຸດ ໃນຂະນະທີ່ ຢູເຄຣນ ແລະ ຣັດເຊຍ ກ້າວເຂົ້າສູ່ການເຈລະຈາສັນຕິພາບຮອບໃໝ່.

ທ່ານ ເຊເລັນສກີ ໄດ້ກ່າວໃນຄຳປາໄສທາງວິດີ ເມື່ອຕອນເດິກຂອງວັນອາທິດວານນີ້ວ່າ “ພວກເຮົາກຳລັງຊອກຫາສັນຕິພາບໂດຍປາສະຈາກການເລື່ອນເວລາແທ້ໆ. ມັນມີໂອກາດ ແລະ ມັນມີຄວາມຈຳເປັນທີ່ຈະຈັດກອງປະຊຸມເຊິ່ງໜ້າໃນປະເທດ ເທີກີ. ມັນບໍ່ໄດ້ຂີ້ຮ້າຍ. ຖ້າເບິ່ງຜົນທີ່ອອກມາ.”

ໃນຕອນເຊົ້າຂອງວັນອາທິດ, ໃນການລົມໂທລະສັບກັບນັກຂ່າວ ຣັດເຊຍ ນັ້ນ, ທ່ານ ເຊເລັນສກີ ໄດ້ກ່າວວ່າ ຢູເຄຣນ ແມ່ນເປີດກວ້າງທີ່ຈະຮັບເອົາສະຖານະເປັນກາງ ອັນ​ເປັນພາກສ່ວນນຶ່ງຂອງຂໍ້ຕົກລົງ, ຖ້າມັນເກີດຂຶ້ນດ້ວຍການມີຝ່າຍທີສາມເປັນຜູ້ຮັບປະກັນ ແລະ ຖືກຈັດ​ໃຫ້​ມີ​ການລົງປະຊາມະຕິ.

ອົງການຂ່າວ ຣອຍເຕີ ໄດ້້ກ່າວຢໍ້າເຖິງຜູ້ຊ່ວຍຕໍ່ ທ່ານ ເຊເລັນສກີ ວ່າ ເທີກີ ແມ່ນນຶ່ງໃນບັນດາປະ ເທດທີ່ອາດເປັນຜູ້ໃຫ້​ການ​ຄ້ຳປະກັນ​ຕໍ່ ຢູເຄຣນ ກ່ຽວກັບ ບັນຫາຄວາມປອດໄພ.

ເທີກີ ແມ່ນມີກຳນົດທີ່ຈະຈັດການເຈລະຈາຮອບຫຼ້າສຸດ. ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ໄດ້ລົມໂທລະສັບກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນວັນອາທິດວານນີ້, ດ້ວຍຫ້ອງການຂອງທ່ານ ເອີດູອານ ກ່າວວ່າທ່ານໄດ້ກ່າວຢໍ້າເຖິງຄວາມຈຳເປັນສຳລັບການຢຸດຍິງ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳເພີ່ມເຕີມ ໃນພາກພື້ນດັ່ງກ່າວ.

ອົງການສະຫະປະຊາຊາດເວົ້າວ່າ ການບຸກລຸກ ຢູເຄຣນ ຂອງ ຣັດເຊຍ ໄດ້ເຮັດໃຫ້ 10 ລ້ານຄົນໜີອອກຈາກບ້ານເຮືອນຂອງເຂົາເຈົ້າ, ດ້ວຍຫຼາຍກວ່າ ສາມລ້ານແປດແສນຄົນໄດ້ຫຼົບໜີອອກຈາກປະເທດ.

ກະຊວງປ້ອງກັນປະເທດຂອງ ອັງກິດ ໄດ້ກ່າວໃນວັນຈັນມື້ນີ້ວ່າ ມັນບໍ່ໄດ້ມີ “ການປ່ຽນແປງຫຍັງຫຼາຍ ຕໍ່ການຈັດການກອງກຳລັງ ຣັດເຊຍ ໃນປະເທດ ຢູເຄຣນ ທີ່ຖືກຍຶດຄອງ” ໃນວັນທີ່ຜ່ານມາ, ແລະ ວ່າກອງກຳລັງ ຣັດເຊຍ ໄດ້ຖືກຂັດຂວາງ ໂດຍການຂາດແຮງຜັກດັນ ແລະ ຂວັນກຳລັງໃຈ.

ໃນເມືອງ ມາຣີອູໂປລ ຢູ່ທາງພາກໃຕ້ຂອງປະເທດ ແມ່ນບ່ອນທີ່ ຣັດເຊຍ ໄດ້ຍຶດເອົາພື້ນທີ່ສ່ວນໃຫຍ່, ອີງຕາມການກ່າວຂອງກະຊວງ, ດ້ວຍການຕໍ່ສູ້ຢ່າງໜັກຍັງດຳເນີນຢູ່ “ໃນຂະນະທີ່ ຣັດເຊຍ ພະຍາຍາມທີ່ຈະຍຶດເອົາເມືອງທ່າເຮືອດັ່ງກ່າວ.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວຢໍ້າໃນວັນອາທິດວານນີ້ວ່າ ມັນບໍ່ແມ່ນນະໂຍບາຍຂອງລັດຖະບານທ່ານ ໄບເດັນ ທີ່ຈະພະຍາຍາມໂຄ່ນລົ້ມປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ.

ຄຳເຫັນຂອງທ່ານໄດ້ມີຂຶ້ນນຶ່ງວັນຫຼັງຈາກປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໃນລະຫວ່າງຄຳປາໄສຂອງທ່ານໃນນະຄອນຫຼວງ ວໍຊໍ ປະເທດ ໂປແລນ ວ່າ ທ່ານ ປູຕິນ “ບໍ່ສາມາດຢູ່ໃນອຳນາດຕໍ່ໄປ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG