ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ນາຍົກ ຢູເຄຣນ ຂໍການຊ່ວຍເຫຼືອ ແລະ ອາວຸດ ຈາກ ປະເທດ ຕາເວັນຕົກ


ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko ກ່າວຄຳເຫັນກັບທະຫານ ສະຫະລັດ ຜູ້ທີ່ໄດ້ນຳສົ່ງລະບົບ ອຸປະກອນກວດຈັບເຄື່ອນທີ່ ສຳລັບທະຫານ ຢູເຄຣນ ທີ່ເມືອງ Lviv, ປະເທດ ຢູເຄຣນ. 14 ພະຈິກ, 2015.
ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko ກ່າວຄຳເຫັນກັບທະຫານ ສະຫະລັດ ຜູ້ທີ່ໄດ້ນຳສົ່ງລະບົບ ອຸປະກອນກວດຈັບເຄື່ອນທີ່ ສຳລັບທະຫານ ຢູເຄຣນ ທີ່ເມືອງ Lviv, ປະເທດ ຢູເຄຣນ. 14 ພະຈິກ, 2015.

ນາຍົກລັດຖະມົນຕີຂອງ ຢູເຄຣນ ທ່ານ Arsenyi Yatsenyuk ອີກຄັ້ງໜຶ່ງໄດ້ຮຽກຮ້ອງ ຂໍການສະໜັບສະໜູນດ້ານອາວຸດປ້ອງ ກັນປະເທດ ແລະ ດ້ານເສດຖະກິດທີ່ແຂງແກ່ນຈາກປະເທດ ຕາເວັນຕົກ, ໂດຍກ່າວວ່າການຊ່ວຍ ເຫຼືອແມ່ນຕ້ອງການເພື່ອ ປ້ອງກັນເຂດຊາຍແດນປະເທດຈາກການຮຸກຮານຂອງ ຣັດເຊຍ.

ຄຳເຫັນຂອງທ່ານ Yatsenyuk ຕໍ່ນັກຂ່າວວີໂອເອ ນາງ Myroslava Gongadze ໄດ້ເກີດຂຶ້ນກ່ອນໜ້າການຢ້ຽມຢາມ ປະເທດໃນຕົ້ນເດືອນ ໜ້າໂດຍຮອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ບາຍເດັນ. ທ່ານຮອງ ປະທານາທິບໍດີ ຄາດວ່າຈະທົບ ທວນຄວາມພະຍາຍາມໃນການຕໍ່ຕ້ານ ການສໍ້ລາດບັງຫຼວງຂອງ ຢູເຄຣນ ເມື່ອບໍ່ດົນມານີ້ລວມທັງການປະຕິຮູບການເກັບພາສີ, ໃນຂະນະທີ່ນະຄອນຫຼວງ ວໍຊິງຕັນ ກຽມພ້ອມທີ່ຈະເຊັນສັນຍາຮັບປະກັນການກູ້ຢືມເງິນ 1 ຕື້ໂດລາໃຫ້ກັບນະຄອນຫຼວງ Kyiv.

ລັດຖະບານຂອງທ່ານ ໂອບາມາ ໄດ້ສະໜອງເງິນຊ່ວຍເຫຼືອໂດຍກົງດ້ານເສດຖະກິດຈຳນວນ 470 ລ້ານໂດລາຕັ້ງແຕ່ພັນທະມິດ ມົສກູ ແລະ ອະດີດປະທານາທິບໍດີ ທ່ານ Viktor Yanukovych ໄດ້ອອກຈາກການກຳອຳນາດໃນຕົ້ນຂອງປີກາຍນີ້.

ນາຍົກລັດຖະມົນຕີໄດ້ກ່າວອ້າງເຖິງການປະຕິຮູບເມື່ອບໍ່ດົນມານີ້ຕໍ່ພາກສ່ວນ ແກສ໌ ທຳມະ ຊາດ ແລະ ນ້ຳມັນຂອງ ຢູເຄຣນ, ເຊິ່ງໄດ້ໃຊ້ຈ່າຍໃນການນຳເຂົ້າພະລັງງານຂອງ ຣັດເຊຍ ທີ່ຕ້ອງການເພື່ອນຳມາເຮັດອາຍອຸ່ນໃຫ້ກັບບ້ານເຮືອນ ແລະ ໄຟຟ້າໃຫ້ກັບບັນດາໂຮງຈັກ ໂຮງງານໃນ ຢູເຄຣນ. ນອກນັ້ນທ່ານຍັງໄດ້ຊັກຊວນໃຫ້ຈັດຕັ້ງສຳນັກງານຕໍ່ຕ້ານການສໍ້ລາດ ບັງຫຼວງໃໝ່ຂອງ ຢູເຄຣນ ແລະ ກ່າວວ່າ ນະຄອນຫຼວງ ວໍຊິງຕັນ ແມ່ນກຳລັງໃຫ້ການສະໜັບ ສະໜູນສຳລັບການຝຶກຊ້ອມນັກສືບຕໍ່ຕ້ານການສໍ້ລາດ ບັງຫຼວງຫຼາຍຄົນຢູ່.

ທ່ານ ບາຍເດັນ ໄດ້ກ່າວໃນຕົ້ນປີນີ້ວ່າ ຢູເຄຣນ ຕ້ອງສືບສວນສອບສວນ ແລະ ດຳເນີນຄະດີ ການສໍ້ລາດບັງຫຼວງຕໍ່ທຸກໆລະດັບຂອງລັດຖະບານ ແລະ ພາກສ່ວນເອກະຊົນ ໃນຂະນະທີິ່ ເລັ່ງເດີນໜ້າດ້ວຍການປະຕິຮູບດ້ານການເມືອງ,​ໃນການແລກປ່ຽນເພື່ອການສະໜັບສະໜູນ ຢ່າງຕໍ່ເນື່ອງໂດຍ ສະຫະລັດ.

ແນວໃດກໍຕາມ, ລັດຖະບານທ່ານໂອບາມາ ຈົນຮອດປະຈຸບັນນີ້ໄດ້ຕັດສິນໃຈທີ່ຈະບໍ່ສະໜອງ ອາວຸດໃຫ້ກັບ ນະຄອນຫຼວງ Kyiv ພ້ອມກັບບໍ່ມີສັນຍານວ່າ ພວກເຂົາເຈົ້າແມ່ນຕຽມພ້ອມທີ່ ຈະກະທຳດັ່ງທີ່ໄດ້ກ່າວໄປນັ້ນ.

XS
SM
MD
LG