ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະພາບ ຢູໂຣບ ຕໍ່ອາຍຸ ການລົງໂທດ ທາງເສດຖະກິດ ຕໍ່ຣັດເຊຍ


ພວກສະໜັບສະໜູນ ໂບກທຸງສະຫະພາບຢູໂຣບ ຈາກຕຶກຢູ່ນະຄອນກີຢິບ.
ພວກສະໜັບສະໜູນ ໂບກທຸງສະຫະພາບຢູໂຣບ ຈາກຕຶກຢູ່ນະຄອນກີຢິບ.

ບັນດາ​ຜູ້ນຳ​ສະຫະພາບ​ຢູ​ໂຣບ ​ໄດ້​ຕໍ່​ອາຍຸການ​ລົງ​ໂທດທາງ​ເສດຖະກິດ​ຢ່າງໜັກ​ ​ຕໍ່​ຣັດ​ເຊຍອອກໄປຕື່ມອີກ ​ຍ້ອນ​ບົດບາດ​ຂອງ​ປະ​ເທດດັ່ງກ່າວໃນ​ບັນຫາຂັດ​ແຍ້ງ​ຢູ່ໃນ​ພາກ​
ຕາ​ເວັນ​ອອກ​ຂອງຢູ​ເຄຣນ.

ການ​ຕັດສິນ​ໃຈ​ດັ່ງກ່າວ ໄດ້​ປະກາດ​ໃນ​ວັນ​ພະຫັດ​ວານ​ນີ້ ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ
ສະຫະພາບຢູ​ໂຣບ ທີ່​ຈະ​ຕໍ່​ອາຍຸການ​ລົງ​ໂທດໃນ​ປັດ​ຈຸ​ບັນ​ອອກ​ໄປ ຕໍ່ມົສກູ ຈົນ​ເຖິງ​
ເດືອນ​ກໍລະກົດ ປີ 2018. ປະທານ​ສະພາ​ຢູ​ໂຣບ ທ່ານ​ດໍ​ໂນ​ລ ທາສ ໄດ້ຂຽນ​ຂໍ້ຄວາມ
ລົງ​ທາງ Twitter ວ່າ “ຢູ​ໂຣບມີຄວາມສາມັກຄີກັນ ກ່ຽວ​ກັບ​ການຕໍ່ອາຍຸດໃນ​ລົງ​ໂທດ
ທາງດ້ານເສດຖະກິດຕໍ່ຣັດ​ເຊຍ.”

ການ​ລົງ​ໂທດ​ຕ່າງໆ ​ທີ່​ໄດ້​ແນ​ໃສ່​ເປົ້າ​ໝາຍ​ການ​ເງິນ ພະລັງງານ ​ແລະອຸດສາຫະກຳ
ປ້ອງກັນປະເທດ ​ແລະ​ຈຳກັດ​ການ​ເຂົ້າ​ຫາ​ຂອງຣັດ​ເຊຍ​ໃນ​ຕະຫລາດ​ຢູ​ໂຣບ ທີ່​ໄດ້​ວາງ
​ໄວ້ເທື່ອທຳ​ອິດ​ ໃນ​ລະດູ​ຮ້ອນ​ປີ 2014 ຫລັງ​ຈາກຣັດ​ເຊຍ​ໄດ້ ພະ​ໜວກ​ຫຼືຮວມເອົາ
ແຫລມຄຣາຍເມຍ​ຂອງ​ຢູ​ເຄຣນ ເຂົ້າເປັນດິນແດນຂອງຕົນ. ​ເຂົາ​ເຈົ້າ​ໄດ້​ຕໍ່​ອາຍຸຕື່ມໃນ
​ທຸກໆ​ຫົກ​ເດືອນ​ແຕ່​ນັ້ນ​ມາ.

ປະທານາທິບໍດີ​ຢູ​ເຄຣນ ທ່ານເປ​ໂຕຣ ​ໂປ​ໂຣ​ເຊັນ​ໂກ ຍິນ​ດີ​ຕໍ່​ການ​ຕໍ່​ອາຍຸດັ່ງ ກ່າວນີ້.
ປະທານາທິບໍດີ ​ໂປ​ໂຣ​ເຊັນ​ໂກ ​ໄດ້​ຂຽນ​ຢູ່​ໜ້າ​ເຟສບຸກ​ທາງ​ການຂອງ​ທ່ານ​ວ່າ “ມັນ​ມີ
​ຄວາມ​ສຳຄັນ​ຕໍ່​ການ​ຕັດສິນ​ໃຈ​ດ້ານ​ການ​ເມືອງ ​ໂດຍ​ບັນດາ​ຜູ້ນຳ​ຂອງ​ສະຫະພາບ​ຢູ
ໂຣບ​ເພື່ອ​ດຳ​ເນີນ​ການ​ລົງ​ໂທດທາງ​ເສດຖະກິດ​ຕໍ່ຣັດ​ເຊຍ ທີ່​ໄດ້ລະເມີດເຂດນ້ຳແດນ
ດິນອັນຄົບຖ້ວນຂອງ​ຢູ​ເຄຣນ ​ແລະ​ຄວາມ​ບໍ່ພໍ​ໃຈ​ທີ່​ຈະ​ຢຸດ​ການຮຸກຮານຕໍ່​ປະ​ເທດ​
ຂອງ​ພວກ​ເຮົາ.”

ສະຫະພາບ​ຢູ​ໂຣບ​ໄດ້​ຕັ້ງເງື່ນອໄຂ​ການ​ຍົກ​ເລີກການ​ລົງ​ໂທດ​ຕໍ່​ມົສູ​ກ ໃສ່ການຈັດຕັ້ງ
ປະຕິບັດໃສ່ຂໍ້ຕົກລົງ​ສັນຕິພາບ​ມິງ​ສ໌ທີ່​ໄດ້​ຮຽກຮ້ອງໃຫ້ມີການຢຸດຍິງຢ່າງບໍ່ມີ​ເງື່ອນ​ໄຂ​
​ແລະ​ທັງ​ສອງ​ຝ່າຍ ຖອນ​ອາວຸດ​ໜັກ ​ອອກ​ຈາກ​ເຂດແນວ​ໜ້າ ​ໃນ​ພາກ​ຕາ​ເວັນອອກ
​ຂອງ​ຢູ​ເຄຣນ. ຂໍ້​ຕົກລົງ​ນີ້​ໄດ້​ຮ່າງ​ຂຶ້ນໃນ​ທ້າຍ​ປີ 2014 ​ແລະໄດ້​ແກ້ ໄຂຕື່ມອີກ​ໃນຕົ້ນ​
ປີ 2015 ​ນັ້ນ ໄດ້​ມີການລ່ວງລະເມີດ​ເກືອບ​ແຕ່ລະ​ມື້.

ປະທານາທິບໍດີ ຢູເຄຣນ ທ່ານເປໂຕຣ ໂປໂຣເຊັນໂກ ຖະແຫລງຕໍ່ສະພາ ຢູໂຣບ ທີ່ເມືອງສະຕຣາບວກ ປະເທດຝຣັ່ງ.
ປະທານາທິບໍດີ ຢູເຄຣນ ທ່ານເປໂຕຣ ໂປໂຣເຊັນໂກ ຖະແຫລງຕໍ່ສະພາ ຢູໂຣບ ທີ່ເມືອງສະຕຣາບວກ ປະເທດຝຣັ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG