ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ຢູເຄຣນ ຕ້ອງການ ຢາກໂອ້ລົມ ກັບ ຝ່າຍຄ້ານ (ສະໄລດ໌)


​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ Viktor Yanukovych
​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ Viktor Yanukovych
ເມືອງ​ຫລວງ Kiyv ​ຂອງປະ​ເທດ​ຢູ​ເຄຣນ ຢູ່​ໃນ​ຄວາມ​ເຄັ່ງ​ຕຶງ ​ໃນ
​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ນຶ່ງ​ມື້ ​ແລະ​ນຶ່ງ​ຄືນ​ຂອງ​ການ​ປະ​ທະ​ກັນ ລະ
ຫວ່າງພວກ​ປະ​ທ້ວງ​ຕ້ານ​ລັດຖະບານ ​ແລະ​ຕໍາຫລວດ ​ເຮັດ​ໃຫ້
​ຫລາຍ​ສິບ​ຄົນໄດ້​ຮັບ​ບາດ​ເຈັບ ​ໃນທັງ​ສອງ​ຝ່າຍ.

ພວກ​ປະ​ທ້ວງ​ທີ່​ໃສ່​ໝວກ​ກັນ​ກະທົບ ​ແລະ​ໜ້າ​ກາກ​ປ້ອງ​ກັນ​ແກັສ
ນໍ້າຕາ ​ພາກັນ ແກວ່ງ​ກ້ອນ​ຫີນ ​ແລະ​ລະ​ເບີດ​ນໍ້າມັນ ​ໃສ່​ຕໍາຫລວດ
ປ້ອງ​ກັນ​ການຈາລະ​ຈົນ ​ທີ່​ມີ​ຈໍານວນໜ້ອຍກວ່າ ທີ່​ຕອບໂຕ້​ດ້ວຍ
ລະ​ເບີດມື​ທີ່​ພາ​ໃຫ້​ງົງ ​ແລະ​ປືນ​ສີດ​ນໍ້າ ​ໃນ​ອາກາດ​ທີ່​ໜາ​ວ​ເຢັນ​ ຈົນເປັນນໍ້າກ້ອນ.

ການ​ປະ​ທະ​ກັນເລີ້ມ​ຂຶ້ນໃນ​ວັນ​ອາທິດ ຫລັງ​ຈາກ​ ​ພວກ​ປະ​ທ້ວງລັດຖະບານ ຫລາຍກວ່າ
100,000 ​ຄົນ ໄດ້ພາກັນ​ໂຮມ​ຊຸມນຸມ​ຢູ່​ໃນ​ເມືອງຫລວງ Kyiv ​ເພື່ອປະ​ທ້ວງກົດໝາຍໃໝ່
​ທີ່ຈໍາກັດ​ການ​ປະ​ທ້ວງ.

ຜູ້​ນໍາ​ຢ່າ​ຍຄ້ານ ທ່ານ Vitaly Klitschko ​ໄດ້​ຮຽກຮ້ອງ​ໃຫ້​ຝູງຊົນພາກັນ​ຫລີກ​ລ່ຽງຄວາມ​ຮຸນ​
ແຮງ ​ແຕ່​ໄດ້​ຖືກ​ພວກ​ປະ​ທ້ວງເອົາບັ້ງມອດໄຟສີດໃສ່​ໜ້າ​ ​ ແລະ​ພວກ​ປະ​ທ້ວງ​ໄດ້​ພາກັນ​ສົ່ງ​
ສຽງ​ຮ້ອງ​ໂຮ ກົບ​ສຽງ​ຂອງ​ທ່ານ.

​ໃນ​ເວລາ​ຕໍ່ມາ ທ່ານ​ໄດ້​ພົບ​ປະ​ກັບ ​ຜູ້ນຊາຝ່າຍຄ້ານ ທ່ານ Victor Yanukovych ຜູ້​ທີ່​ໄດ້
​ແຕ່ງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ກຸ່ມ​ນຶ່ງ ​ເພື່ອຫາ​ທາງ​ແກ້​ໄຂ​ບັນຫາ​ຈົ່ມ​ວ່າ​ຂອງ​ຝ່າຍ​ຄ້ານ. ບັນດາ​
ຜູ້ຕາງໜ້າ​ຈາກທັງ​ສອງ​ຝ່າຍ ມີ​ກໍາໜົດ​ຈະ​ພົບ​ກັນ​ໃນ​ວັນ​ຈັນ​ມື້​ນີ້.

ບັນດາ​ພວກ​ປະ​ທ້ວງ​ລັດຖະບານ ​ໄດ້​ມາ​ຢູ່​ເຕັນ​ຖະໜົນ​ຫົນທາງ​ຂອງ​ເມືອງ Kyiv ​ແລະ​ໂຕ​ເມືອງ
​ຕ່າງໆ​ຂອງ ຢູ​ເຄຣນ ນັບ​ຕັ້ງ​ແຕ່​ເດືອນ​ພະຈິກ ​ເວລາ​ປະທານາທິບໍດີ Yanukovych ​ໄດ້​ຖອນ
​ອອກ​ຈາກ​ແຜນ​ລົງ​ນາມ ການ​ຄ້າ​ກັບ ສະຫະພາບ​ຢູ​ໂຣບ ​ແລະ​ຜູກ​ສໍາພັນ​ແໜ້ນ​ແຟ້ນຂື້ນ​ກັບ
ຣັດ​ເຊຍ.

ທີ່​ນະຄອນຫລວງ ວໍ​ຊິງ​ຕັນ ​ໂຄສົກ​ທໍານຽບຂາວ ທ່ານ​ນາງ Caitlin Hayden ​ໄດ້ຮຽກຮ້ອງໃຫ້​
ຢູ່​ໃນ​ຄວາມ​ສະຫງົບ. ທ່ານນາງ​ຮ້ອງ​ຄວາ​ມ​ເຄັ່ງ​ຕືງວ່າ ​ເປັນ​ສາ​ເຫດ​ທີ່​ຕິດຕາມ​ມາ​ໂດຍ​ກົງ​ ຂອງ​ລັດຖະບານ​ຢູ​ເຄຣນ ທີ່​ຫລົ້ມ​ແຫລວ ​ໃນ​ການ​ຮັບ​ຮູ້ການ​ຮ້ອງທຸກ​ທີ່​ຖືກຕ້ອງຂອງ​ປະຊາຊົນ.​

XS
SM
MD
LG