ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ຢູເຄຣນ ສັ່ງໃຫ້ທະຫານ ເຂົ້າຍຶດ ເຂດຊາຍແດນ ທີ່ຕິດ ກັບ ຣັດເຊຍ (ສະໄລດ໌/ວີດີໂອ)


ປະທານາທິບໍດີ Petro Poroshenko ເປັນປະທານກອງປະຊຸມ
ສະພາຄວາມໝັ້ນຄົງ ຂອງຢູເຄຣນ ທີ່ນະຄອນຫຼວງ Kyiv
ວັນທີ 16 ມິຖຸນາ 2014.
ປະທານາທິບໍດີ Petro Poroshenko ເປັນປະທານກອງປະຊຸມ ສະພາຄວາມໝັ້ນຄົງ ຂອງຢູເຄຣນ ທີ່ນະຄອນຫຼວງ Kyiv ວັນທີ 16 ມິຖຸນາ 2014.
ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ ກ່າວ​ວ່າ
ທ່ານ​ໄດ້​ສັ່ງ​ໃຫ້​ກອງທັບ​ທຳ​ການ “​ເຄື່ອນ​ໄຫວ​ຢ່າງ​ເດັດດ່ຽວ”
ໃນ​ສັບປະດາ​ນີ້ ເພື່ອ​ເຂົ້າ​ຄວບ​ຄຸມ​ຄືນເຂດ​ຊາຍ​ແດນຂອງ​ຢູ
​ເຄຣນ​ທີ່ຕິດກັບຣັດ​ເຊຍ​ນັ້ນ.

​ໃນ​ການ​ກ່າວ​ປາ​ໄສຕໍ່​ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ
ລະດັບ​ສູງ​ສຸດ​ໃນ​ວັນ​ຈັນ​ວານ​ນີ້ທ່ານ Poroshenko ກ່າວ​ວ່າ
ທ່ານ​ຄາດ​ວ່າການບຸກໂຈມຕີ​ຂອງພວກ​ທະຫານຈະ​ກິນ​ເວລາ
​ບໍ່​ເກີນ​ນຶ່ງ​ສັບປະດາ ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ມັນ​ຈະ​ແຜ້ວ​ທາງ​
ສຳລັບ​ການ​ຢຸດ​ຍິງ ​ແລະ​ການ​ເຈ ລະຈາ​ສັນຕິພາບ​ກັນ​ກັບພວກ
​ຫົວ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ. ພ້ອມນີ້ ທ່ານຍັງ​ກ່າວ​ເຊັ່ນ​
ກັນ​ວ່າ ທະຫານ​ຢູ​ເຄຣນ​ໄດ້​ຍຶດ​ດິນ​ແດນ​ຄືນ​ຫຼາຍ​ກວ່າ 10 ​ເປີ​ເຊັນ​ໃນ​ເຂດ​
ຊາຍ​ແດນ​ນັ້ນ ​ແລະ​ວ່າ ມີ​ການຈັດ​ຕັ້ງ​ດ່ານ​ກວດກາ​ແຫ່ງ​ຕ່າງໆ ທີ່​ມີ​ວັດຖຸ​ປະ
ສົງ​ເພື່ອ​ຢຸດ​ການ​ລຳລຽງ​ອາວຸດ​ຍຸດ​ໂທ​ປະກອນ​ຂອງຣັດ​ເຊຍ​ເຂົ້າ​ໄປໃນ​ປະ​ເທດ​
ຂອງ​ທ່ານ​.
Ukrainians Boycott Russian Goods as Tensions Escalate Over Gas - and Chocolate
please wait

No media source currently available

0:00 0:02:31 0:00

ການປາໄສຂອງ​ທ່ານ Poroshenko ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​
ບໍລິສັດ​ພະລັງງານ​ຍັກ​ໃຫຍ່ Gazprom ຂອງຣັດ​ເຊຍຕັດ​ການ ​ສົ່ງ​ແກ​ສທຳ​ມະ​ຊາດ
​ໃຫ້​ຢູ​ເຄຣນປະ​ເທດ​ເພື່ອນ​ບ້ານ​ທີ່​ກາງ​ຕໍ່​ພະລັງງານ​ຈາກຣັດ​ເຊຍ ຫຼັງ​ຈາກ​ລັດຖະ
ບານ​ Kyiv ບໍ່​ສາມາດ​ຈ່າຍ​ໜີ້​ສິນ​ຈຳນວນ​ ເກືອບ 2 ຕື້ດອນລາເພື່ອຫຼຸດຜ່ອນໜີ້
ສິນລົງທັນກັບເສັ້ນ​ຕາຍ​ທີ່ບໍລິສັດ​ໄດ້ວາງ​ໄວ້.

ບໍລິສັດ Gazprom ກ່າວ​ວ່າ ບັດ​ນີ້ ຢູ​ເຄຣນຈະ​ຕ້ອງ​ຈ່າຍ​ເງິນ​ລ່ວງ​ໜ້າເສຍກ່ອນສຳລັບ ​
ແກັ​ສທຳ​ມະ​ຊາດໃດໆທີ່ຢູ​ເຄຣນຕ້ອງການ​ຕື່ມ​ອີກ​ນັ້ນ.
ukraine17june14
please wait
Embed

No media source currently available

0:00 0:02:12 0:00
XS
SM
MD
LG