ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Yanukovych ພົບປະຫາລື ກັບ 3 ອະດີດ ປະທານາທິບໍດີ ຢູເຄຣນ (ສະໄລດ໌)


ຕໍາຫຼວດ​ໃນ​ຊຸດປາບຈາລະຈົນ​ໃນ​ທ່າ​ຕຽມ​ພ້ອມ ຮັບມືກັບພວກ
ປະທ້ວງ ຢູ່ຂ້າງນອກ​ໂຮງການລັຖຖະບານຫຼາຍໆ​ແຫ່ງ.
ຕໍາຫຼວດ​ໃນ​ຊຸດປາບຈາລະຈົນ​ໃນ​ທ່າ​ຕຽມ​ພ້ອມ ຮັບມືກັບພວກ ປະທ້ວງ ຢູ່ຂ້າງນອກ​ໂຮງການລັຖຖະບານຫຼາຍໆ​ແຫ່ງ.
ໃນວັນອັງຄານມື້ນີ້ ປະທານາທິບໍດີ Ukraine ທ່ານ Victor
Yanukovych
ພົບປະກັບ 3 ອະດີດ ປະທານາທິບໍດີຂອງ
Ukraine ແລະຫົວໜ້າຝ່າຍນະໂຍບາຍຕ່າງປະເທດ ຂອງ
ສະຫະພາບຢູໂຣບ ເພື່ອປຶກສາຫາລື ກ່ຽວກັບ​ເລື້ອງທີ່ທ່ານ
ໄດ້ປະຕິເສດ ບໍ່ຍອມລົງນາມໃນຂໍ້ຕົກລົງ ການຄ້າຂອງ ອີ​ຢູ
​ແທນ​ການ​ມີ​ສາຍ​ພົວພັນ​ທີ່ໃກ້ຊິດຂຶ້ນກັບຣັດເຊຍນັ້ນ.

ທ່ານ Yanukovych ພົບປະກັບ ອະດີດ ປະທານາທິບໍດີ
Victor Yuschenko, Leonid Kuchma ກັບ​ທ່ານ
Leonid Krachuk ​ແລະ ພົບປະກັບ ທ່ານນາງ Catherine
Ashton
ຫົວໜ້ານະໂຍບາຍຕ່າງປະເທດ ຂອງອີ​ຢູ ໃນຂະນະ
ທີ່ທ່ານນາງທໍາການຢ້ຽມຢາມ Ukraine ເປັນເວລາ 2 ມື້ນັ້ນ.

ໃນຂະນະດຽວກັນນັ້ນ, ພວກປະທ້ວງຕໍ່ລັດຖະບານ ກໍໄດ້ພາກັນຕັ້ງຄ້າຍ ຢູ່ຕາມຖະໜົນ
ຫົນທາງ ຂ້າງນອກນະຄອນຫຼວງ Kyiv ເພື່ອປະທ້ວງຕໍ່ການຕັດສິນໃຈຂອງປະທານາ
ທິບໍດີ Yanukovych ທີ່ປະຕິເສດ ບໍ່ຍອມລົງນາມໃນຂໍ້ຕົກລົງການຄ້າ ກັບ​ອີ​ຢູ.


ຄືນວັນຈັນວານນີ້ ​ຕໍາຫຼວດ​ໃນ​ຊຸດປາບຈາລະຈົນ ໄດ້ທັບມ້າງຄ້າຍພວກປະທ້ວງ ຢູ່ຂ້າງ
ນອກ​ໂຮງການລັຖຖະບານຫຼາຍໆ​ແຫ່ງ. ພວກເຫັນເຫດການກ່າວວ່າ ພວກປະທ້ວງບາງ
ຄົນ ໄດ້ຮັບບາດເຈັບ​ໃນການປະທະກັນ ໃນຕອນກາງຄືນນັ້ນ ທີ່​ປະກົດ​ວ່າບໍ່ຮຸນແຮງ ຫຼາຍ
​ເທົ່າ​ກັບ​ການ​ປະ​ທະ​ກັນ ລະຫວ່າງພວກປະທ້ວງກັບຕໍາຫຼວດ ໃນອາທິດແລ້ວນີ້.

ພັກການເມືອງຂອງຜູ້ນໍາຝ່າຍຕ້ານ ທ່ານນາງ Yulia Tymoshenko ທີ່​ຖືກ​ຂັງ​ຄຸກ​
ຢູ່​ນັ້ນ ກ່າວວ່າ ຕໍາຫຼວດປາບຈະລາຈົນ ໄດ້ເຂົ້າກວດ​ຄົ້ນສໍານັກ​ງານ​ໃຫຍ່ຂອງ​ຕົນໃນ
ວັນຈັນວານນີ້ ​ແລະ​ໄດ້​ຍຶດ​ເອົາ server ຂອງຄອມພິວເຕີ​ໄປ. ທາງຕໍາຫຼວດນະຄອນ
ຫຼວງ ໄດ້ປະຕິເສດຕໍ່ ຂໍ້ກ່າວຫາດັ່ງກ່າວ.

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໄດ້​ໂທລະສັບ​ໄປ​ຫາທ່ານ Yanu-
kovych
ໃນວັນຈັນວານນີ້ ແລະບອກທ່ານວ່າ ຄວາມຮຸນແຮງບໍ່ມີບ່ອນຢູ່ໃນສັງຄົມ
ປະຊາທິປະໄຕ​. ​ແລະທ່ານຮຽກຮ້ອງໃຫ້ຜູ້ນໍາ Ukraine ທໍາ​ການໂອ້ລົມສົນທະນາກັບ
ຝ່າຍຄ້ານ.
XS
SM
MD
LG