ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ຮ້ອງຂໍ ໃຫ້ສົ່ງ​ກຳລັງ ​ຮັກສາ​ສັນຕິພາບ ນາໆ​ຊາດ ໄປຍັງຢູເຄຣນ


Ukraine UPD CNPK
please wait
Embed

No media source currently available

0:00 0:02:23 0:00

ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ໄດ້ຮຽກຮ້ອງ
ໃຫ້ສົ່ງກອງກຳລັງຮັກສາສັນຕິພາບນາໆຊາດໄປຍັງປະເທດຂອງ
ທ່ານ ຫຼັງຈາກທີ່ໄດ້ສັ່ງໃຫ້ກຳລັງທະຫານຈຳນວນຫຼາຍພັນຄົນ
ຖອນອອກຈາກເມືອງ Debaltseve ຊຶ່ງເປັນເມືອງຍຸດທະສາດ
ໃນພາກຕາ ເວັນອອກຂອງປະເທດ ທີ່ໄດ້ເຂົ້າຍຶດເອົາໂດຍກຸ່ມ
ກະບົດແບ່ງແຍກດິນແດນທີ່​ນິຍົມຣັດ​ເຊຍ ນັ້ນ.

ແຜນທີ່ ເມືອງ Debaltseve ຢູເຄຣນ
ແຜນທີ່ ເມືອງ Debaltseve ຢູເຄຣນ

ອິງຕາມຖະແຫຼງການຂອງທຳນຽບປະທານາທິບໍດີ Poroshenko
ໃນແລງວັນພຸດວານນີ້ ແລ້ວແມ່ນວ່າ ກະຊວງປ້ອງກັນປະເທດ
ຂອງຢູເຄຣນ ແລະສະພາຄວາມໝັ້ນຄົງ ໄດ້ຕັດສິນໃຈວ່າ ຄວນຈະ
ຮ້ອງຂໍໃຫ້ອົງການສະຫະປະຊາຊາດສົ່ງ “ກອງກຳລັງຮັກສາ
ສັນຕິພາບ ທີ່ຈະປະຕິບັດພາລະກິດຕາມຄຳສັ່ງຂອງສະພາ
ຄວາມໝັ້ນຄົງ.”

ການເຄື່ອນໄຫວທີ່ວ່ານີ້ ມີຂຶ້ນ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ
ທີ່ກອງກຳລັງຂອງຢູເຄຣນ ຈຳນວນ ຫຼາຍພັນຄົນ ໄດ້ຖອນ
ອອກຈາກເມືອງ Debaltseve ຫົວເມືອງຍຸດທະສາດທີ່
ເປັນສູນ​ກາງ​ ທາງລົດ​ໄຟ ເຊື່ອມໂຍງ​ເຂດທີ່ໝັ້ນຂອງພວກ
ກະບົດແບ່ງແຍກດິນແດນ ລະຫວ່າງ​ເຂດ Luhansk
​ແລະ Donetsk.

ການຮ້ອງຂໍ ໃຫ້ສົ່ງ​ກອງກຳລັງ​ຮັກສາ​ສັນຕິພາບນາໆ​ຊາດໄປຍັງຢູເຄຣນ ​ໄດ້​ຖືກ​ປະຕິ​ເສດ ​ໃນ​ວັນ​ພະຫັດ​ມື້​ນີ້ ຈາກ​ທັງ Moscow ​ແລະ​ຜູ້ນຳ​ຂອງ​ພວກ​ກະບົດ.

ທ່ານ Vitaly Chukin ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ ການ​ຮ້ອງ​ຂໍທີ່​ວ່າ​ນີ້ ສະ​ແດງ​ໃຫ້​ເຫັນວ່າ ລັດຖະບາ​ນ Kyiv ພວມ​ພະຍາຍາມ​ທີ່​ຈະ​ເປັນ​ບ່ອນ​ທຳລາຍ ການ​ຕົກລົງ​ຢຸດ​ຍິງ​ທີ່​ໄດ້​ບັນລຸ ​ໃນ​ສັບປະດາ​ແລ້ວ​ນີ້ ​ທີ່ນະ​ຄອນ Minsk ປະເທດ Belarus.

ເບິ່ງວີດີໂອເພີ້ມຕື່ມ ກ່ຽວກັບຢູເຄຣນ Ukraine ໂດຍ Zlatica Hoke

World Leaders Demand Access for Monitors to Eastern Ukraine
please wait

No media source currently available

0:00 0:02:50 0:00

XS
SM
MD
LG