ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ຄວາມ​ໝັ້ງ​ຄົງ ສ​ປ​ຊ ໃນ​ວັນ​ປະ​ກາດ​ເອ​ກະ​ລາດ


ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ຄວາມ​ໝັ້ງ​ຄົງ​ຜ່ານ​ທາງວິ​ດີ​ໂອ ໃນ​ລະ​ຫວ່າງກອງ​ປະ​ຊຸມ ກ່ຽກ​ວັບ ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ສາ​ກົນ ແລະ ຄວາມ​ໝັ້ນ​ຄົງ, ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, 24 ສິງ​ຫາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ຄວາມ​ໝັ້ງ​ຄົງ​ຜ່ານ​ທາງວິ​ດີ​ໂອ ໃນ​ລະ​ຫວ່າງກອງ​ປະ​ຊຸມ ກ່ຽກ​ວັບ ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ສາ​ກົນ ແລະ ຄວາມ​ໝັ້ນ​ຄົງ, ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, 24 ສິງ​ຫາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໃນ​ວັນ​ພຸ​ດ​ວານນີ້​ໄດ້​ເອີ້ນ​ສົງ​ຄາມດົນ 6 ເດືອນ​ຂອງ ຣັດ​ເຊຍ ຕໍ່​ປະ​ເທດ​ຂອງ​ທ່ານ​ວ່າ “ບ້າ” ແລະ ໄດ້​ກ່າວ​ວ່າ ​ໂລກ​ມີ​ຜົນ​ປະ​ໂຫຍດ​ໃນ​ຄວາມ​ປອດ​ໄພ​ຂອງ ຢູ​ເຄ​ຣນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ຄົບ​ຮອບ​ການ​ປະ​ກາດ​ເອ​ກະ​ລາດ​ຂອງ ຢູ​ເຄ​ຣນ 31 ປີຈາກ​ອະ​ດີດ​ສະ​ຫະ​ພາບ ໂຊ​ຫວຽດ ວ່າ “ມື້ນີ້, ປະ​ເທດ​ຂອງ​ພວກ​ເຮົາ​ສະ​ເຫຼີມ​ສະ​ຫຼອງ ວັນ​ປະ​ກາດ​ເອ​ກະ​ລາດ, ແລະ ຕອນນີ້​ພວກ​ທ່ານ​ທຸກ​ຄົນ​ສາ​ມາດ​ເຫັນ​ໄດ້​ວ່າ​ໂລກ​ໄດ້​ເພິ່ງ​ພາ​ອາ​ໄສ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ພວກ​ເຮົາຫຼາຍ​ຊ່ຳ​ໃດ.”

ທ່ານ​ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງວິ​ດີໂອ​ວ່າ “ມັນ​ແມ່ນ​ເຂດ​ແດນ​ຂອງ ຢູ​ເຄ​ຣນ ທີ່​ອະ​ນາ​ຄົດ​ຂອງ​ໂລກ​ໄດ້ທຳ​ການ​ຕັດ​ສິນ​ໃຈ​ວ່າ​ພວກ​ເຮົາ​ຈະ​ມີ​ອະ​ນາ​ຄົດ​ເລີຍຫຼືບໍ່. ນີ້​ກໍ​ຍັງ​ຖືກ​ຕັດ​ສິນ​ຢູ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ເຊັ່ນ​ກັນ ແລະ ໃນ​ທ່າ​ເຮືອ​ແຄ​ມ​ທະ​ເລ​ຂອງ​ພວກ​ເຮົາ ແລະ ພາກ​ພື້ນດອນ​ບາ​ສ ແບະ ໃນ​ແຫຼມ​ໄຄ​ຣ​ເມຍ. ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ພວກ​ເຮົາ​ ແມ່ນ​ຄວາມ​ປອດ​ໄພ​ຂອງ​ພວກ​ທ່ານ.”

ຣັດ​ເຊຍ ໄດ້​ເລີ່ມ​ການ​ບຸກ​ລຸກ​ຂອງ​ເຂົາ​ເຈົ້າ​ເມື່ອ​ຫົກ​ເດືອນ​ທີ່​ຜ່າ​ນ​ມາ​ພໍ​ດີ, ດ້ວຍ​ການ​ຖິ້ມ​ລະ​ເບີດ​ໃສ່​ເມືອງ​ຕ່າງໆ​ຂອງ​ຢູ​ເຄ​ຣນ, ເຮັດ​ໃຫ້​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ ແລະ ບາດ​ເຈັບຫຼາຍ​ພັນ​ຄົນ ແລະ ຂົ່ມ​ຂູ່ ກ່ຽວ​ກັບ ຄວາມ​ປອດ​ໄພ​ດ້ານ​ນິວເຄ​ລຍ. ຜົນ​ກະ​ທົບ​ຂອງ​ສົງ​ຄາມ​ນັ້ນ​ຍັງ​ໄດ້​ກໍ່​ໃຫ້​ລາ​ຄາອ​າ​ຫານ, ຝຸ່ນ ແລະ ພະ​ລັງ​ງານ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ. ໂຄງ​ການ​ອາ​ຫານ​ໂລກ​ເວົ້າ​ວ່າ ອີກ 47 ລ້ານຄົນ​ແມ່ນ​ອິດ​ຫິວ​ຢ່າງ​ຮຸນ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ສົງ​ຄາມ.

ທ່ານ ເຊ​ເລນ​ສ​ກີ ໄດ້​ກ່າວ​ວ່າ “ແມ່ນ​ກະ​ທັ້ງ​ດຽວນີ້​ໃນ​ສັດ​ຕະ​ວັດ​ທີ 21, ເຈົ້າ​ຍັງ​ຕ້ອງ​ໄດ້​ຕໍ່​ສູ້​ເພື່ອ​ຮັກ​ສາ​ຊີ​ວິດ​ຂອງ​ປະ​ຊາ​ຊົນຫຼາຍ​ສິບ​ລ້ານ​ຄົນ​ໃນ​ປະ​ເທດ​ທີ່​ແຕກ​ຕ່າງ​ກັນ​ນັບ​ຈາກ​ຄວາມ​ອຶດ​ຫິວ​ທຽມ, ເຊິ່ງ​ແມ່ນອັນ​ທີ່​ຖືກ​ເຮັດ​ຂຶ້ນ​ມາ, ​ທີ່ຖືກ​ກະ​ຕຸ້ນ​ໂດຍ​ປ​ະ​ເທດ​ນຶ່ງ​ດ້ວຍ​ການ​ຮຸກ​ຮານ​ທີ່​ບ້າ​ຂອງ​ເຂົາ​ເຈົ້າ.”

ກ່ອນ​ສົງ​ຄາມ​ດັ່ງ​ກ່າວ, ຝ່າຍ​ກະ​ສິ​ກຳ​ຂອງ ຢູ​ເຄ​ຣນ ໄດ້​ຜະ​ລິດ​ອາ​ຫານ​ພຽງ​ພໍ​ເພື່ອ​ລ້ຽງ​ປະ​ຊາ​ຊົນ 400 ລ້ານ​ຄົນ​ໃນ​ທົ່ວ​ໂລກ. ນັບ​ຕັ້ງ​ແຕ່​ເດືອນ​ກຸມ​ພາ​ເປັນ​ຕົ້ນ​ມາ, ອາ​ຫານ​ປະ​ເພດ​ເມັດຫຼາຍ​ກວ່າ 20 ລ້ານ​ໂຕນ ​ແມ່ນ​ໄດ້​ຄ້າງ​ຄາ​ຢູ່​ໃນ​ສາງ ແລະ ເທິງ​ເຮືອ​ກຳ​ປັ່ນ ​ທີ່​ຖືກ​ກີດ​ກັ້ນ​ໂດຍ ຣັດ​ເຊຍ ໃນ​ທະ​ເລ​ດຳ.

ຂໍ້​ຕົກ​ລົງ​ທີ່​ຖືກ​ເຊັນ​ໃນນະ​ຄອນ ອິ​ສ​ຕານ​ບູ​ລ, ປະ​ເທດ ເທີ​ກີ ເມື່ອ​ເດືອນ​ທີ່​ຜ່ານ​ມາ​ໄດ້​ອະ​ນຸ​ຍາດ​ໃຫ້​ມີ​ການ​ປ່ອຍ​ຜະ​ລິດ​ຕະ​ພັນ​ຈຳ​ນວນ​ນຶ່ງ, ດ້ວຍ​ອາ​ຫານ​ປະ​ເພດ​ເມັດ​ເກືອບ 770,000 ໂຕນ ແລະ ຜະ​ລິດ​ຕະ​ພັນ​ອາ​ຫານ​ອື່ນໆ​ຖືກ​ຂົນ​ອອກ​ຈາກ​ທ່າ​ເຮືອ​ສາມ​ແຫ່ງ​ຂອງ ຢູ​ເຄ​ຣນ, ແຕ່​ມັນ​ເປັນ​ພຽງ​ສ່ວນ​ນຶ່ງ​ຂອງ​ສິ່ງ​ທີ່​ຕ້ອງ​ການ​ເພື່ອ​ໄປ​ເຖິງ​ຕະຫຼາດ​ສາ​ກົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG