ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຢູເຄຣນ ​ປະຕິຍານວ່າ​ ຈະ​ເພີ້​ມງົບປະມານ ​ສຳ​ຫລັບດ້ານ​ທະຫານ ​ຕື່ມເຖິງ 3 ຕື້ດອລລ່າ (ສະໄລດ໌/ວີດີໂອ)


UKRAINE VO
please wait
Embed

No media source currently available

0:00 0:00:53 0:00

ເບິ່ງວີດີໂອ ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ກ່າວຄຳ​ປາ​ໄສ ​ໃນ​ພິທີ​ຂີດໝາຍວັນ​ເອກະລາດ 23 ປີ ຫຼັງຈາກ ​ການ​ແຕກ​ແຍກ​ອອກ​ຈາກ​ກັນ ຂອງ​ສະຫະພາບໂຊ​ຫວຽດ,​ ວັນທີ 24 ສິງຫາ 2014.

ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ​ໄດ້
​ສາບານ​ທີ່​ຈະ​ເພີ້​ມງົບປະມານ​ສຳ​ຫລັບ​ດ້ານ​ທະຫານ​ຕື່ມ ​ເຖິງ
3 ຕື້​ດອລລ່າ ​ໃນ​ລະຍະ 2-3 ປີ​ຂ້າງ​ໜ້າ ຍ້ອນ​ການ​ຂົ່ມຂູ່​ຢ່າງ
​ຕໍ່​ເນື່ອງ ຂອງ​ພວກແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ຢູ່​ພາກ​
ຕາ​ເວັນ​ອອກຂອງ​ຢູ​ເຄຣນນັ້ນ.

ທ່ານ Poroshenko ​ໄດ້ມີ​ຄວາມ​ເຫັນດັ່ງ​ກ່າວ ​ໃນ​ວັນ​ອາທິດ
​ມື້​ນີ້ ໃນ​ຄຳ​ປາ​ໄສທີ່​ທ່ານ​ກ່າວ​ ​ໃນ​ພິທີ​ຂີດໝາຍວັນ​ເອກະລາດ
23 ປີ ຫຼັງຈາກ​ການ​ແຕກ​ແຍກ​ອອກ​ຈາກ​ກັນ ຂອງ​ສະຫະພາບ
​ໂຊ​ຫວຽດ​.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະ ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ໃນລະຫວ່າງພົບປະກັນ ຢູ່ນະຄອນຫລວງ Kyiv ປະເທດຢູເຄຣນ, ວັນທີ 23 ສິງຫາ 2014.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະ ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ໃນລະຫວ່າງພົບປະກັນ ຢູ່ນະຄອນຫລວງ Kyiv ປະເທດຢູເຄຣນ, ວັນທີ 23 ສິງຫາ 2014.

ທ່ານ​ກ່າວ​ຕໍ່​ຝຸງ​ຊົນຫຼາຍພັນ​ຄົນ ​ທີ່​ໄປ​ເຕົ້າ​ໂຮມ​ກັນ​ ຢູ່ໃນ​
ຈະ​ຕຸ​ລັດເອກະ​ລາດ ​ເພື່ອ​ຊົມ​ການສວນສະໜາມ​ຂອງ​ກອງ
ທະຫານ​ຢູ​ເຄຣນ ວ່າ ​ມັນ​ເປັນ​ທີ່​ຈະແຈ້ງວ່າ ການ​ຂົ່ມຂູ່​ຂອງ
ພວກແບ່ງ​ແຍກ​ດິນ​ແດນ ​ຍັງ​ຈະ​ “ປົກ​ຄຸມຢູ​ເຄຣນຢູ່” ​ ໃນ​
ລະຍະ​ທີ່ແລເຫັນ​ໄດ້ ​ໃນອານາ​ຄົດ​ນັ້ນ ​ແລະວ່າ ປະ​ເທດ​ຊາດ
ຕ້ອງ​ກຽມພ້ອມ ​ເພື່ອ​ປ້ອງ​ກັນ​ຕົນ​ເອງ.

ໃນ​ວັນ​ເສົາ​ວານ​ນີ້ ບັນດາ​ຜູ້​ສັງ​ເກດ​ການ​ຈາກ​ປະ​ເທດ​
ຕາ​ເວັນຕົກ ກ່າວ​ວ່າ ຂະ​ບວນລົດ​ຂົນ​ສົ່ງ ເຄື່ອງຊ່ວຍ​ເຫຼືອ
ຂອງຣັດ​ເຊຍ ທີ່​ໄດ້​ຂ້າມຊາຍແດນ​ເຂົ້າ​ໄປ​ ໃນ​ຢູ​ເຄຣນ​ເມື່ອ
ວັນສຸກ​ຜ່ານ​ມານັ້ນ ​ໄດ້​ກັບ​ຄືນໄປຣັດ​ເຊຍ ຊຶ່ງ​ໄດ້​ຜ່ອນຄາຍ
​ຄວາມ​ເຄັ່ງ​ຕຶງລະຫວ່າງງ​ນາໆຊາດລົງ ​ໃນ​ຂະນະ​ທີ່ ນາຍົກ
ລັດຖະມົນຕີ​ເຢຍຣະມັນ​ ທ່ານນາງ Angela Merkel ເດີນ
ທາງໄປ​ເຖິງ​ນະຄອນຫລວງ​ຂອງຢູ​ເຄຣນ ພ້ອມ​ກັບກ່າວວ່າມີ​ຄວາມ​ຫວັງ​ສຳ​ຫລັບ​ ສັນຕິ
ພາບ ​ຄືນ​ໃໝ່.

ທ່ານນາ​ງ Merkel ​ໄດ້​ພົບ​ປະ​ກັບ ປະທານາທິບໍດີ Poroshenko ​ແລະໄດ້ສັນຍາຈະ
ໃຫ້ການຊ່ວຍ​ເຫຼືອຂອງ​ເຢຍລະ​ມັນ ມູນ​ຄ່າ 660 ລ້ານ​ດອລລ່າ ເພື່ອ​ສ້າງສາຄືນ​ໃໝ່​
ເມືອງຕ່າງໆ​ຢູ່ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່​ໄດ້​ຖືກທຳລາຍ​ເສຍ​ຫາຍ​ໜັກ ຍ້ອນ​
ການ​ສູ້​ລົບ​ກັນ​ ຕະຫລອດ​ເວລາຫຼາຍ​ເດືອນ​ທີ່​ຜ່ານ​ມາ.

6071WD UKRAINE CRISIS MERKEL POROSHENKO
please wait

No media source currently available

0:00 0:02:27 0:00

XS
SM
MD
LG