ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຢູເຄຣນ ຈັບອະດີດ ປະທານາທິບໍດີ ຈໍເຈຍ ທ່ານຊາກາສວີລີ ຄືນອີກ


ພວກເຈົ້າໜ້າທີ່ຕຳຫລວດ ຢືນຍາມຢູ່ໃກ້ກັບບ່ອນຄຸມຂັງຊົ່ວຄາວ ຂອງອະດີດປະທານາທິບໍດີຈໍເຈຍ ທ່ານມີຄາຍລ໌ ຊາກາສວີລີ.
ພວກເຈົ້າໜ້າທີ່ຕຳຫລວດ ຢືນຍາມຢູ່ໃກ້ກັບບ່ອນຄຸມຂັງຊົ່ວຄາວ ຂອງອະດີດປະທານາທິບໍດີຈໍເຈຍ ທ່ານມີຄາຍລ໌ ຊາກາສວີລີ.

ຕຳຫລວດ​ຢູ​ເຄຣນ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ຈັບ​ອ​ະດີດປະທານາທິບໍດີ​ຈໍ​ເຈຍ ທ່ານມີ​ຄາຍລ໌
ຊາກາ​ສວີ​ລີ ຫລັງ​ຈາກທ່ານ​ໄດ້ຖືກ​ປ່ອຍໂຕ ຈາກການຄຸມຂັງຂອງຕຳຫລວດ ໃນ​ຕົ້ນ​ອາ
ທິດ​ນີ້ ​ໂດຍບັນດາ​ຜູ້​ສະໜັບສະ​ໜູນ​ທ່ານ.

ບັນດາ​ໄອ​ຍະ​ການ​ກ່າວ​ວ່າ ຕຳຫລວດ​ໄດ້​ຈັບ​ທ່ານ ຊາກາ​ສວີ​ລີ ຢູ່ນະຄອນກີຢິບ ​ແລະ​ຄຸມ
ຕົວ​ທ່ານໄວ້​ຢູ່​ບ່ອນ​ກັກຂັງຊົ່ວຄາວ. ຜູ້​ສະໜັບສະໜູນ​ຫລາຍ​ຮ້ອຍ​ຄົນ​ພາກັນ​ເຕົ້​າ​ໂຮມ​ກັນ
​ຢູ່​ນອກ​ສະຖານ​ທີ່ດັ່ງກ່າວ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້. ໂດຍພາກັນຮ້ອງ​ໂຮຂຶ້ນ​ວ່າ
“ໜ້າ​ລະອາຍ.”

ການ​ຈັບ​ກຸມນີ້ ​ເປັນ​ການເຄື່ອນໄຫວ​ຫລ້າ​ສຸດ ​ໃນ​ການ​ຂັດ​ແຍ້​ງ ທີ່​ມີມາດົນ​ນານ ລະຫວ່າງ
ທ່ານ​ຊາກາ​ສວີ​ລີ ​ແລະ​ປະທານາທິບໍດີ​ຢູ​ເຄຣນ ທ່ານ​ເປ​ໂຕຣ ​ໂປ​ໂຣ​ເຊັນ​ໂກ ຜູ້​ທີ່​ໄດ້​ໃຫ້
ການອຸບປະຖຳທ່ານມາ​ຄັ້ງ​ນຶ່ງ.

​ໃນ​ຕົ້ນ​ອາທິດ​ນີ້ ທ່ານ​ຊາກາ​ສວີ​ລີ ​ໄດ້​ປິນຂຶ້ນ​ໄປ​ຫລັງຄາເພື່ອ​ຫລີກ​ລ່ຽງການ​ຈັບ ​ກຸມ​ໂດຍ​
ເຈົ້າ​ໜ້າ​ທີ່​ຕຳຫລວດ ​ແລະ​ຕໍ່​ມາ​ໄດ້​ຫລົບໜີ​ອອກ​ຈາກລົດ​ຕູ້​ຕຳຫລວດ​ໂດຍ​ພວກ​ປະ​ທ້ວງ ທ່າມກາງ​ການ​ປະ​ທະ​ ກັບ​ເຈົ້າໜ້າທີ່ປະຕິບັດກົດໝາຍ.

ທ່ານ​ຊາກາ​ສວີ​ລີ ​ໄດ້​ເປັນ​ຜູ້​ປົກຄອງ​ເຂດ​ ຢູ່​ໃນ​ຢູ​ເຄຣນ​ໃນ​ປີ 2015 ດ້ວຍ​ການ​ເຊີນ​ຂອງ​ປະທານາທິບໍດີ ​ເປ​ໂຣ​ເຊັນ​ໂກ. ​ແຕ່ແນວ​ໃດ​ກໍ​ຕາມ ບຸກຄົນ​ທັງ​ສອງ​ຕໍ່​ມາ​ໄດ້​ເກີດການ
ຂັດແຍ້ງກັນ ​ໂດຍ​ທີ່​ທ່ານ​ຊາ​ກາ​ສວີ​ລີ ກ່າວ​ຫາ​ປະທານາທິບໍດີ​ວ່າ ​ສໍ້​ລາດ​ບັງ​ຫລວງ ​ແລະ
ຮຽກ​ຮ້ອງ​ໃຫ້​ມີ​ການ​ປົດທ່ານ​ອອກ​ຈາກ​ໜ້າທີ່.

ທ່ານ​ໄມ​ເກີ​ລ ​ໂບຊິ​ເອິສກິ​ວ ນັກວິ​ເຄາະກິດຈະການໂລກ ​ແລະ​ອະ​ດີດ​ໂຄສົກ ​ຂອງອົງການ
ໂອ​ແອ​ສຊີ​ອີ ກ່າວ​ຕໍ່​ວີ​ໂອ​ເອພາສາ​ຢູ​ເຄຣນວ່າ ​ເຫດການໃນ​ອາທິດ​ນີ້ ກຳລັງ​ນຳພາ​ປະ​ເທດ​ດັ່ງກ່າວໄປ​ສູ່​ຈຸດ​ອັນ​ຕະລາຍ.

ທ່ານ​ໂບຊິ​ເອີ​ສກິ​ວ ກ່າວ​ວ່າ “ດ້ວຍການ​ປະຕິບັດ​ຢ່າງ​ແຮງ ​ໃນ​ອາທິດ​ທີ່​ຜ່ານ​ມາ​ໂດຍ​ລັດຖະບານທ່ານ​ໂປ​ໂຣ​ເຊັນ​ໂກ ປາກົດ​ວ່າ​ ຢູ​ເຄຣນ​ໄດ້​ໄປເຖິງ​ຈຸດ​ອັນ​ຕະ ລາຍ. ​ໄຊຊະນະ
​ແລະ​ຄວາມ​ມ່ວນຊື່ນ​ຂອງ​ແມແດນ ​ໄດ້​ກີດ​ກັ້ນ​ໂດຍ​ອຳ​ນາດ ພະລັງ​ສໍ້​ລາດ ​ແລະ​ທ່ານເປ
ໂຣ​ເຊັນ​ໂກ ກຳລັງ​ສະ​ແດງ​ຕົນ​ເອງ​ເປັນ​ຝ່າຍ​ອ່ອນ​ແອ.”

ທ່ານ​ກ່າວ​ເພີ້ມ​ວ່າ “ຊາກາ​ສວີ​ລີ​ຖືກ​ຈັບໃນແລງ​ມື້​ນີ້ ມີແຕ່ຈະຮັບໃຊ້ເພື່ອກໍ່ໃຫ້ ເກີີດແປວ
ໄຟແຫ່ງພໍ​ໃຈ.”

ອະດິດປະທານາທິບໍດີຢູເ້ຄຣນ ທ່ານມີຄາຍລ໌ ຊາກາສວີລີ ແລະພັນລະຍາ ທ່ານນາງແຊນດຣາ ເຣໂອຣອຟ.
ອະດິດປະທານາທິບໍດີຢູເ້ຄຣນ ທ່ານມີຄາຍລ໌ ຊາກາສວີລີ ແລະພັນລະຍາ ທ່ານນາງແຊນດຣາ ເຣໂອຣອຟ.

ທ່ານ​ຊາກາ​ສວີ​ລີ ​ກ້າວເຂົ້າສູ່​ວົງການ​ເມືອງ​ຢູ່​ໃນຈໍເຈຍ ຊຶ່ງເປັນ​ບ້ານ​ເກີດ​ເມືອງ​ນອນຂອງ
ທ່ານ ບ່ອນ​ທີ່​ທ່ານ​ໄດ້​ຊ່ວຍ​ບັງຄັບ​ໃຫ້​ລັດຖະບານ​ຂອງປະ​ເທດຕ້ອງລາອອກ ໃນລະຫວ່າງ
​ການປະຕິວັດດອກກຸຫລາບ ປີ 2003. ຫລັງຈາກ​ນັ້ນ ​ທ່ານໄດ້​ຮັບຕຳແໜ່ງ​ປະທານາທິບໍ​ດີ
​ຈໍເຈຍ ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ ກ່ອນ​ທີ່ທ່ານຈະຕົກຈາກອຳນາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG