ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ເຕືອນ ພວກປະທ້ວງ ໃຫ້ຢຸດ ສ້າງຄວາມເຄັ່ງຕຶງ (ວີດີໂດ)


ນາຍົກລັດຖະມົນຕີ ຢູເຄຣນ ທ່ານ Mykola Azarov ຊີ້ມື ຢູ່ໃນກອງປະຊຸມ ຄະນະລັດຖະບານ.
ນາຍົກລັດຖະມົນຕີ ຢູເຄຣນ ທ່ານ Mykola Azarov ຊີ້ມື ຢູ່ໃນກອງປະຊຸມ ຄະນະລັດຖະບານ.
ນາຍົກລັດຖະມົນຕີ ຢູ​ເຄຣນ ​ໄດ້​ເຕືອນ​ພວກ​ປະ​ທ້ວງຕໍ່ຕ້ານລັດ
ຖະບານ ​ໃຫ້​ຢຸດ​ເຊົາ​ການ​ສ້າງ​ຄວາມເຄັ່ງ​ຕຶງ ​ໃນ​ຂະນະ​ທີ່ປະ
​ເທດ​ຕ່າງໆ ​ແລະກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນຶ່ງ ສະ​ແດ​ງຄວາມ
​ເປັນ​ຫ່ວງ ກ່ຽວ​ກັບການ​ປາບ​ປາມທັບ​ມ້າງ​ພວກ​ປະ​ທ້ວງ ​ຂອງ​
ຕໍາຫລວດ.

ນາຍົກລັດຖະມົນຕີຢູ​ເຄຣນ ທ່ານ Mykola Azarov ກ່າວ​ໃນ
​ກອງ​ປະຊຸມ​ຄະ ນະ​ລັດຖະບານ ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ລັດຖະບານ
ກຳລັງສະ​ແດງໃຫ້​ເຫັນ​ເຖິງ​ການ ​ອະນຸ​ໂລມ​ຜ່ອນຜັນ ​ແລະ​ເຕືອນ
​ວ່າ ພວກ​ຝ່າຝືນ​ກົດໝາຍ​ ຈະ​ຖືກ​ລົງ​ໂທດ.

ພວກ​ປະ​ທ້ວງ ຍັງພາກັນ​ຕັ້ງຄ້າຍ ​ຢູ່ທີ່ຈະ​ຕຸລັດ ​ໃນ​ເຂດ​ໃຈ​ກາງ​ນະຄອນຫລວງ Kyiv ​ແລະກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Right Watch ທີ່​ມີ​ສຳນັກງານ ຢູ່​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້ເຈົ້າ​ໜ້າ​ທີ່ຢູ​ເຄຣນ ສືບສວນກ່ຽວ​ກັບ​ລາຍ​ງານທີ່ວ່າ ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ໃຊ້​ກໍາລັງເກີນ​ຂອບເຂດ ​ເພື່ອ​ຄວບ​ຄຸມ​ພວກ​ປະ​ທ້ວງ.

Ukraine’s Protesters Enter Parliament But Meet Defeat in Voting
please wait

No media source currently available

0:00 0:02:23 0:00
ລິງໂດຍກົງ


ຢູ່ຖະ​ແຫລ​ງຂ່າວ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນວັນ​ພຸດ​ມື້​ ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Right Watch ກ່າວ​ວ່າ ຕົນ​ໄດ້​ບັນ​ທຶກ​ເຫດການ​ໃນ​ວັນ​ທີ 30 ​ເດືອນ​ພະ​ຈິກ ແລະວັນ​ທີ 1 ​ເດືອນ​ທັນ​ວາ ຊຶ່ງ​ຕໍາ​ຫລວດມີ​ລາຍ​ງານ​ວ່າ ​ໄດ້​ຮັບ​ມື​ກັບ ການປະ​ທ້ວງ​ຢ່າງຮຸນ​ແຮງ ທຸບ​ຕີ​ຄົນ​ຜູ້​ທີ່​ບໍ່​ປະ​ພຶດຢ່່າງ​ຮຸນ​ແຮງ ​ແລະ​ໃນ​ບາງ​ກໍ ລະ​ນີ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ເຈັບ​ຢູ່​ຫົວ. ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດກຸ່ມ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ສືບ​ສວນເບິ່ງ​ເຫດ​ຮ້າຍ​ເຫລົ່າ​ນີ້ ນໍາເອົາ​ພວກ​ຮັບຜິດຊອບ​ ມາລົງ ​ໂທດ ​ແລະ​ເອົາ​ບາດ​ກ້າວເພື່ອຍຸຕິ​ບໍ່​ໃຫ້​ເຫດ​ຮ້າຍ​ໃນ​ທຳນອງ​ນີ້​ເກີດ​ຂຶ້ນອີກ​ໃນ​ອະນາ​ຄົດ.

ການ​ປະ​ທ້ວງ​ໄດ້​ຂະຫຍາຍ​ວົງ​ກວ້າງ​ອອກ ນັບ​ຕັ້ງ​ແຕ່ວັນ​ທີ 21 ​ເດືອນ​ພະຈິກ ​ເປັນຕົ້ນມາ ​ເວລາ
ປະ​ທາ​ນາ​ທິບໍດີຢູ​ເຄຣນ ທ່ານ Viktor Yanukovych ​ໄດ້​ບໍ່ ຍອມ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຄ້າ
ກັບສະຫະພາບຢູ​ໂຣບ ​ໂດຍ​ກ່າວ​ວ່າ ປະ​ເທດ ຂອງ​ທ່ານ​ຈຳ​ເປັນ​ຕ້ອງ​ໄດ້​ສືບ​ຕໍ່​ການ​ມີ​ຄວາມສໍາ
ພັນຢ່າງໃກ້​ຊິດ​ກັບຣັດ​ເຊ​ຍ.
Ukraine
please wait
Embed

No media source currently available

0:00 0:01:50 0:00
XS
SM
MD
LG