ສະພາແຫ່ງຊາດຢູເຄຣນໄດ້ຍົກເລີກກົດໝາຍທີ່ເປັນຂໍ້ຂັດແຍ້ງ
ກັນຊຸດນຶ່ງ ທີ່ຈໍາກັດຮັດແຄບ ການປະທ້ວງໃນທີ່ສາທາລະນະ
ນັ້ນ ໃນຂະນະທີ່ ນາຍົກລັດຖະມົນຕີຢູເຄຣນ ທ່ານ Mykola
Azarov ໄດ້ສະເໜີທີ່ຈະລາອອກ ໃນອັນທີ່ລັດຖະບານເອີ້ນວ່າ
ເປັນຄວາມພະຍາຍາມເພື່ອ ຊຸກຍູ້ໃຫ້ມີການປະນີປະນອມທາງ
ການເມືອງ.
ເວັບໄຊ້ຂອງລັດຖະບານຢູເຄຣນ ໄດ້ປະກາດຂ່າວດັ່ງກ່າວ
ໃນວັນອັງຄານມື້ນີ້ ໂດຍໄດ້ພິມເຜີຍແຜ່ຖະແຫຼງການຂອງທ່ານ
Azarov ທີ່ກ່າວວ່າ ທ່ານຢາກຊຸກຍູ້ໃຫ້ມີ “ການປະນີ ປະນອມ
ກັນທາງສັງຄົມແລະການເມືອງ” ຫຼັງຈາກໄດ້ມີການປະທ້ວງ
ມາເປັນເວລາ 2 ເດືອນ ຊຶ່ງເມື່ອຫວ່າງມໍ່ໆມານີ້ ໄດ້ເກີດການປະທະກັນ ຢ່າງຮຸນແຮງ
ລະຫວ່າງພວກປະທ້ວງແລະຕໍາຫຼວດ.
ທ່ານກ່າວວ່າ ທ່ານຫວັງວ່າ ການລາອອກຂອງທ່ານ ຊຶ່ງຍັງຈະຕ້ອງໄດ້ຮັບການອະນຸມັດ
ຈາກປະທານາທິບໍດີ Viktor Yanukovych ເສຍກ່ອນນັ້ນ ຈະເປີດໂອກາດໃຫ້ມີການ
ແກ້ໄຂຢ່າງ ສັນຕິ ຕໍ່ວິກິດການທາງດ້ານການເມືອງ ຂອງປະເທດໄດ້.
ຫລາຍໆຊົ່ວໂມງຕໍ່ມາ ສະພາແຫ່ງຊາດກໍໄດ້ລົງມະຕິເຫັນດີໃຫ້ຍົກເລີກ ກົດໝາຍຕໍ່ຕ້ານ
ການປະທ້ວງ ທີ່ໄດ້ກໍ່ໃຫ້ເກີດການປະທ້ວງຕໍ່ຕ້ານລັດຖະບານຢ່າງຮຸນແຮງຈຳນວນນຶ່ງ
ຢູ່ນະຄອນ ຫລວງ Kyiv ແລະບ່ອນອື່ນໆນໍາ. ແຕ່ປະທານາທິບໍດີ Yanukovych ກ່າວວ່າ
ການນິລະ ໂທດກໍາໃຫ້ແກ່ພວກປະທ້ວງ ຫລາຍສິບຄົນ ທີ່ຖືກຈັບຢູ່ບ່ອນຊຸມນຸມປະທ້ວງນັ້ນ
ຈະມີຂຶ້ນໄດ້ ກໍຕໍ່ເມື່ອພວກປະທ້ວງພາກັນເອົາ ສິ່ງກີດຂວາງຕ່າງໆທີ່ເຂົາເຈົ້າຕັ້ງຂຶ້ນນັ້ນລົງ
ແລະອອກໄປຈາກຖະໜົນຫົນທາງ.
ປະທານາທິບໍດີ Yanukovych ໄດ້ປະກາດໃນວັນຈັນວານນີ້ວ່າ ທ່ານໄດ້ຕົກລົງທີ່ຈະຍົກ
ເລີກພວກກົດໝາຍຕໍ່ຕ້ານການປະທ້ວງນັ້ນ ຫລັງຈາກໄດ້ພົບປະກັບບັນດາຜູ້ນໍາຝ່າຍຄ້ານ.
ພວກປະທ້ວງ ໄດ້ພາກັນອອກຈາກຕຶກໂຮງການກະຊວງຍຸຕິທໍາ ທີ່ພວກເຂົາເຈົ້າໄດ້ເຂົ້າຍຶດ
ໃນຄືນແລ້ວນີ້ ແຕ່ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ພວກຕົນຈະກັບຄືນມາອີກ ຖ້າຫາກວ່າ ບໍ່ມີ
ຄວາມກ້າວໜ້າເກີດຂຶ້ນ ໃນການຍຸຕິການປະເຊີນໜ້າກັນກັບທາງລັດຖະບານນັ້ນ.
ຜູ້ນໍາຝ່າຍຄ້ານທ່ານ Arseniy Yatsenyuk ໄດ້ປະຕິເສດຢ່າງເປັນທາງການຕໍ່ຂໍ້ສະເໜີ
ຂອງປະທານາທິບໍດີ Yanukovych ທີ່ຈະແຕ່ງຕັ້ງໃຫ້ທ່ານເປັນນາຍົກລົດຖະມົນຕີ ແຕ່ຍັງ
ບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຂໍ້ສະເໜີຫຼ້າສຸດຂອງທ່ານ ທີ່ຈະຍົກເລີກ ກົດໝາຍຕໍ່ຕ້ານ
ການປະທ້ວງນັ້ນ ຈະໄດ້ຮັບການຕອບຮັບແບບໃດ.