ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ບິນ ຢູ​ເຄຣນ ທີ່ຕິດຄຸກ ໃນຣັດເຊຍ ຖືກປ່ອຍຕົວກັບຄືນບ້ານແລ້ວ


Russia Ukraine Pilot
please wait
Embed

No media source currently available

0:00 0:00:32 0:00

ນັກ​ບິນເຮ​ລິ​ຄອບ​ເຕີ​ຄົນ​ນຶ່ງ​ຂອງຢູ​ເຄຣນ ຜູ້​ຊຶ່ງ​ໄດ້ຖືກຂັງຄຸກຣັດ​ເຊຍ ມາເປັນ​ເວລາ​ເກືອບ 2 ປີ ນັ້ນ ​ໄດ້ບິນ​ກັບ​ຄືນເມືອບ້ານຢ່າງ​ສະງ່າ​ຜ່າ​ເຜີຍ ໂດຍຖືກຕ້ອນຮັບ​ແບບ​ວິລະ​ບຸລຸດ​ຜູ້​ກ້າຫານ ຜູ້ນຶ່ງ ຫຼັງ​ຈາກຖືກປົດປ່ອຍໂດຍມີການແລກປ່ຽນກັບມອສກູ.

ນາງ Nadiya Savchenko ​ໄດ້​ກັບ​ຄືນນະຄອນ Kyiv ​ໃນ​ວັນ​ພຸດ​ວານ​ນີ້ ບ່ອນ​ທີ່​ປະທານາ ທິບໍດີ Petro Poroshenko ​ໄດ້​ມອບ​ຫຼຽນ​ກຽດຕິຍົດ​ວິລະ​ບຸລຸດ​ຂອງ​ຢູ​ເຄຣນໃຫ້ ຊຶ່ງ​ເປັນ ກຽດຕິ​ຍົດ​ອັນ​ສູງ​ສຸດ​ຂອງ​ປະ​ເທດ ​ຢູ່ໃນ​ພິທີ​ອັນ​ຍິ່ງ​ໃຫຍ່. ຕອນ​ເຊົ້າ​ຂອງ​ວັນ​ດັ່ງກ່າວ ທະຫານຣັດ​ເຊຍຜູ້​ຕ້ອງ​ສົງ​ໄສ ສອງ​ຄົນ Alexander Alexandrov ​ແລະ Yevgeny Yerofeyev ກໍ​ໄດ້​ກັບ​ຄືນ​ໄປຣັດ​ເຊຍ ​ອັນເປັນ​ພາກສ່ວນຂອງ​ການ​ແລກປ່ຽນ​ສະ​ເລີຍ​ເສິກ.

​ໃນ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ກ່າວວ່າ​ ພັນລະ​ຍາ​ໝ້າຍຂອງ​ນັກ​ຂ່າວສອງ​ຄົນທີ່​ຖືກ​ຂ້າ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ໄດ້​ຮ້ອງຂໍໃຫ້ທ່ານ
ອະ​ໄພ​ຍະ​ໂທ​ດ​ໃຫ້ ນັກ​ບິນຢູ​ເຄຣນຜູ້ນັ້ນ. ທ່ານ Putin ​ກ່າວຕໍ່​ປະ​ເທດ​ຊາດ​ທາງ​ໂທລະພາບ ວ່າ ທ່ານ​ຫວັງ​ວ່າການ​ປ່ອຍ​ຕົວ​ຂອງ​ທ່ານ​ນາງ “ຈະ​ຊ່ອຍ​ຫຼຸດ​ຄວາມ​ເຄັ່ງ​ຕຶງ​ໃນ​ຢູ​ເຄຣນ ລົງ​ແລະ​ຫຼີກ​ລ້ຽງ​ການ​ເສຍ​ເລືອດ​ເນື້ອ​.”

ສານ​ຂອງຣັດ​ເຊຍ ​ໄດ້​ຕັດສິນຈຳ​ຄຸກ ນາງ Savchenko 22 ປີ ຫຼັງ​ຈາກ​ທີ່​ນາງໄດ້​ຖືກກ່າວ​ຫາ​ວ່າສັງຫານ​ພວກ​ນັກ​ຂ່າວ ​ໃນ​ການ​ຕໍ່ສູ້​ກັນ ​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ໃນ​ຂະນະ​ທີ່​ພວກ​ຫົວ​ຮຸນ​ແຮງທີ່ຣັດເຊຍ ​ສະໜັບສະໜຸນ​ໄດ້ຕໍ່ສູ້ກັບ​ລັດຖະບານ​ຢູ​ເຄຣນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG