ມີການຍິງລູກສອນໄຟລູກນຶ່ງເຂົ້າໃສ່ລົດເມໂດຍສານ ໃນພາກ
ຕາເວັນອອກຂອງຢູເຄຣນ ໃນວັນອັງຄານວານນີ້ ທີ່ໄດ້ສັງຫານ
ພົນລະເຮືອນ ຢ່າງນ້ອຍ 11 ຄົນ ໃກ້ໆກັບເມືອງ Donetsk
ຊຶ່ງເປັນເຂດທີ່ກຸ່ມຫົວແບ່ງແຍກດິນແດນ ຄຸ້ມຄອງຢູ່ນັ້ນ.
ເຈົ້າໜ້າທີ່ ທີ່ນິຍົມລັດຖະບານ ກ່າວວ່າ ລົດເມໂດຍສານຄັນນີ້
ແມ່ນມຸ້ງໜ້າໄປຍັງດ່ານກວດຂອງທະຫານ ເວລາທີ່ມັນໄດ້ຖືກລູກສອນໄຟຍິງເຂົ້າໃສ່ ຈາກຖານຍິງລູກສອນໄຟຫລາຍໆລູກພ້ອມກັນນັ້ນ.
ປະທານາທິບໍດີ Petro Poroshenko ໄດ້ກ່າວວ່າ ການຕາຍຄັ້ງນີ້“ມັນໄດ້ສັ່ນສະເທືອນຈິດໃຈຢ່າງເຢືອກເຢັນ” ທ່ານໄດ້ກ່າວປະນາມພວກຫົວແບ່ງແຍກດິນແດນ ທີ່ນິຍົມຣັດເຊຍ ໃນທັນທີ.
ກຸ່ມຫົວແບ່ງແຍກດິນແດນ ໄດ້ກ່າວປະຕິເສດຕໍ່ການຮັບຜິດຊອບຄັ້ງນີ້.
ການໂຈມຕີລົດເມ ນີ້ແມ່ນສະແດງເຖິງຄວາມເສຍຫາຍຮ້າຍແຮງອີກຄັ້ງນຶ່ງຕໍ່ຄວາມພະຍາ
ຍາມໃນການຈັດຕັ້ງປະຕິບັດ ການຢຸດຍິງກັນຂອງເດືອນກັນຍາແລ້ວນີ້ ລະຫວ່າງລັດຖະບານ
ຢູເຄຣນ ແລະກຸ່ມຫົວແບ່ງແຍກດິນແດນ ທີ່ນິຍົມຣັດເຊຍ.
ກອງປະຊຸມລະຫວ່າງບັນດາຜູ້ນຳ ຝຣັ່ງ ເຢຍຣະມັນ ຣັດເຊຍ ແລະຢູເຄຣນ ທີ່ຈະມີຂຶ້ນໃນວັນພະຫັດມື້ອື່ນນີ້ ທີ່ເມືອງ Astana ປະເທດ Kazakhstan ໄດ້ຖືກຍົກເລີກແລ້ວ. ການຕໍ່ສູ້ກັນໃນເມືອງ Donetsk ໄດ້ທະວີຄວາມຮ້າຍແຮງຂຶ້ນ ໃນຫຼາຍໆສັບປະດາຜ່ານມານີ້.