ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ປ່ອນບັດເອົາ ສະພາຊຸດໃໝ່ (ວີດີໂອ)


ປະທານາທິບໍດີປະເທດຢູເຄຣນ ທ່ານ Viktor Yanukovich ທັກທາຍພວກນັກລົບເກົ່າ ໃນພິທີຂີດໝາຍວັນປົດປ່ອຍຢູເຄຣນ ອອກຈາກພວກນາຊີທີ່ບຸກລຸກປະເທດ ໃນລະຫວ່າງສົງຄາມໂລກ ຄັ້ງທີສອງ, ວັນທີ 28 ຕຸລາ 2012 ມື້ເລືອກຕັ້ງສະພາ.
ປະທານາທິບໍດີປະເທດຢູເຄຣນ ທ່ານ Viktor Yanukovich ທັກທາຍພວກນັກລົບເກົ່າ ໃນພິທີຂີດໝາຍວັນປົດປ່ອຍຢູເຄຣນ ອອກຈາກພວກນາຊີທີ່ບຸກລຸກປະເທດ ໃນລະຫວ່າງສົງຄາມໂລກ ຄັ້ງທີສອງ, ວັນທີ 28 ຕຸລາ 2012 ມື້ເລືອກຕັ້ງສະພາ.
ບ່ອນປ່ອນ​ບັດ​ໄດ້​ໄຂ​ຂຶ້ນ​ແລ້ວຢູ່​ໃນ​ປະ​ເທດ​ຢູ​ເຄຣນ ​ໃນ​ການ​ເລືອກ​ຕັ້ງ​ເອົາ ສະມາຊິກ​ສະພາ ຊຶ່ງ​ເປັນ​ການ​ແຂ່ງຂັນ​ກັນ​ລະຫວ່າງພັກ​ຂອງ​ປະທານາ ທິບໍດີ Viktor Yanukovych ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ຂະນະ​ນີ້ ກັບ​ຝ່າຍ​ຄ້ານ​ທີ່ແບ່ງ​ແຍກ​ກັນ.

ຄາດ​ວ່າ​ພັກ Party of Regions ຂອງ​ທ່ານ Yanukovych ຈະ​ຍັງ​ກໍາ ສຽງ​ສ່ວນຫຼາຍ​ໃນ​ສະພາ​ຕໍ່​ໄປ.

ຫລາຍໆ​ກຸ່ມ​ ທັງຢູ່ພາຍ​ນອກ ​ແລະ​ພາຍ​ໃນ​ຢູ​ເຄຣນ ພາກັນ​ສະ​ແດງ​ຄວາມສົງໄສ​ ໃນ ເລຶ່ອງຄວາມ​ຍຸຕິ​ທໍາ​ຂອງ​ການ​ປ່ອນ​ບັດຄັ້ງ​ນີ້.

ພັກ​ການ​ເມືອງຫຼາຍກວ່າ 20 ພັກ ກໍາລັງ​ແຂ່ງຂັນ​ກັນ ​ຍາດ​ເອົາ​ບ່ອນ​ນັ່ງ​ໃນສະພາ​ທີ່​ມີທັງ​ໝົດ 450 ທີ່​ນັ່ງ​ນັ້ນ ຊຶ່ງ​ໃນ​ຈໍານວນ​ດັ່ງກ່າວ​ນີ້ ເຄິ່ງນຶ່ງ ​ແມ່ນ​ຈະເປັນ​ຂອງ​ຝ່າຍ​ສຽງ​ສ່ວນ ຫຼາຍ​ເປັນ​ເທື່ອ​ທໍາ​ອິດ ​ແລະ​ສ່ວນ​ທີ່​ເຫລືອ​ນັ້ນ​ແມ່ນ​ມາຈາກ​ບັນຊີ​ພັກ.

​ໃນ​ດ້ານ​ຝ່າຍ​ຄ້ານ​ນັ້ນ ພັກ UDAR ຂອງ​ທ່ານ Vitaly Klitschko ​ແຊ້ມ​ມວຍລຸ້ນ Heavy Weight ​ແມ່ນ​ຍາດ​ເອົາ​ທີ​ສອງ ກັບ​ພັກຜະສົມ​ຂອງ​ອະດີດ​ນາຍົກລັດຖະມົນຕີ Yulia Tymoshenko ມີ​ຄະ​ແນນສູ​ສີ​ກັນ. ທ່ານ​ນາງ Yulia Tymoshenko ​ກໍາລັງ​ຮັບ​ໃຊ້​ໂທດ​ຈໍາ​ຄຸກ​ເຈັດ​ປີ ຫຼັງຈາກຖືກ​ຕັດສິນ​ວ່າ ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາໃຊ້​ອໍານາດ​ຢ່າງ​ບໍ່​ຖືກ ຕ້ອງໃນ​ລະຫວ່າງ​ທີ່​ຄອງຕໍາ​ແໜ່​ງ​ຢູ່ ເມື່ອ​ປີຜ່ານມາ.

ເບິ່ງວີດີໂອກ່ຽວກັບ ຜູ້ນໍາພັກຝ່າຍຄ້ານ ທ່ານ Vitaly Klitschko ​ອະດີດແຊ້ມ​ມວຍ ທີ່ສູງສອງແມັດ ແລະໝັດໜັກ ຈົນໄດ້ຊື່ວ່າ “ດອກເຕີ້ ກໍາປັ້ນເຫລັກ”:

'Dr Ironfist" Shakes Up Ukraine Before Sunday Vote
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
XS
SM
MD
LG