ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ, ໂຣກ​ລະ​ບາດ, ເສດ​ຖະ​ກິດ ແລະ​ການ ​ແຕກ​ແຍກ​ກັນທາງ​ການ​ເມືອງ ຈະ​ເປັນ​ຫົວ​ຂໍ້ໃຫຍ່ ​ໃນ​​​ຄຳ​ປາ​ໄສ ​ຂອງ ປ. ໄບ​ເດັນ ​ຕໍ່ ສະ​ພາ​

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ກ່າວ​ຄຳ​ຖະ​ແຫລງ ​ຢູ່​ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາທີ່​ຫໍ​ລັດ​ຖະ​ສະ​ພາ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 28 ເມ​ສາ, 2021
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ກ່າວ​ຄຳ​ຖະ​ແຫລງ ​ຢູ່​ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາທີ່​ຫໍ​ລັດ​ຖະ​ສະ​ພາ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 28 ເມ​ສາ, 2021

ການ​ຂັດ​ແຍ້ງ​ກັນ​ທີ່​ຮ້າຍ​ແຮງ​ຂຶ້ນ​ຢູ່​ໃນ​ຢູ​ເຄຣນ. ການລະບາດຂອງພະຍາດທີ່ຍັງ​ຄຸກ​ຄາມ​ຢູ່​. ແລະດັ່ງ​ທີ່​ເຄີຍ​ເປັນ​ມາ, ເສດຖະກິດມີແນວໂນ້ມ ທີ່ຈະເປັນຫົວ​ຂໍ້ ຄອບງໍາຄຳຖະ​ແຫລງຕໍ່ສະ​ພາ ແລະ​ປະ​ເທດ​ຊາດ​ ຂອງປະທານາທິບໍດີໂຈ ໄບ​ເດັນໃນວັນອັງຄານມື້ນີ້.

ການ​ກ່າວຄຳຖະ​ແຫລງທີ່ກຳນົດໄວ້ໃນລັດຖະທຳມະນູນແມ່ນຈຸດເດັ່ນຂອງຖ້ອຍຄຳເວົ້າໃນປີນຶ່ງໆ ສຳລັບປະທານາທິບໍດີສະຫະລັດ, ແລະທ່ານໄບ​ເດັນກໍ່ບໍ່ໄດ້ແຕກ​ຕ່າງໄປຈາກນັ້ນ. ​ແຕ່​ການກ່າວ​ຄຳ​ຖະ​ແຫລງ​ຕໍ່​ສະ​ພາ ແລະປະ​ເທດ​ຊາດ​ໃນປີ​ນີ້—ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານໄບ​ເດັນ, ເຖິງ​ແມ່ນ​ວ່າ​ທ່ານ​ເຄີຍໄດ້​ກ່າວ​ຄຳ​ຖະ​ແຫລງ ​ຢູ່​ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ ​ກ່ອນ​ໜ້າ​ນີ້ກໍ​ຕາມ, ແມ່ນ​ມີ​ຂຶ້ນ​ໃນ​ເວ​ລາ​ທີ່​ມີ​ຄວາມຫຍຸ້ງ​ຍາກ​ເປັນ​ພິ​ເສດ.

​ຂະ​ນະ​ທີ່ເນັ້ນໜັກເຖິງສະ​ພາບ​ການນັ້ນ, ຕຳຫຼວດຫໍ​ລັດ​ຖະ​ສະ​ພາກ່າວໃນວັນ ອາທິດຜ່ານມາວ່າ ພວກເຂົາເຈົ້າໄດ້ລະມັດລະວັງເປັນພິເສດຢູ່ບ່ອນທີ່ເພິ່ນ​ຈະກ່າວຄຳຖະ​ແຫລງນັ້ນ.

ແທ່ງ​ຊີ​ມັງ​ໄດ້​ເອົາ​ມາ​ໃຊ້​ເປັນ​ສິ່ງ​ກີດ​ກັນ​ບໍ່​ໃຫ້​ຄົນ​ເຂົ້າ​ໄດ້​ງ່າຍວາງ​ໄວ້​ຢູ່​ຂ້າງ​ໃນ​ຮົ້ວ​ປ້ອງ​ກັນ​ຄວາມ​ປອດ​ໄພຂະ​ນະ​ທີ່​ກະ​ກຽມປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ແກ່​ສະ​ຖານ​ທີ່​ທີ່​ ປ. ໄບ​ເດັນ​ຈະ​ກ່າວ​ຄຳ​ຖະ​ແຫລງໃນ​ຫໍ​ລັດ​ຖະ​ສະ​ພາ, 27 ກຸມ​ພາ, 2022

"ດ້ວຍຄວາມລະມັດລະວັງຢ່າງຫຼວງຫຼາຍ, ແລະໂດຍສົມທົບກັບອົງການສືບລັບ ສະຫະລັດ, ແຜນການໄດ້ຖືກອະນຸມັດໃຫ້ຕັ້ງຮົ້ວຢູ່​ເຂດໃນອ້ອມຮອບອາຄານຫໍ​ລັດ​ຖະ​ສະ​ພາສໍາລັບເປັນ​ບ່ອນ​ກ່າວຄຳ​ຖະ​ແຫລງຕໍ່ສະ​ພາ ແລະປະ​ເທດ​ຊາດ," ນັ້ນ​ຄື​ຄຳ​ເວົ້າ​ຂ​ອງຫົວໜ້າຕໍາຫຼວດຫໍ​ລັດ​ຖະ​ສະ​ພາສະຫະລັດ, ທ່ານ​ທອມ ແມນ​ເຈີ (Tom Manger). ທ່ານ​ກ່າວ​ອີກວ່າ "ຂ້າ​ພະ​ເຈົ້າຍັງໄດ້ຮ້ອງຂໍການສະ ຫນັບສະຫນູນຈາກອົງການບັງຄັບໃຊ້ກົດຫມາຍພາຍນອກຕະ​ຫລອດ​ທັງກອງ ກໍາລັງພິ​ທັກແຫ່ງຊາດເພື່ອຊ່ວຍເຫຼືອການ​ປ້ອງ​ກັນດ້ານຄວາມປອດໄພຂອງ ພວກເຮົາ."

ພວກເຈົ້າ​ໜ້າ​ທີ່​ບໍລິຫານ​ກ່າວ​ວ່າ ທ່ານໄບ​ເດັນ ຈະ​ສຸມ​ໃສ່ ​ສີ່​ບູລິມະສິດ​ດ້ານ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຄື: ການ​ເພີ່ມ​ທະວີ​ການ​ຜະລິດ​ໃນ​ສະຫະລັດ ​ແລະ​ການ​ເສີມ​ຂະຫຍາຍ​ຕ່ອງ​ໂສ້​ການ​ສະໜອງ​ສິນ​ຄ້າ; ປະ​ຕິ​ບັດ​ງານ​ເພື່ອຫາ​ທາງ ເຮັດໃຫ້ລາຄາສິນຄ້າຫຼຸດລົງ; ຊຸກຍູ້​ການ​ແຂ່ງຂັນ​ທີ່​ຍຸຕິ​ທຳ​ເພື່ອ​ປົກ​ປ້ອງ​ທຸລະ​ກິດ​ຂະໜາດ​ນ້ອຍ; ​ແລະການ​ກຳຈັດ​ສິ່ງ​ທີ່​ເປັນ​ອຸ​ປະ​ສັກ​ຕໍ່ການ​ໄດ້​ວຽກ​ງານ​ທີ່​ມີ​ເງິນ​ເດືອນ​ດີ.

ຜູ້​ຄົນ​ທີ່​ຫລັ່ງ​ໄຫລ​ອອກ​ຈາກ​ຢູ​ເຄ​ຣນພາ​ກັນ​ລົງ​ຈາກ​ເຮືອເພື່ອ​ເຂົ້າ​ໄປ​ໃນ​ໂຣ​ມາ​ເນຍຫລັງ​ຈາກ​ຂ້າມ​ແມ່​ນ້ຳ Danube ມາ​ຫາ​ບ່ອນ​ຂ້າມ​ຊາຍ​ແດນ Isaccea-Orlivka ທີ່​ຂັ້ນ​ລະ​ໂຣ​ມາ​ເນຍ ກັບຢູ​ເຄ​ຣນ, ວັນ​ທີ 26 ກຸມ​ພາ, 2022.

ສ່ວນ​ເລື້ອງວິ​ກິດ​ການ​ໃນ​ຢູ​ເຄ​ຣນນັ້ນ ທຳນຽບຂາວ​ກ່າວ​ວ່າ ທ່ານໄບ​ເດັນຈະ​ປຶກ ສາ​ຫາລື​ກ່ຽວ​ກັບ​ການ​ຮຸກ​ຮານ​ຂອງຣັດ​ເຊຍ​ໃນ​ຢູ​ເຄຣນ ​ແລະ​ກ່ຽວ​ກັບ​ທັດສະນະຂອງ​ທ່ານ​ຕໍ່​ໂລກທີ່​ກ້​ວາງກວ່ານັ້ນ​ອີກ. ໂຄສົກທຳນຽບຂາວ, ທ່ານນາງ​ເຈນ ຊາ​ກີ ກ່າວວ່າ ທ່ານໄບ​ເດັນຈະເວົ້າ​ເຖິງວິກິດການ ໃນຢູເຄຣນຢູ່ໃນຫຼາຍດ້ານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG