ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢູ​ເຄ​ຣນ 'ມີ​ຄວາມ​ຫວັງໃນແງ່ດີ' ຫຼັງ​ຈາກ​ການຂົນສົ່ງ​ອາ​ຫານ​ປະ​ເພດ​ເມັດ ຄັ້ງ​ທຳ​ອິດ ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ


​ກຳ​ປັ່ນ Polarnet (ກາງ) ໄດ້​ໄປ​ເຖິງ​ທ່າ​ຮ​ເຮືອ Derince ໃນ​ອ່າວ Izmit ຂອງ​ເທີ​ກີ, ວັນ​ທີ 8 ສິງ​ຫາ, 2022. ກຳ​ປັ່ນ Polarnet ເປັນ​ກຳ​ປັ່ນ​ບັນ​ທຸກອາ​ຫານ​ປະ​ເພດ​ເມັດ ລຳ​ທຳ​ອິດທີ່​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ໃນ​ເທີ​ກີ ພາຍ​ໃຕ້​ຂໍ້​ຕົກ​ລົງ ທີ່​ເປີດ​ໃຫ້​ມີ​ການ​ຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ.
​ກຳ​ປັ່ນ Polarnet (ກາງ) ໄດ້​ໄປ​ເຖິງ​ທ່າ​ຮ​ເຮືອ Derince ໃນ​ອ່າວ Izmit ຂອງ​ເທີ​ກີ, ວັນ​ທີ 8 ສິງ​ຫາ, 2022. ກຳ​ປັ່ນ Polarnet ເປັນ​ກຳ​ປັ່ນ​ບັນ​ທຸກອາ​ຫານ​ປະ​ເພດ​ເມັດ ລຳ​ທຳ​ອິດທີ່​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ໃນ​ເທີ​ກີ ພາຍ​ໃຕ້​ຂໍ້​ຕົກ​ລົງ ທີ່​ເປີດ​ໃຫ້​ມີ​ການ​ຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ.

ເຮືອບັນທຸກສິນຄ້າລຳທຳອິດ ທີ່ຈະໄປເຖິງຈຸດໝາຍປາຍທາງສຸດທ້າຍ ຫຼັງຈາກ ອອກເດີນທາງຈາກຢູເຄຣນ ພາຍໃຕ້ຂໍ້ຕົກລົງລະຫວ່າງມົສກູ ແລະກີ​ຢິບ ໄດ້ ເຂົ້າຈອດໃນເທີກີ ໃນວັນຈັນວານນີ້, ອີງ​ຕາມ​ກີ​ຢິບກ່າວ ໃນຂະນະທີ່ການຈັດສົ່ງ ສິນຄ້າຕ້ອງ​ໄປ​ເຖິງເລບານອນນັ້ນ​ ຖືກລາຍງານວ່າມີຄວາມຊັກຊ້າ.

ຢູເຄຣນເຊິ່ງເປັນນຶ່ງ ໃນບັນດາຜູ້ສົ່ງອອກອາ​ຫານ​ປະ​ເພດເມັດລາຍໃຫຍ່ທີ່ສຸດ ຂອງໂລກໄດ້ຖືກບັງຄັບໃຫ້ ຢຸດເຊົາການຈັດສົ່ງເກືອບທັງໝົດ ຫຼັງຈາກການບຸກ ລຸກຂອງຣັດເຊຍ, ແຕ່ວ່າ ການສົ່ງອອກທາງທະເລດຳ ເມື່ອບໍ່ດົນມານີ້ໄດ້ເລີ່ມ ດຳ​ເນີນ​ງານຄືນໃໝ່ ພາຍໃຕ້ຂໍ້ຕົກລົງທີ່​ຊ່ວຍ​ເຈ​ລະ​ຈາໂດຍອົງ​ການສະ​ຫະປະຊາ​ຊາດ ແລະ ເທີກີ.

ກຳ​ປັ່ນ​ບັນທຸກ​ສິນຄ້າ​ຂອງ​ເທີກີ—ກຳ​ປັ່ນໂພ​ລາ​ແນັດ (Polarnet) — ທີ່​ໄດ້​ໄປ​ເຖິງ​ຈຸດໝາຍ​ປາຍທາງ​ສຸດ​ທ້າຍ​ຂອງ​ຕົນ​ ໄດ້​ອອກ​ຈາກ​ທ່າ​ເຮືອ ຊໍ​ໂນ​ມອ​ສ​ຄ໌ (Chornomorsk) ຂອງ​ຢູ​ເຄຣນ​ ໃນ​ອາທິດ​ແລ້ວ​ນີ້ ໂດຍ​ໄດ້ບັນທຸກ​ສາລີ 12,000 ໂຕນ.

ກີ​ຢິບກ່າວ​ວ່າ ກຳ​ປັ່ນ​ໄດ້​ໄປ​ຮອດ​ເທີ​ກີຕາມ​ທີ່​ໄດ້​ກຳນົດ​ໄວ້ ຫຼັງ​ຈາກ​ໄດ້​ຮັບ​ການ​ກວດກາ​ໂດຍ​ສູນ​ປະສານ​ງານ​ຮ່ວມຫລື JCC ທີ່​ຕັ້ງ​ຂຶ້ນ​ຢູ່ອິ​ສ​ຕັນ​ບູນຕາມ​ຂໍ້​ຕົກ ລົງ​ສາກົນ​ທີ່​ໄດ້​ເຊັນ​ກັນ​ໃນ​ເດືອນ​ແລ້ວ​ນີ້.

"ການທີ່​ປະສົບຜົນສໍາເລັດຄັ້ງທໍາອິດໃນການຈັດຕັ້ງປະຕິບັດ ‘ຂໍ້ຕົກລົງດ້ານ​ອາ​ຫານ​ປະ​ເພດເມັດມີ ຄວາມ ຫມາຍວ່າ ມັນອາດເປັນໄປໄດ້ທີ່​ຈະ​ມີ​ຄວາມ​ຫວັງໃນແງ່ດີ ກ່ຽວກັບການຂົນສົ່ງໃນອະນາຄົດ,” ນັ້ນ​ຄືຄຳ​ເວົ້າ​ຂອງທ່ານໂອ​ເລັກ​ຊານ​ເດີ ກູບ​ຣາ​ກັອ​ຟ (Oleksandr Kubrakov) ລັດຖະມົນຕີ ກະຊວງພື້ນຖານ ໂຄງລ່າງ ກ່າວຢູ່ໃນຖະແຫຼງການຂອງກະຊວງ.

ຖະແຫຼງການດັ່ງກ່າວບໍ່ໄດ້ໃຫ້ຈຸດໝາຍປາຍທາງຂອງກຳປັ່ນ, ແຕ່ເວັບໄຊທ໌ nkojfinder.com ໄດ້ໃຫ້ສະ ຖານທີ່ຂອງຕົນເປັນທ່າເຮືອເດີ​ຣິນ​ສ໌ (Derince), ປະເທດເທີກີ.

ຂໍ້​ຕົກລົງ​ທີ່​ເທີ​ກີ ​ແລະ ສະຫະ​ປະຊາ​ຊາດ ​ໄດ້​ເຮັດ​ໃຫ້ການ​ປິດ​ລ້ອມ​ທ່າ​ກຳ​ປັ່ນ​ໂດຍຣັດ​ເຊຍ​ໃນ​ຢູ​ເຄຣນນັ້ນ​ສິ້ນ​ສຸດ​ລົງ ​ແລະ​ກຳນົດ​ໃຫ້​ເຂົ້າ​ເບ​ລ ​ແລະອາ​ຫານເມັດປະ​ເພດ​ອື່ນ ​ຫຼາຍ​ລ້ານ​ໂຕນ ​ເລີ່​ມຕົ້ນ​ໄຫຼ​ອອກ​ຈາກເລົ້າ ຫລື ​ຖັງ​ເກັບ​ອາ​ຫານ​ປະ​ເພດ​ເມັດ ​ແລະອອກ​ຈາກ​ທ່າ​ເຮືອໄປ.

ເຮືອຣາ​ໂຊ​ນີ (Razoni) ເປັນເຮືອລໍາທໍາອິດທີ່ອອກຈາກຢູເຄຣນ ພາຍໃຕ້ຂໍ້ ຕົກລົງທີ່​ວ່ານັ້ນ.

ມັນໄດ້ອອກຈາກທ່າເຮືອໂອ​ແດ​ສ​ຊາໃນວັນທີ 1 ສິງຫາ ໂດຍ​ໄດ້ບັນທຸກສາລີ 26,000 ໂຕນ ແລະຄາດວ່າ ຈະຢູ່ທີ່ເມືອງ​ທ​ຣີ​ໂປ​ລີ ໃນເລບານອນໃນທ້າຍອາ ທິດນີ້ ແຕ່ກໍຍັງບໍ່ທັນໄປຮອດຈຸດຫມາຍປາຍທາງເທື່ອ.

ສະຖານທູດຢູເຄຣນໃນເລບານອນໄດ້ອະທິບາຍໃນສື່ສັງຄົມວ່າ ການຂົນສົ່ງໄດ້ ຖືກຊັກຊ້າຫຼັງຈາກຜູ້ຊື້ຜູ້​ທຳ​ອິດ ໄດ້ປະຕິເສດບໍ່​ຮັບ​ເອົາການຈັດສົ່ງສິນ​ຄ້ານັ້ນ, ໂດຍອ້າງວ່າ​ມີການຂົນສົ່ງສິນ​ຄ້າຊ້າ​ໄປ​ຫ້າເດືອນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG