ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນໍາ​ ຝ່າຍ​ຄ້ານ ຢູ​ເຄຣນ ເລີ້ມ​ ອົດອາຫານ ປະ​ທ້ວງ (ສະໄລດ໌)


ເຈົ້າໜ້າທີ່ຕໍາຫລວດຄົນນຶ່ງ ຢ່າງຜ່ານ ຮູບອະດີດນາຍົກລັດຖະມົນຕີ ຢູເຄຣນ ທີ່ຍັງຖືກກັກຂັງ ຢູ່ໃນຄຸກເວລານີ້.
ເຈົ້າໜ້າທີ່ຕໍາຫລວດຄົນນຶ່ງ ຢ່າງຜ່ານ ຮູບອະດີດນາຍົກລັດຖະມົນຕີ ຢູເຄຣນ ທີ່ຍັງຖືກກັກຂັງ ຢູ່ໃນຄຸກເວລານີ້.
ຜູ້​ນໍາ​ຝ່າຍ​ຄ້ານຢູ​ເຄຣນ ທ່ານນາງ Yulia Tymoshenko ​ໄດ້​
ເລີ້ມ​ອົດອາຫານປະ​ທ້ວງ ທີ່ບໍ່​ມີ​ກໍາ​ໜົດ ​ເພື່ອ​ບັງ​ຄັບ​ໃຫ້ ລັດຖະ
ບານຢູ​ເຄຣນລົງ​ນາມ​ໃນ​ຂໍ້​ຕົກລົງການ​ຄ້າຄັ້ງ​ປະຫວັດ​ສາດກັບ
ສະຫະ​ພາບຢູ​ໂຣບ​.

ທ່ານນາງ Tymoshenko ​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້ວ່າ ທ່ານ​
ນາງທຳ​ການ​ປະ​ທ້ວງ​ອົດອາຫານ ຫລັງ​ຈາກປະທານາທິບໍດີ
Viktor Yanukovych ​ໄດ້​ປະ ກາດວ່າ ທ່ານ​ລົບລ້າງ​ແຜນເພື່ອ
ຂໍ້​ຕົກລົງ​ດັ່ງກ່າວ ​ໂດຍຮ້ອງ​ການ​ຕັດສິນ​ໃຈນີ້ວ່າ “ຍາກ​ລໍາບາກ
​ແຕ່​ຫລີກ​ລ່ຽງ​ບໍ່​ໄດ້.” ທ່ານກ່າວ​ວ່າ ລັດຖະບານຢູ​ເຄຣນ ​ຈະ​ເພັ່ງ
​ເລງ​ໃສ່​ການ​ຄ້າ​ກັບຣັດ​ເຊຍ​ແທນ.

ຂໍ້​ຕົກລົງ​ກັບສະຫະພາບຢູ​ໂຣບ ​ໄດ້​ຖືກ​ໂຈະ ຫລັງ​ຈາກສະພາ​ປະຕິ​ເສດບໍ່​ຍອມ ຮັບຜ່ານ
ຮ່າງ​ກົດໝາຍ ​ໃຫ້​ປ່ອຍ​ອະດີດນາຍົກລັດຖະມົນຕີ ທ່ານ​ນາງ Tymoshenko.

ການປ່ອຍ​ໂຕ​ຂອງ​ທ່ານນາງ ​ເປັນ​ເງື່ອນ​ໄຂ​ອັນສຳຄັນຂອງ​ສະ ຫະພາບ​ຢູ​ໂຣບ ​ໃນ​ການ​ເຊັນ​ຂໍ້​ຕົກລົງ ການ​ຄົບ​ຄ້າ​ສະມາ​ຄົມ​ກັບຢູ​ເຄຣນ.

ການ​ຕັດສິນ​ໃຈ ​ໄດ້​ພາ​ໃຫ້​ເກີດ​ມີ​ການ​ປະ​ທະ​ກັນ ​ຢູ່ຈະຕຸ​ລັດ​ແຫ່ງນຶ່ງ ​ໃນ​ເຂດ​ໃຈ ກາງ​ນະຄອນ​ຫລວງຢູ​ເຄຣນ ​ໂດຍ​ເຈົ້າ​ໜ້າ​ທີ່ ​ຍິງ​ລະ​ເບີດນໍ້າ​ຕາ​ໃສ່​ພວກຄັດ​ຄ້ານ​ ທີ່​ພາກັນ​ປະ​ທ້ວງຕໍ່ການ​ຕັດສິນ​ໃຈ​ຂອງລັດຖະບານ.

​ໃນ​ວັນ​ອາທິດທີ່​ຜ່ານ​ມາ ພວກ​ປະ​ທ້ວງ​ຫລາຍ​ສິບ​ພັນ​ຄົນ ທີ່​ສະໜັບສະໜູນ ຢູ​ໂຣບ ​ໄດ້​ພາ​ກັນ​ເຕົ້າ​ໂຮມ​ກັນ​ຢ່າງໜ້າ​ແໜ້ນ​ທີ່ ​ນະຄອນຫຼວງ Kyiv ອັນ​ເປັນ​ການ​ປະ​ທ້ວງ​ໃຫຍ່ທີ່​ສຸດ ນັບ​ຕັ້ງ​ແຕ່​ມີ​ການ​ປະຕິວັດສີໝາກ​ກ້ຽງ ​ເມື່ອເກົ້າ​ປີ​ກ່ອນ.

ຫລາຍ​ຮ້ອຍ​ຄົນ​ທີ່​ສະໜັບສະໜູນ ປະທານາທິບໍດີ Yanukovych ກໍພາກັນ ​ເດີ​ນປະ​ທ້ວງ​ ທີ່​ນະຄອນ Kyiv ​ເປັນ​ມື້​ທີ່​ສອງ​ ໃນ​ວັນ​ຈັນ​ວານ​ນີ້. ​

XS
SM
MD
LG