ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຢູເຄຣນ ກ່າວວ່າ ຈະຈັດ ການເລືອກຕັ້ງ ກ່ອນກຳນົດ (ສະໄລດ໌/ວີດີໂອ)


ຕຳຫຼວດປາບຈະລາຈົນ ກຽມຮັບມືກັບພວກປະທ້ວງ ໃກ້ໆຕຶກສະພາແຫ່ງຊາດ ໃນນະຄອນຫຼວງ Kyiv ຫລັງຈາກ ປະທານາທິບໍດີ Viktor Yanukovich ປະກາດຍອມອ່ອນຂໍ້ ໃຫ້ແກ່ ພວກຝ່າຍຄ້ານ ທີ່ນິຍົມຢູໂຣບ ຮວມທັງການເລືອກຕັ້ງ ກ່ອນກຳນົດ (21 ກຸມພາ 2014)
ຕຳຫຼວດປາບຈະລາຈົນ ກຽມຮັບມືກັບພວກປະທ້ວງ ໃກ້ໆຕຶກສະພາແຫ່ງຊາດ ໃນນະຄອນຫຼວງ Kyiv ຫລັງຈາກ ປະທານາທິບໍດີ Viktor Yanukovich ປະກາດຍອມອ່ອນຂໍ້ ໃຫ້ແກ່ ພວກຝ່າຍຄ້ານ ທີ່ນິຍົມຢູໂຣບ ຮວມທັງການເລືອກຕັ້ງ ກ່ອນກຳນົດ (21 ກຸມພາ 2014)
ປະທານາທິບໍດີຢູເຄຣນ ກ່າວວ່າ ປະເທດຂອງທ່ານ ຈະຈັດໃຫ້ມີ
ການເລືອກຕັ້ງກ່ອນກຳນົດແລະໃຫ້ຄຳໝັ້ນສັນຍາວ່າຈະສ້າງຕັ້ງ
ລັດຖະບານປະສົມ ໃນຄວາມພະຍາຍາມ ເພື່ອຍຸດຕິ ວິກິດການ
ທາງດ້ານການເມືອງທີ່ໄດ້ທະວີຄວາມຮຸນແຮງຂຶ້ນໃນຮອບສັບປະ
ດາຜ່ານມານີ້.

ນອກນັ້ນປະທານາທິບໍດີ Viktor Yanukovych ຍັງໄດ້ປະກາດ
ວ່າ ຈະດັດແປງແກ້ໄຂ ລັດຖະທຳມະນູນ ເພື່ອຕັດຮອນອຳນາດ
ຂອງປະທານາທິບໍດີລົງ.

ການປະກາດດັ່ງກ່າວນີ້ ມີຂຶ້ນຫລັງຈາກ ໄດ້ມີການເຈລະຈາຕະ
ຫຼອດຄືນ ລະຫວ່າງຜູ້ຕາງໜ້າຂອງລັດຖະບານແລະພວກຝ່າຍຄ້ານທີ່ໄກ່ເກ່ຍໂດຍພວກ
ນັກການທູດຢູໂຣບ.

Ukraine 2-21
please wait
Embed

No media source currently available

0:00 0:01:38 0:00


ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງສະຫະພາບຢູໂຣບ ກ່າວວ່າ ລັດຖະບານແລະພວກຝ່າຍ
ຄ້ານ ຄາດວ່າຈະລົງນາມກັນໃນຂໍ້ຕົກລົງຂັ້ນຕົ້ນ ໃນວັນສຸກມື້ນີ້. ແຕ່ພວກຝ່າຍຄ້ານຍັງບໍ່ ທັນໃຫ້ການຢືນຢັນກ່ຽວກັບເລື່ອງນີ້.


ຂະນະດຽວກັນກໍມີລາຍງານວ່າ ມີສຽງປືນດັງຂຶ້ນໃກ້ໆຈະຕຸລັດເອກກະລາດໃນນະຄອນ
ຫຼວງ Kyiv ຊຶ່ງເປັນຈຸດສູນກາງໃນການປະທ້ວງຕໍ່ຕ້ານລັດຖະບານ ລັດຖະບານຢູເຄຣນ ໄດ້ຖິ້ມໂທດການຍິງປືນ ໃນຕອນເຊົ້າວັນສຸກມື້ນີ້ ໃສ່ພວກປະທ້ວງທີ່ຕໍ່ສູ້ກັບຕຳຫຼວດ ແຕ່ ລາຍງານຂ່າວດັ່ງກ່າວ ຍັງບໍ່ທັນໄດ້ຮັບການຢືນຢັນເທື່ອ.

US, Europe Condemn Violence in Ukraine, Consider Sanctions
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ


ຢູເຄຣນໄດ້ປະເຊີນກັບການນອງເລືອດຮ້າຍແຮງສຸດນັບແຕ່ສະໄໝສະຫະພາບໂຊຫວຽດ ເປັນຕົ້ນມາ ໃນວັນພະຫັດວານນີ້ ໃນະຂະທີ່ການປະທະກັນລະເບີດຂຶ້ນ ຢູ່ນະຄອນຫລວງ Kyiv ລະຫວ່າງຕຳຫຼວດປາບຈະລາຈົນ ແລະພວກປະທ້ວງຕໍ່ຕ້ານລັດຖະບານ.

ມີຫລາຍໆສິບຄົນໄດ້ເສຍຊີວິດ ບາງຄົນແມ່ນຖືກຍິງ ໂດຍມືປືນຂອງລັດຖະບານ ຊຶ່ງລາຍ ງານຂ່າວບາງກະແສແຈ້ງວ່າ ມີຜູ້ລົ້ມຕາຍຫຼາຍກວ່າ 70 ຄົນ ພຽງມື້ດຽວເທົ່ານັ້ນ.

ນອກນັ້ນຍັງມີລາຍງານວ່າ ມີອີກຫລາຍຮ້ອຍຄົນໄດ້ຮັບບາດເຈັບ.
XS
SM
MD
LG