ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢູ​ເຄ​ຣນ ກ່າວ​ວ່າ ເຮືອ​ບິນ​ລົບ ຣັດ​ເຊຍ 9 ລຳ​ຖືກ​ທຳ​ລາຍ​ ຢູ່​ຖານ​ທັບ​ອາ​ກາດ ໄຄ​ຣ​ເມຍ


ພາບ​ຈາກ​ດາວ​ທຽມ​ໂດຍ​ບໍ​ລິ​ສັດ Planet Labs PBC ສະ​ແດງ​ໃຫ້​ເຫັນ​ຖານ​ທັບ​ອາ​ກາດ ຊາ​ກີ ກ່ອນ​ການ​ລະ​ເບີດ​ໃນ​ວັນ​ທີ 9 ສິງ​ຫາ 2022, ໃນ​ແຫຼມ ໄຄ​ຣ​ເມຍ. (Planet Labs PBC via AP)
ພາບ​ຈາກ​ດາວ​ທຽມ​ໂດຍ​ບໍ​ລິ​ສັດ Planet Labs PBC ສະ​ແດງ​ໃຫ້​ເຫັນ​ຖານ​ທັບ​ອາ​ກາດ ຊາ​ກີ ກ່ອນ​ການ​ລະ​ເບີດ​ໃນ​ວັນ​ທີ 9 ສິງ​ຫາ 2022, ໃນ​ແຫຼມ ໄຄ​ຣ​ເມຍ. (Planet Labs PBC via AP)

ກອ​ງ​ທັບ​ອາ​ກາດ ຢູ​ເຄ​ຣນ ເວົ້າ​ວ່າ ​ເຮືອ​ບິ​ນ​ລົບ ຣັດ​ເຊຍ 9 ລຳ​ໄດ້​ຖືກ​ທຳ​ລາຍ​ໃນ​ການ​ລະ​ເບີດ​ຂະ​ໜາ​ດ​ໃຫຍ່​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ຢູ່​ຖານ​ທັບ​ອາ​ກາດ​ໃນ​ແຫຼມ​ໄຄ​ຣ​ເມຍ, ເຊິ່ງ​ແມ່ນ​ແຫຼມ​ທີ່ ມົ​ສ​ກູ ໄດ້​ຍຶດ​ເອົາ​ໃນ​ປີ 2014. ແລະ ການ​ລະ​ດົມ​ຍິງ​ຢູ່​ອ້ອມ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຢູ​ເຄ​ຣນ ໄດ້ພາໃຫ້​ມີການ​ປະ​ຊຸມ​ສຸກ​ເສີນ​ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົ​ງ​ສະ​ຫະ​ປະ​ຊາ​ຊາດ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ແມ່ນ​ຈະ​ແກ້​ໄຂ​ບັນ​ຫາ​ການ​ລະ​ດົມ​ຍິງ ​ຢູ່​ໃກ້​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ. ຢູ​ເຄ​ຣນ ແລະ ຣັດ​ເຊຍ ໄດ້​ກ່າວ​ຫາ​ກັນ​ແລະ​ກັນ ກ່ຽວ​ກັບ ການ​ລະ​ດົມ​ຍິງ​ໂຮງໄຟ​ຟ້າ​ດັ່ງ​ກ່າວ, ເຊິ່ງ​ແມ່ນ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ທີ່​ໃຫຍ່​ທີ່​ສຸດ​ໃນ ຢູ​ໂຣບ, ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ໄພ​ຫາ​ຍະ​ນະ​ດ້ານ​ນິວ​ເຄ​ລຍ.

​ອົງ​ການ​ສິ້ງ​ຊອມ​ປະ​ລະ​ມະ​ນູ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ແຈ້ງ​ເຕືອນ ແລະ ກຸ່ມ​ຂອງ​ປະ​ເທດ​ທີ່​ມີ​ອຸດ​ສາ​ຫະ​ກຳ​ນຳ​ໜ້າ 7 ປະ​ເທດ​ໃນ​ວັນ​ພຸດ​ວານນີ້​ໄດ້​ບອກ​ໃຫ້ ຣັດ​ເຊຍ ສົ່ງ​ຄືນ​ໂຮງ​ໄຟ​ຟ້າດັ່ງ​ກ່າວ​ໃຫ້ ຢູ​ເຄ​ຣນ.

ມົ​ສ​ກູ ບໍ່​ໄດ້​ສະ​ແດງ​ສັນ​ຍານ ກ່ຽວ​ກັບ ການ​ປະ​ຕິ​ບັດ​ຕາມ​ຄຳ​ຮຽກ​ຮ້ອງ​ທີ່​ວ່າ​ນັ້ນ.

ໃນ​ແຫຼມ​ໄຄ​ຣ​ເມຍ, ຢູ​ເຄ​ຣນ ໄດ້​ຢຸດ​ການ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ ຢ່າງ​ເປີດ​ເຜີຍ​ສຳ​ລັບ​ການ​ລະ​ເບີດ​ ຢູ່​ຖານ​ທັບ​ອາ​ກາດ ຊາ​ກີ, ໃນ​ຂະ​ນະ​ດຽວ​ກັນ​ໄດ້​ເວົ້າ​ສຽດ​ສີ​ໃສ່​ການ​ປະ​ຕິ​ເສດ​ຂອງ ຣັດ​ເຊຍ ກ່ຽວ​ກັບ ການ​ໂຈມ​ຕີ. ມົ​ສ​ກູ ໄດ້​ອ້າງວ່າ ​ລະ​ເບີດຫຼາຍ​ລູກ​ຖືກ​ໄຟ​ໄໝ້ ແລະ ໄດ້​ລະ​ເບີດ​ຂຶ້ນ, ສັງ​ຫານ​ນຶ່ງ​ຄົນ ແລະ ບາດ​ເຈັບ​ຢ່າງ​ໜ້ອຍ 13 ຄົນ. ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ວ່າບໍ່​ມີ​ເຮືອ​ບິນ​ລຳ​ໃດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ແຕ່​ຮູບ​ພາບ​ຈາກ​ດາວ​ທຽມ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ​ຢ່າງ​ໜ້ອຍ 7 ລຳ​ໄດ້​ລະ​ເບີດ ແລະ ໄດ້​ຮັບ​ຄວາມ​ເສຍ​ຫາຍຫຼາຍກວ່າ.

ສື່ມວນ​ຊົນ​ທີ່​ສຳ​ຄັນ​ຂອງ ສະຫະ​ລັດ​ຄືໜັງ​ສື​ພົມ ນິວຢອກ ໄທ​ມ​ສ໌ ແລະ ວໍ​ຊິງ​ຕັນ ໂພ​ສ໌ ໄດ້​ຢ້ຳ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ຢູ​ເຄ​ຣນ ທີ່ບໍ່​ປະ​ສົງ​ອອກ​ຊື່​ວ່າ ກອ​ງ​ກຳ​ລັງ​ຂອງ ກີ​ຢິບ ແມ່ນ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ດຳ​ເນີນ​ການ​ໂຈມ​ຕີ​ໃສ່​ຖານ​ທັບ​ດັ່ງ​ກ່າວ​ໃນ​ຊາຍ​ຝັ່ງ​ພາກ​ຕາ​ເວັນ​ຕົກ​ຂອງແຫຼມ ໄຄ​ຣ​ເມຍ ແຕ່ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ. ​ລາຍ​ງານ​ຂອງໜັງ​ສື​ພິມ ນິວ​ຢອກ ໄທ​ມ​ສ໌ ໄດ້ກ່າວ​ວ່າ ແຫຼ່ງ​ຂ່າວ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ເປີດ​ເຜີຍ​ວ່າ​ອາ​ວຸດ​ຊະ​ນິດ​ໃດ​ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ລະ​ເບີດ ແຕ່​ໄດ້​ກ່າວ​ຕື່ມ​ວ່າ “ອຸ​ປະ​ກອນ​ທີ່​ຖືກ​ຜະ​ລິດ​ໂດຍ​ຢູ​ເຄ​ຣນ ແມ່ນ​ໄດ້​ຖືກ​ໃຊ້.”

ທີ່​ປຶກ​ສາ​ປະ​ທານ​ທິ​ບໍ​ດີ ທ່ານ ໂອ​ເລັກ​ຊີ ອາ​ເຣັ​ສ​ໂຕວິ​ຈ, ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ ການ​ລະ​ເບີດ​ດັ່ງ​ກ່າວ​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ອ​າ​ວຸດ​ຍິງ​ໄລ​ຍະ​ໄກ​ທີ່​ເຮັດ​ໃນ ຢູ​ເຄ​ຣນ ຫຼື ເປັນ​ວຽກ​ງານ​ຂອງ​ພວກທະ​ຫານກອງ​ໂຈນ​ທີ່​ປະ​ຕິ​ບັດ​ການ​ໃນ​ແຫຼມ​ໄຄ​ຣ​ເມຍ. ສະ​ຖານ​ທີ່​ດັ່ງ​ກ່າວ, ເຊິ່ງ​ຕັ້ງ​ຢູ່​ຢ່າງ​ໜ້ອຍ 200 ກິ​ໂລ​ແມັດ​ຫ່າງ​ຈາກ​ຕຳ​ແໜ່ງ​ທີ່​ໃກ້​ທີ່​ສຸດ​ຂອງ​ຢູ​ເຄ​ຣນ​ນັ້ນ, ແມ່ນ​ຢູ່ນອກ​ຂອບ​ເຂດ​ຂອງ​ລູກ​ສອນ​ໄຟ ສະ​ຫະ​ລັດ ທີ່​ໄດ້ສະ​ໜອງ​ໃຫ້​ກີ​ຢິບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG