ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດລາຍງານ ເຕືອນວ່າ ຢູ່ເຄຣນຕ້ອງການລະບົບປ້ອງກັນທາງອາກາດ ເພື່ອຕອບໂຕ້ຕໍ່ການຍິງຖະຫລົ່ມໂຈມຕີຂອງຣັດເຊຍ


Ukraine Needs Air Defense Systems to Counter Russian Bombardments, Report Warns
please wait

No media source currently available

0:00 0:03:02 0:00

ຢູ່ເຄຣນຕ້ອງການລະບົບປ້ອງກັນທາງອາກາດ ເພື່ອຕອບໂຕ້ຕໍ່ການຍິງຖະລົ່ມໂຈມຕີ ຂອງຣັດເຊຍ, ບົດລາຍງານໄດ້ເຕືອນ.

ຢູເຄຣນ ຕ້ອງການລະບົບປ້ອງກັນໄພທາງອາກາດຫຼາຍຂຶ້ນ ຢ່າງຮີບດ່ວນຈາກປະເທດຕາເວັນຕົກ ອີງຕາມລາຍງານໃໝ່ ຊຶ່ງເຕືອນວ່າ ຣັດເຊຍອາດຫາທາງທີ່ຈະໃຊ້ຍຸດທະວິທີທີ່ຕົນເຄີຍໃຊ້ຢູ່ໃນຊີເຣຍ ໃນການໂຈມຕີຖະຫລົ່ມເມືອງຕ່າງໆຂອງຢູເຄຣນຈາກທາງອາກາດ.

ການວິເຄາະຈາກສະຖາບັນ Royal United Services Institute ຂອງອັງກິດ ກ່າວວ່າ ໃນຊ່ວງຕົ້ນໆຂອງການບຸກລຸກເມື່ອເດືອນກຸມພາແລະມີນາ ນ່ານຟ້າຂອງຢູເຄຣນ ໂດຍສ່ວນໃຫຍ່ບໍ່ມີການປົກປ້ອງ ຂະນະທີ່ລະບົບການປ້ອງກັນ​ໄພ​ທາງອາກາດຂອງປະເທດ ໄດ້ຖືກສະກັດກັ້ນໂດຍການໂຈມຕີຂອງຣັດເຊຍໃນເບື້ອງຕົ້ນ.

ບົດລາຍງານກ່າວວ່າ “ໃນຊ່ວງໄລຍະນີ້ ເຮືອບິນລົບຂອງຢູເຄຣນ ໄດ້ສ້າງຄວາມເສຍຫາຍຕໍ່ເຮືອບິນລົບບາງສ່ວນຂອງຣັດເຊຍ ແຕ່ກໍຍັງໄດ້ຮັບການສູນເສຍຢ່າງໜັກໜ່ວງ ຍ້ອນຄວາມກ້າວໜ້າທາງດ້ານເທັກໂນໂລຈີທັງໝົດຂອງຣັດເຊຍ ເໜືອກວ່າ ແລະຈຳນວນເຮືອບິນລົບມີຫຼາຍກວ່າທີ່ຈະສູ້ໄດ້.”

ຫຼັງຈາກຫຼາຍມື້ຜ່ານໄປ ເຖິງຢ່າງໃດກໍຕາມ ຢູເຄຣນ ກໍສາມາດນຳສົ່ງລະບົບປ້ອງກັນທາງອາກາດໄປປະຈຳການ ແລະໄດ້ເລີ້ມໃຊ້ງານ. ນັບຕັ້ງແຕ່ນັ້ນມາ ກອງກຳລັງຂອງຢູເຄຣນ ໄດ້ຍິງເຮືອບິນລົບອາຍພົ່ນຂອງຣັດເຊຍຕົກຫຼາຍສິບລຳ ພ້ອມທັງ ເຮລິຄັອບເຕີ ເຮືອບິນອື່ນໆ ແລະລູກສອນໄຟ ນຳດ້ວຍ ຕາມການໃຫ້ຂໍ້ສັງເກດໂດຍ ທ່ານຈັສຕິນ ບຣອງຄ໌ (Justin Bronk) ຜູ້ຮ່ວມຂຽນລາຍງານ.

ທ່ານບຣອງຄ໌ ໄດ້ກ່າວຕໍ່ວີໂອເອວ່າ “ກອງທັບອາກາດຂອງຣັດເຊຍ ຍັງມີຄັງແສງອາວຸດຈຳນວນຫຼວງຫຼາຍຢູ່. ເຂົາພຽງແຕ່ບໍ່ສາມາດນຳໃຊມັນໄດ້ຢ່າງມີປະສິດທິພາບໃນຊ່ວງເວລານີ້ ເພາະວ່າ ຢູເຄຣນຍັງຄົງສະກັັດກັ້ນບໍ່ໃຫ້ພວກເຂົາເຂົ້າມາໃນນ່ານຟ້າຂອງຢູເຄຣນໃນລະດັບທີ່ຕ່ຳ ກໍຍ້ອນວ່າ ພວກເຂົາເຈົ້າຍັງມີພວກລະບົບລູກສອນໄຟຈາກພື້ນດິນສູ່ອາກາດ. ແຕ່ຄັງສະສົມຂອງລູກສອນໄຟສຳລັບລະບົບປ້ອງກັນທາງອາກາດຂອງຢູເຄຣນ ແມ່ນບໍ່ໄດ້ຕັ້ງໃຈທີ່ຈະໃຫ້ມັນຢູ່ຍາວນານເຖິງຂະໜາດນີ້ ແລະກໍໄດ້ມີການນຳໃຊ້ຢ່າງຫຼວງຫຼາຍເປັນເວລາຍາວນານ.”

ໃນຂະນະດຽວກັນ ຣັດເຊຍ ກໍນຳໃຊ້ພວກເຮືອບິນບໍ່ຄົນຂັບ ຫຼື ໂດຣນ ຜະລິດໂດຍອີຣ່ານ ທີ່ມີຢູ່ນັ້ນ ແລະການໂຈມຕີດ້ວຍລູກສອນໄຟໄລຍະໄກ ເພື່ອຖະ​ຫລົ່ມເມືອງຕ່າງ ແລະພື້ນຖານໂຄງລ່າງຂອງຢູເຄຣນ. ບົດລາຍງານ ກ່າວອີກວ່າ ມັນເປັນຂີດໝາຍຂອງການປ່ຽນແປງໃນຍຸດທະວິທີໂດຍກອງກຳລັງຂອງຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG