ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບຢູເຄຣນ ກ່າວວ່າ ລູກສອນໄຟຂອງຢູເຄຣນ ໂຈມຕີສາງນໍ້າມັນ ໃນພາກພື້ນ ຄຣາສໂນດາ ຂອງຣັດເຊຍ


ພວກ​ດັບ​ເພີງ ​ໄດ້​ດັບ​ໄຟ​ທີ່​ອາຄານ​ອາ​ພາດ​ເມັນ​ແຫ່ງ​ນຶ່ງ ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ ໃນ​ເມືອງ ຄາກີບ, ຢູ​ເຄຣນ, ວັນ​ທີ 31 ພຶດ​ສະ​ພາ 2024.
ພວກ​ດັບ​ເພີງ ​ໄດ້​ດັບ​ໄຟ​ທີ່​ອາຄານ​ອາ​ພາດ​ເມັນ​ແຫ່ງ​ນຶ່ງ ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ​ ໃນ​ເມືອງ ຄາກີບ, ຢູ​ເຄຣນ, ວັນ​ທີ 31 ພຶດ​ສະ​ພາ 2024.

ລູກ​ສອນ​ໄຟ​ທີ່​ຍິງໂດຍກອງທັບ​ເຮືອ​ຢູເຄຣນໄດ້ຍິງຖືກສາງນ້ຳມັນ​ແຫ່ງ​ນຶ່ງ ຢູ່​ທີ່​ທ່າ​ກຳ​ປັ່ນ ຄັຟຄາຊ (Kavkaz) ຂອງຣັດ​ເຊຍ ​ໃນ​ເຂດ ຄຣາສໂນດາ (Krasnodar) ​ໃນ​ວັນ​ສຸກ​ມື້​ນີ້, ກອງທັບ​ຢູ​ເຄຣນ ກ່າວ​ຜ່ານ​ທາງແອັບສົ່ງ ຂໍ້ຄວາມ Telegram, ອີງຕາມອົງການຂ່າວ ຣອຍເຕີສ໌.

ກອງທັບດັ່ງກ່າວ ​ໄດ້​ລາຍ​ງານການ​ລະ​ເບີດ​ຢູ່ຈຸດ​ດັ່ງກ່າວ ​ໃນ​ຂະນະ​ທີ່​ຕົນກຳລັງ ກວດ​ສອບ​ຄວາມ​ເສຍ​ຫາຍ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ເນັປຈູນ (Neptune) ທີ່​ຜະລິດ​ໂດຍ​ຢູ​ເຄຣນ.

ຖະແຫຼງການກ່າວວ່າ ເຮືອບິນບໍ່ມີຄົນຂັບຂອງຢູເຄຣນ ຍັງໄດ້ໂຈມຕີສາງເກັບ ນ້ຳມັນອີກແຫ່ງນຶ່ງໃນເຂດ ຄຣາສໂນດາ (Krasnodar).

ກອງທັບ​ຢູ​ເຄຣນ​ກ່າວ​ວ່າ “ລະບົບ​ປ້ອງ​ກັນ​ທາງອາກາດ​ທີ່ ‘​ທັນ​ສະ​ໄໝ’ ​ແລະ ມີ​’ປະສິດທິພາບ’ ​ຂອງ​ຣັດ​ເຊຍ​ໄດ້ຮັບການ​ພິສູດອີກຄັ້ງນຶ່ງ​ແລ້ວວ່າ ​ບໍ່​ມີປະສິດທິ ພາບໃນການ​ຕໍ່ຕ້ານ​ລູກ​ສອນ​ໄຟ ​ແລະ ລະບົບ​ບໍ່​ມີ​ຄົນ​ຂັບ​ຂອງ​ພວກ​ເຮົາ ​ແລະ​ບໍ່​ສາມາດ​ປ້ອງ​ກັນ​ບັນດາ​ສະຖານ​ທີ່​ສຳຄັນທີ່​ໃຊ້​ໃນ​ການ​ຂົນ​ສົ່ງ ​ແລະ ສະ​ບ​ຽງຂອງ​ກອງທັບຣັດ​ເຊຍ ໄດ້.

ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ກ່າວ​ໃນ​ Telegram ​ວ່າ ລະບົບ​ປ້ອງ​ກັນ​ອາກາດ​ຂອງ​ຕົນ​ໄດ້​ທຳລາຍ​ລູກ​ສອນ​ໄຟ 5 ລູກ ​ແລະ​ເຮືອບິນ​ບໍ່ມີຄົນຂັບ 29 ລຳ ​ທີ່​ແນ​ເປົ້າໃສ່ເຂດ ຄຣາສໂນດາ (Krasnodar).

​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຂອງຣັດ​ເຊຍ ກ່າວ​ວ່າ ເສດຊິ້ນ​ສ່ວນ​ຂອງໂດຣນ ທີ່​ຕົກ​ລົງມາ ໄດ້​ເຮັດ​ໃຫ້​ເກີດ​ໄຟ​ໄໝ້ສາງ​ນ້ຳມັນ​ແຫ່ງ​ນຶ່ງ​ໃນ​ເມືອງ ເທັມຣີຢຸກ (Temryuk), ​ເຊິ່ງໄດ້ເຮັດ​ໃຫ້ຖັງນໍ້າມັນ​ຫຼາຍຖັງທີ່​ເຕັມ​ໄປ​ດ້ວຍ​ນ້ຳມັນ​ເຊື້ອ​ໄຟເສຍຫາຍ ​ແລະ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ 2 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG