ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຊ​ຊະ​ນະ​ທາງ​ດ້ານ​ທະ​ຫານ​ຂອງ​ຢູ​ເຄ​ຣນ ບໍ່​ຊົງ​ວ່າ​ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ນາຍ​ພົນ​ຄົນ​ສຳ​ຄັນ​ຂອງ​ສະ​ຫະ​ລັດ


ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ນາຍ​ພົນ​ມາກ ມິ​ລ​ລີ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ ທີ່​ທ​ຳ​ນຽບ​ຫ້າ​ແຈ ໃກ້ໆ​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 16 ພະ​ຈິກ 2022.
ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ນາຍ​ພົນ​ມາກ ມິ​ລ​ລີ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ ທີ່​ທ​ຳ​ນຽບ​ຫ້າ​ແຈ ໃກ້ໆ​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 16 ພະ​ຈິກ 2022.

ນາຍ​ພົນ​ຄົນ​ສຳ​ຄັນ​ຂອງ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ໂອ​ກາດ​ໃນ​ກາ​ນ​ທີ່​ຢູ​ເຄ​ຣນ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ທາງ​ດ້ານທະ​ຫານ​ຢ່າງ​ເຕັມ​ທີ່ ຖ້າ​ມີ ກໍ​ບໍ່​ສູງ​ປານ​ໃດ ໂດຍ​ເຕືອນ​ວ່າ​ຣັດ​ເຊຍ​ຍັງ​ມີ​ອຳ​ນາດ​ໃນ​ການ​ສູ້​ລົບ​ທີ່​ສຳ​ຄັນ ຢູ່​ໃນ​ຢູ​ເຄ​ຣນ ທັງໆ​ທີ່​ໄດ້​ຮັບ​ພ່າຍ​ແພ້​ໃນ​ສະ​ໜາມ​ລົບ ນັບ​ແຕ່​ເລີ້ມ​ມີ​ການ​ຮຸກ​ຮານ ​ໃນ​ເດືອນ​ກຸມ​ພາ​ຕົ້ນ​ປີນີ້.

ຢູ​ເຄ​ຣນ​ໄດ້​ປະ​ກາດ​ວ່າ ຈະ​ສືບ​ຕໍ່​ກົດ​ດັນ​ທີ່​ຫານ​ຣັດ​ເຊຍ ຈົນ​ກວ່າ​ຕົນ​ຈະ​ສາ​ມາດ​ຢຶດ​ຄືນ​ດິນ​ແດນ​ທີ່​ຖືກ​ຢຶດ​ຄອງທັງ​ໝົດ. ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມານີ້ ກຳ​ລັງ​ຂອງ​ຢູ​ເຄ​ຣນ​ໄດ້​ເຂົ້າ​ຢຶດ​ເອົາ​ເມືອງ​ເຄີ​ຊອນ ຫົວ​ເມືອງ​ຍຸດ​ທະ​ສາດ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ຊຶ່ງ​ພາ​ໃຫ້​ມີ​ຄວາມ​ຫວັງ​ໄປ​ໃນ​ທາງ​ທີ່​ດີ​ ກ່ຽວ​ກັບໂອ​ກາດໃນ​ການ​ປະ​ຕິ​ບັດ​ງານ​ຂອງກອງ​ທັບ​ຢູ​ເຄ​ຣນ​ໂດຍ​ທົ່ວ​ໄປ ໃນ​ຂະ​ນະ​ທີ່​ພວມ​ກ້າວ​ເຂົ້າ​ສູ່​ລະ​ດູ​ໜາວ​ຢູ່ນີ້.

ແຕ່​ແນວ​ໃດ​ກໍ​ຕາມ ນາຍ​ພົນ​ມາກ ມີ​ລ​ລີ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ສະ​ຫະ​ລັດ ໄດ້​ເຕືອນໃຫ້​ມີ​ຄວາມ​ລະ​ມັດ​ລະ​ວັງ.

“ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໄດ້​ຮັບ​ໄຊ​ຊະ​ນະ​ຂອງກອງ​ທັບ​ຢູ​ເຄ​ຣນ ທີ່​ໝາຍ​ເຖິງ​ການ​ຂັບ​ໄລ່​ຣັດ​ເຊຍ​ອອກ​ຈາກ​ປະ​ເທດ​ຢູ​ເຄ​ຣນ​ທັງ​ໝົດທີ່​ຮວມ​ທັງ​ແຫຼມ​ໄຄ​ຣ​ເມຍ ທີ່​ພວກ​ເຂົາ​ອ້າງ​ເອົາ​ນັ້ນ ຊຶ່ງ​ບາງ​ທີ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ໄວໆ​ນີ້ນັ້ນ ແມ່ນ​ມີ​ບໍ່​ສູງ ປານ​ໃດ ໃນ​ດ້ານ​ການ​ທະ​ຫານ​ແລ້ວ” ນາຍ​ພົນ​ມີ​ລ​ລີ ກ່າວ​ຕໍ່​ກອງ​ປະ​ຊຸມ ​ນັກ​ຂ່າວ​ທີ່​ທຳ​ນຽບ​ຫ້າ​ແຈ.

“ໃນ​ທາງ​ດ້ານ​ການ​ເມືອງນັ້ນ ມີ​ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ ບ່ອນ​ທີ່ ​ທາງ​ດ້ານ​ການ​ເມືອງ ຣັດ​ເຊຍ​ຖອນກຳ​ລັງ​ອອກ​ໄປ. ນັ້ນ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້” ແລະ​ທ່ານ​ກ່າວ​ຕື່ມ​ ໂດຍ​ເວົ້າ​ວ່າ “ເວ​ລານີ້ ກຳ​ລັງ​ຮັບ​ພາ​ລະ​ຢູ່.”

ທ່ານ​ມິ​ລ​ລີ​ກ່າວ​ຕື່ມ​ວ່າ ສະ​ຫະ​ລັດ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຢູ​ເຄ​ຣນ​ໃນ​ການ​ປ້ອງ​ກັນ​ໂຕ ຕາບ​ໃດ​ທີ່​ຍັງ​ມີ​ຄວາມ​ຕ້ອງ​ການ​ຢູ່ ຊຶ່ງ​ຄວາມ​ເຫັນ​ດັ່ງ​ກ່າວ​ ແມ່ນ​ໄດ້ສະ​ທ້ອນ​ໃຫ້​ເຫັນ​ຄຳ​ເວົ້າ​ ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ທີ່​ໄດ້​ກ່າວ​ຢູ່​ໃນ​ພິ​ທີ​ດຽວ​ກັນ​ນີ້.

ທ່ານ​ມິ​ລ​ລີ ແລະ​ທ່ານອອ​ສ​ຕິນ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫຼັງ​ຈາກ​ການ​ພົບ​ປະ​ກັນ​ທາງ​ອອນ​ລາຍ​ນ໌ລະ​ຫວ່າງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫຼາຍ​ສິບທ່ານ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ດ້ານ​ການ​ທະ​ຫານ​ແກ່​ຢູ​ເຄ​ຣນ​ຫຼາຍໆ​ພັນ​ລ້ານ​ໂດ​ລາ ທາງ​ດ້ານ​ອາ​ວຸດ ຕະ​ຫຼອດ​ທັງ​ການ​ຝຶກ​ແອບ ໃຫ້​ຄຳ​ແນະ​ນຳ ແລະ​ດ້ານ​ສືບ​ລັບ.

“ຢູ​ເຄ​ຣນ​ຈະ​ສືບ​ຕໍ່​ດຳ​ລົງ​ຄົງ​ຢູ່. ຢູ​ເຄ​ຣນ​ຈະ​ບໍ່​ຍອມ​ຖອຍ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ມິ​ລ​ລີ ແລະ​ທ່ານ​ກ່າວ​ຕື່ມ​ວ່າ ຢູ​ເຄ​ຣນ​ແມ່ນ​ປະ​ເທດ​ທີ່​ເສ​ລີ “ແລະ​ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ທີ່​ຈະ​ປົກ​ປັກ​ຮັກ​ສາ​ຄວາມເປັນ​ເສ​ລີ​ໄວ້​ຕໍ່​ໄປ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG