ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຕື່ນຕົວ ລຸນຫຼັງການໂຈມຕີຫຼາຍຄັ້ງຂອງຢູເຄຣນ 


ຊາກຫັກພັງ ແລະສິ່ງທີ່ເບິ່ງຄືວ່າແມ່ນສົບທີ່ຖືກປົກໄວ້ ໄດ້ຖືກເຫັນຢູ່ຕະຫຼາດແຫ່ງນຶ່ງ ໃນເຂດໂດເນັດ ຂອງຢູເຄຣນ ທີ່ຢຶດຄອງໂດຍຣັດເຊຍ, ວັນທີ 21 ມັງກອນ 2024, ລຸນຫຼັງສິ່ງທີ່ເຈົ້າໜ້າທີທ້ອງຖິ່ນຣັດເຊຍ ກ່າວວ່າ ເປັນການໂຈມຕີທາງທະຫານຂອງຢູເຄຣນ.
ຊາກຫັກພັງ ແລະສິ່ງທີ່ເບິ່ງຄືວ່າແມ່ນສົບທີ່ຖືກປົກໄວ້ ໄດ້ຖືກເຫັນຢູ່ຕະຫຼາດແຫ່ງນຶ່ງ ໃນເຂດໂດເນັດ ຂອງຢູເຄຣນ ທີ່ຢຶດຄອງໂດຍຣັດເຊຍ, ວັນທີ 21 ມັງກອນ 2024, ລຸນຫຼັງສິ່ງທີ່ເຈົ້າໜ້າທີທ້ອງຖິ່ນຣັດເຊຍ ກ່າວວ່າ ເປັນການໂຈມຕີທາງທະຫານຂອງຢູເຄຣນ.

ມີຜູ້​ເສຍ​ຊີວິດຫຼາຍສິບຄົນ ​ແລະໄດ້ຮັບ​ບາດ​ເຈັບ​ອີກຈໍານວນຫຼາຍ, ​ເຊິ່ງໃນ​ນັ້ນ​ມີ​ເດັກນ້ອຍ​ສອງ​ຄົນ, ​ໃນ​ເວລາທີ່ຕະຫຼາດທີ່​ແອ​ອັດ​ໄປ​ດ້ວຍ​ຜູ້​ຄົນແຫ່ງນຶ່ງ ​ໄດ້​ຖືກ​ໂຈມ​ຕີ ​ຢູ່​ເຂດ​ຊານ​ເມືອງ​ ຂອງ​ເມືອງ ໂດເນັດ (Donetsk) ທີ່​ຢືດຄອງ​ໂດຍຣັດ​ເຊຍ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ອີງ​ຕາມ​ການ​ກ່າວ​ຂອງ​ຜູ້​ປົກ​ຄອງ​ເຂດ ທີ່​ແຕ່ງ​ຕັ້ງ​ໂດຍ​ຣັດ​ເຊຍ ໃນ​ວັນ​ອາ​ທິດ​ວານ​ນີ້.

ຣັດ​ເຊຍໄດ້ກ່າວ​ໂທດ​ໃສ່​ຢູເຄຣນ ​ໃນ​ການ​ໂຈມ​ຕີ ​ທີ່ເມືອງທິກສະຕີລຊິກ (Tekstilshchik), ໂດຍ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ໄດ້​ລະບຸວ່າ ໄດ້ເຮັດໃຫ້ມີຜູເສຍຊີວິດ​ຢ່າງ​ນ້ອຍ 27 ຄົນ ​ແລະ​ບາດ​ເຈັບ​ອີກ 25 ຄົນ. ຢູ​ເຄຣນ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ ​ແລະ​ການ​ກ່າວອ້າງຂອງຣັດ​ເຊຍ​ ຍັງ​ບໍ່​ສາມາດ​ຢືນ ຢັນ​ໄດ້​ຢ່າງເປັນອິດສະຫຼະ​ ໂດຍ​ອົງການ​ຂ່າວ ເອພີ.

ຫົວໜ້າ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກຣັດ​ເຊຍ, ທ່ານ ເດນິສ ຟູຊີລິນ (Denis Pushilin) ກ່າວ​ວ່າ ​ເຂດ​ດັ່ງກ່າວ​ໄດ້​ຖືກ​ໂຈມຕີ ໂດຍ​ປືນ​ໃຫຍ່​ຂະໜາດ 155 ມມ ​ແລະ 152 ມມ, ​ແລະ​ລູກ​ປືນ​ໃຫຍ່ ຖືກຍິງ​ຈາກ​ທິດ​ທາງຂອງ​ເມືອງ ຄູຣາໂຄບ (Kurakhove) ​ແລະ ຄຣັສໂນໂຮຣິຟກາ (Krasnohorivka) ​ໄປ​ທາງ​ທິດຕາ​ເວັນ​ຕົກ. ທ່ານ​ຍັງ​ໄດ້​ຢືນຢັນ​ວ່າ ໜ່ວຍງານສຸກ​ເສີນ ​ຍັງ​ສືບ​ຕໍ່​ເຮັດ​ວຽກ​ຢູ່​ບ່ອນ​ເກີດ​ເຫດຕໍ່ໄປ.

ຮູບຖ່າຍ ແລະວິດີໂອຂອງອົງການຂ່າວ ຣອຍເຕີສ໌ ທີ່ຖ່າຍຢູ່ບ່ອນເກີດເຫດ ສະແດງໃຫ້ເຫັນຜູ້ຄົນທີ່ຮ້ອງໄຫ້, ເຊິ່ງບາງຄົນບອກວ່າ ພວກເຂົາເຈົ້າໄດ້ສູນເສຍຍາດພີ່ນ້ອງຂອງເຂົາເຈົ້າໄປ, ແລະສົບວາງຢູ່ເທິງຫິມະທີ່ເຕັມໄປດ້ວຍເລືອດ ຢູ່ໃນບໍລິເວນນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG