ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູ​ເຄ​ຣນ ກ່າວ​ວ່າ: ມີ​ການ​ຄົ້ນ​ພົບ ​ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່ ຫຼັງ​ຈາກໄດ້ຂັບ​ໄລ່​ກຳ​ລັງ​ຣັດ​ເຊຍ ໃຫ້​ຖອຍ​ອອກ​ໄປ


​ທ່ານ​ໂອ​ເລັກ ໂກ​ເຕັນ​ໂກ ກຳ​ມາ​ທິ​ການ​ຮັບ​ຜິດ​ຊອບ​ກັບ​ບຸກ​ຄົນ​ຫາຍ​ສາບ​ສູນ ພາຍ​ໃຕ້​ສະ​ພາບ​ການ​ພິ​ເສດ ກວດ​ກາ​ເບິ່ງ​ຂຸມ​ຝັງ​ສົບ​ພົນ​ລະ​ເຮືອນ ແລະ​ທະ​ຫານ​ຢູ​ເຄ​ຣນ ໃນ​ເຂດ​ເມືອງ​ອີ​ຊຽມ ທີ່​ຢຶດ​ຄືນ​ໄດ້ ເມື່ອ​ວັນ​ທີ 15 ກັນ​ຍາ 2022.
​ທ່ານ​ໂອ​ເລັກ ໂກ​ເຕັນ​ໂກ ກຳ​ມາ​ທິ​ການ​ຮັບ​ຜິດ​ຊອບ​ກັບ​ບຸກ​ຄົນ​ຫາຍ​ສາບ​ສູນ ພາຍ​ໃຕ້​ສະ​ພາບ​ການ​ພິ​ເສດ ກວດ​ກາ​ເບິ່ງ​ຂຸມ​ຝັງ​ສົບ​ພົນ​ລະ​ເຮືອນ ແລະ​ທະ​ຫານ​ຢູ​ເຄ​ຣນ ໃນ​ເຂດ​ເມືອງ​ອີ​ຊຽມ ທີ່​ຢຶດ​ຄືນ​ໄດ້ ເມື່ອ​ວັນ​ທີ 15 ກັນ​ຍາ 2022.

ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່​ທີ່​ບັນ​ຈຸ 440 ກວ່າ​ສົບ​ໄດ້​ຖືກ​ພົບ​ເຫັນ​ທີ່​ເມືອງ​ອີ​ຊຽມ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຢູ​ເຄ​ຣນ ບ່ອນ​ທີ່​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ໄດ້​ຖືກ​ຂັບ​ໄລ່​ໃຫ້​ຖອຍ​ອອກ​ໄປໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມານີ້ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ​ທີ່​ໄດ້​ກ່າ​ວ​ໃນ​ວັນ​ພະ​ຫັດ​ວານນີ້.

ທ່ານ​ເຊີ​ຮີ ໂບ​ລ​ດີ​ນອບ ຫົວ​ໜ້າ​ສືບ​ສ​ວນ​ຂອງ​ຕຳ​ຫຼວດ​ໃນ​ເຂດ​ເມືອງ​ຄາ​ກີບ ​ກ່າວ​ຕໍ່​ອົງ​ຂ່າວ​ສ​ກາຍ ອີງ​ຕາມລາຍ​ງານ​ຂອງ​ຣອຍ​ເຕີ້ ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ນຶ່ງ​ໃນ​ຂຸມ​ຝັງ​ສົບ​ທີ່​ໃຫຍ່​ທີ່​ສຸດ ຢູ່​ໃນ​ເມືອງທີ່ຫາ​ກໍ​ຖືກ​ປົດ​ປ່ອຍ ຊຶ່ງ​ມີ 440 ສົບ​ໄດ້​ຖືກ​ຝັງ​ຢູ່​ໃນ​ບ່ອນ​ດຽວ​ກັນ. ບາງ​ຄົນ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ລູກ​ປືນ​ໃຫຍ່​ຕົກ​ໃສ່ ແລະ​ບາງ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ການ​ໂຈມ​ຕີ​ທາງ​ອາ​ກາດ.”

ການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຂອງ​ຢູ​ເຄ​ຣນ​ໄດ້​ຂັບ​ໄລ່​ທະ​ຫານ​ຣັດ​ເຊຍ​ໃຫ້​ຖອຍ​ອອກ​ໄປ​ຈາກ​ເຂດ​ດັ່ງ​ກ່າວ​ໃນທ້າຍ​ອາ​ທິດ​ແລ້ວ. ຣັດ​ເຊຍ​ໄດ້​ເຂົ້າ​ຢຶດ​ຄອງເມືອງອີ​ຊຽມ ​ໃນ​ເຂດ​ຄາ​ກີບ ຊຶ່ງ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ​ວ່າ ທະ​ຫານ​ຣັດ​ເຊຍ​ທີ່​ຖອຍ​ອອກ​ໄປ​ໄດ້​ປະ​ລູກ​ປືນ​ໃຫຍ່​ແລະ​ອຸບ​ປະ​ກອນ​ທາງ​ທະ​ຫານ​ໄວ້​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ໃນ​ຮູບນີ້ ທີ່​ສະ​ໜອງ​ໂດຍ​ອົງ​ການ​ຂ່າວ​ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ, ສະ​ແດງ​ໃຫ້​ເຫັນ ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ຮ້ອງ​ເພງ​ຊາດ​ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ໄປ​ຢ້ຽມ​ຢາມ​ເມືອງ​ອີ​ຊຽມ ທີ່​ຕັ້ງ​ຢູ່​ໃນ​ເຂດ​ຄາ​ກີບ ເມື່ອ​ວັນ​ທີ 14 ກັນ​ຍາ 2022.
ໃນ​ຮູບນີ້ ທີ່​ສະ​ໜອງ​ໂດຍ​ອົງ​ການ​ຂ່າວ​ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ, ສະ​ແດງ​ໃຫ້​ເຫັນ ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ຮ້ອງ​ເພງ​ຊາດ​ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ໄປ​ຢ້ຽມ​ຢາມ​ເມືອງ​ອີ​ຊຽມ ທີ່​ຕັ້ງ​ຢູ່​ໃນ​ເຂດ​ຄາ​ກີບ ເມື່ອ​ວັນ​ທີ 14 ກັນ​ຍາ 2022.

ໃນ​ເວ​ລານີ້ ຣອຍ​ເຕີ້​ຍັງ​ບໍ່​ສາ​ມາດໄດ້​ຮັບ​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ກ່າວ​ອ້າງ​ຂອງ​ຝ່າຍ​ຢູ​ເຄ​ຣນ​ເທື່ອ ແລະ​ກໍ​ຍັງ​ບໍ່​ທັນ​ມີ​ການ​ໃຫ້​ຄວາມ​ເຫັນ​ໃດໆ​ຈາກ​ຝ່າຍ​ຣັດ​ເຊຍ​ກ່ຽວ​ກັບ​ການ​ກ່າວ​ອ້າງ​ທີ່​ວ່ານີ້.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ທີ່​ໄດ້​ໄປ​ຢ້ຽມ​ຢາມ​ຫົວ​ເມືອງ​ທີ່​ຢຶດ​ຄືນ​ມາ​ໄດ້​ໃນ​ມື້​ວັນ​ພຸດ​ຜ່ານ​ມາ ກ່າວ​ວ່າ ທະ​ຫານ​ຣັດ​ເຊຍ​ເປັນ​ຜູ້​ຮັບ​ຜິດ​ຊອບ. ທ່ານ​ເວົ້າ​ວ່າ ​ການ​ຄົ້ນ​ພົບ​ທີ່​ເມືອງ​ອີ​ຊຽມ​ແມ່ນ​ຄ້າຍຄື​ກັນ​ກັບ​ທີ່​ເມືອງ​ບູ​ຊາ ທີ່​ຕັ້ງ​ຢູ່​ໃນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ຫຼວງ​ກີ​ຢິບ ໃນ​ຕອນ​ຕົ້ນໆ​ຂອງ​ການ​ຮຸກ​ຮານໂດຍ​ຣັດ​ເຊຍ ເມື່ອ​ປາຍ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ.

ທ່ານ​ເຊ​ເລນ​ສ​ກີ​ກ່າວ​ຢູ່​ໃນ​ຄຳ​ປາ​ໄສ​ທາງ​ວີ​ດີ​ໂອ ໃນ​ຕອນ​ແລງ​ຂອງວັນ​ພະ​ຫັດ​ນີ້​ວ່າ “ຣັດ​ເຊຍ​ແມ່ນ​ປະແຕ່​ຄວາມ​ຕາຍ​ໄວ້​ຢູ່​ທາງ​ຫຼັງ​ພວກ​ເຂົາໃນ​ທຸກໆ​ບ່ອນ​ແລະ​ຈະ​ຕ້ອງ​ເປັນ​ຜູ້​ຮັບ​ຜິດ​ຊອບ.” ທ່ານ​ກ່າ​ວ​ຕື່ມ​ວ່າ ທ່ານ​ຈະ​ນຳ​ຂໍ້​ມູນ​ອອກ​ເຜີຍ​ແຜ່​ເພີ້ມ​ຕື່ມ​ກ່ຽວ​ກັບ​ຂຸມ​ຝັງ​ສົບ​ຂະ​ໜາດ​ໃຫຍ່​ທີ່​ເມືອງ​ອີ​ຊຽມ ໃນ​ວັນ​ສຸກມື້ນີ້.

ຢູ​ເຄ​ຣນ​ແລະ​ພັນ​ທະ​ມິດ​ຕາ​ເວັນ​ຕົກ ໄດ້​ກ່າ​ວ​ຫາ​ກອງ​ກຳ​ລັງ​ຂອງ​ຣັດ​ເຊຍ​ວ່າ ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ​ຢູ່​ທີ່ນັ້ນ. ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ພົນ​ລະ​ເຮືອນ ຫຼື​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ​ໃດໆ.

ໃນ​ຂະ​ນະ​ດຽວ​ກັນ ປະ​ທາ​ນາ​ທິ​ບໍ​ດີຂອ​ງ​ສະ​ຫະ​ລັດ ທ່ານໂຈ ໄບ​ເດັນ ໄດ້​ປະ​ກາດການໃຫ້​ຄວາມຊ່ວຍ​ເຫຼືອ​ດ້ານ​ອາ​ວຸດ​ແກ່​ຢູ​ເຄ​ຣນ​ຕື່ມ​ອີກ 600 ລ້ານ​ໂດ​ລາ ຊຶ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ຄັ້ງ​ທີ 21 ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຕ້ອງ​ໄດ້​ນຳ​ເອົາ​ອາ​ວຸດແລະ​ອຸບປະ​ກອນ​ຕ່າງໆ​ຈາກ​ສາງ​ຂອງ​ຕົນ​ສົ່ງ​ໄປ​ໃຫ້​ຢູ​ເຄ​ຣນ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທຳ​ນຽບ​ຂາວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG