ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢູ​ເຄຣນ ໄວ້ອາ​ໄລ ແກ່ທະຫານ 49 ຄົນ ທີ່ເສຍຊີວິດ ຍ້ອນເຮືອບິນ ຖືກຍິງຕົກ (ວີດີໂອ)


ທະຫານບ້ານຕິດອາວຸດຜູ້ນຶ່ງ ຂອງກຸ່ມແບ່ງແຍກດິນແດນນິຍົມ ຣັດເຊຍ ກຳລັງຍາມຢູ່ບ່ອນ ເຮືອບິນ​ກອງທັບ​ອາກາດ​ຢູ​ເຄຣນ ຖືກຍິງຕົກ ທີ່ເມືອງ Luhansk ໃນວັນທີ 14 ມິຖຸນາ 2014.
ທະຫານບ້ານຕິດອາວຸດຜູ້ນຶ່ງ ຂອງກຸ່ມແບ່ງແຍກດິນແດນນິຍົມ ຣັດເຊຍ ກຳລັງຍາມຢູ່ບ່ອນ ເຮືອບິນ​ກອງທັບ​ອາກາດ​ຢູ​ເຄຣນ ຖືກຍິງຕົກ ທີ່ເມືອງ Luhansk ໃນວັນທີ 14 ມິຖຸນາ 2014.
ປະທານາທິບໍດີ ຢູ​ເຄຣນ ​ໄດ້​ປະກາດໃຫ້​ວັນອາທິດມື້​ນີ້ ​ເປັນ​ວັນ
​ໄວ້ອາ​ໄລ​ແຫ່ງ​ຊາດ ຫລັງ​ຈາກ​ທີ່​ເຮືອບິນ​ຂົນ​ສົ່ງ​ທະຫານລຳ​ນຶ່ງ
​ຖືກພວກແບ່ງ​ແຍກ​ດິນ​ແດນຫົວ​ນິຍົມຣັດ​ເຊຍ ຍິງ​ຕົກ ​ເຮັດ​ໃຫ້​
ທະຫານ​ຢູ​ເຄຣນຢູ່ໃນ​ເຮືອ ບິນ​ທັງ​ໝົດ​ 49 ຄົນ​ເສຍ​ຊີວິດ.

ປະທານາທິບໍດີ Petro Poroshenko ​ໄດ້​ປະຕິຍານ​ວ່າ ຈະລົງ​
ໂທດ​ພວກ​ທີ່ຮັບຜິດຊອບ​ ຕໍ່​ເຫດການ​ດັ່ງກ່າວ. ທ່ານໄດ້ກ່າວໃນ​
ຄຳ​ຖະ​ແຫລ​ງ ວ່າ ພວກ​ທີ່ກໍ່​ເຫດ​ດັ່ງກ່າວ​ນີ້ ຈະ​ຕ້ອງ​ໄດ້​ພົບ​ກັບ
“ການຕອບ​ໂຕ້​ທີ່​ເໝາະ​ສົມ.”

ລຸນຫຼັງຄຳ​ຖະ​ແຫລ​ງຂອງ​ທ່ານ ​ໄດ້ມີພວກ​ປະ​ທ້ວງກຸ່ມໃຫຍ່
ກຸ່ມໜຶ່ງ​ພາກັນ​ແ​ກວ່ງດິນ​ຈີ່ ​ກ້ອນ​ຫິນ​ແລະ​ໄຂ່ ​ໃສ່​ສະຖານທູດຂອງ​ຣັດ​ເຊຍ ໃນນະຄອນ
ຫລວງ Kyiv ​ແລະຂວ້ຳ​ລົດ​ແພງໆຫຼາຍຄັນ ທີ່​ຈອດ​ຢູ່​ດ້ານ​ໜ້າ​ຂອງ​ສະ​ຖານ​ທູດ. ​ໃນ
​ເວລາ​ຕໍ່​ມາ ​ເຈົ້າໜ້າ​ທີ່​ຣັດ​ເຊຍ ​ໄດ້​ປະນາມ​ຕຳຫລວດຢູເຄຣນ ທີ່ຍາມຢູ່​ທາງໜ້າ​ສະຖານ
ທູດ ທີ່ບໍ່​ທຳ​ການ​ເຄື່ອນ​ໄຫວ​ໃດໆ ​ໂດຍ​ເອີ້ນ​ວ່າເປັນການລະ​ເມີດ​ພັນທະຕໍ່ນາໆ​ຊາດ
ຂອງ​ຢູ​ເຄຣນ.
UKRAINE RUSSIAN EMBASSY PLANE REAX O
please wait

No media source currently available

0:00 0:01:35 0:00

​ຫ້ອງ​ວ່າການອະທິໄອ​ຍະກ​ານຂອງ​ຢູ​ເຄຣນ ເວົ້າ​ວ່າ ທະຫານ40 ຄົນແລະຈຸ​ບິນ 9 ຄົນ ​
ເສ​ຍຊີວິດ ​ເວລາພວກ​ກະບົດຍິງ​ເຮືອບິນ​ກອງທັບ​ອາກາດ​ຢູ​ເຄຣນ ຕົກໃນຕອນ​ເຊົ້າ
ວັນ​ເສົາ​ວານ​ນີ້​.

ລັດຖະມົນຕີ ​ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ ​ເຮືອບິນ​ລຸ້ນ Ilyushin-76 ກຳລັງ​ຈະ​ລົງ​ສູ່​
ສະໜາມ​ບິນ​ເມືອງ Luhansk ​ເວລາ ພວກ​ແບ່ງ​ແຍກ​ດິນ​ແດນ​ ໃຊ້​ອາວຸດ​ປືນກົນ
ຂະ​ນາດ​ໃຫຍ່ ຍິງ​ໃສ່ຈົນ​ເຮືອບິນ​ດັ່ງກ່າວ​ຕົກ.

ໃນ​ວັນ​ ເສົາ​ວານ​ນີ້​ເຊັ່ນ​ກັນ ລັດຖະມົນຕີກະຊວງ​ການ​ຕ່າງປະເທດ ສະຫະ​ລັດ ທ່ານ
John Kerry ​ໄດ້ກົດ​ດັນ​ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei
Lavrov ​ໃຫ້ສະ​ແດງຄວາມ​ໝັ້ນໝາຍ ​ຂອງ Moscow​ ອອກ​ມາ​ຢ່າງແຈ້ງຂາວ ວ່າ​ຈະ​ຍຸດຕິການ​ລຳລຽງ​ອາວຸດ ​ແລະລົດຖັງ​ ຂ້າມຊາຍ​ແດນ ​ເຂົ້າ​ໄປ​ໃນຢູ​ເຄຣນ ນັ້ນ.
UKRAINE UPD VOSOTVO
please wait
Embed

No media source currently available

0:00 0:01:00 0:00
XS
SM
MD
LG