ກອງທັບຣັດເຊຍ ໄດ້ເປີດເຜີຍໃນວັນອັງຄານວານນີ້ ວ່າ ຕົນກຽມຕອບໂຕ້ ຢູເຄຣນ ຫລັງຈາກທີ່ກອງທັບກີຢິບ ຖະລົ່ມຫຼາຍພື້ນທີ່ດ້ວຍຂີປະນາວຸດທີ່ສະຫະລັດ ແລະອັງກິດຜະລິດ ລວມທັງສົ່ງໂດຣນເຂົ້າໄປໂຈມຕີຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ສົງຄາມລະຫວ່າງທັງສອງປະເທດໄດ້ເລີ້ມຂຶ້ນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.
ກະຊວງປ້ອງກັນປະເທດຂອງຣັດເຊຍ ລະບຸວ່າ ໄດ້ສະກັດຂີປະນາວຸດຈາກຊາດຕາເວັນຕົກ ທີ່ຢູເຄຣນ ໃຊ້ໂຈມຕີແຄວ້ນ ບຣີແຍບສກ໌ ແລະເຊັ່ນດຽວກັນກັບການສະກັດໂດຣນ 146 ລຳ ຢູ່ນອກເຂດການສູ້ລົບ ແລະຍິງຂີປະນາວຸດ Storm Shadow 2 ລູກຕົກ ໃນທະເລດຳ.
ເມື່ອປີກາຍນີ້ ຢູເຄຣນຍິງຂີປະນາວຸດ ATACMS (Army Tactical Missile System) ທີ່ສະຫະລັດຜະລິດ ແລະຂີປະນາວຸດທີ່ຍິງຈາກອາກາດສູ່ພື້ນດິນ Storm Shadow ໃສ່ດນແດນຣັດເຊຍ ຈຶ່ງເຮັດໃຫ້ລັດຖະບານມົສກູ ອອກມາຕອບໂຕ້ເມື່ອເດືອນພະຈິກ ດ້ວຍການຍິງຂີປະນາວຸດໄລຍະກາງທີ່ໄວກວ່າສຽງ ໂອເຣຊນິກ ໃສ່ຢູເຄຣນ.
ສ່ວນຢູເຄຣນ ກໍເປີດເຜີຍວ່າ ໄດ້ໂຈມຕີເລິກເຂົ້າໄປໃນດິນແດນຂອງຣັດເຊຍ 1,100 ກິໂລແມັດ ໂດຍແນເປົ້າໃສ່ຄັງເກັບນໍ້າມັນ ໂຮງກັ່ນນໍ້າມັນ ແລະໂຮງງານຜະລິດສານເຄມີ ແລະລູກປືນໃນແຄວ້ນບຣີແຍບສກ໌ ຊາຣາຕອຟ ຕູລາ ແລະຕາຕາຣ໌ສຖານ ໂດຍບໍ່ໄດ້ລະບຸວ່າ ໂຈມຕີໃນຮູບແບບໃດ ແຕ່ໄດ້ລະບຸພຽງວ່າ ໄດ້ໃຊ້ໂດຣນ ແລະຂີປະນາວຸດເປັນສ່ວນນຶ່ງໃນການໂຈມຕີດັ່ງກ່າວ.
ປະທານາທິບໍດີ ວລາດີເມຍ ປູຕິນ ຂອງຣັດເຊຍ ກ່າວເມື່ອປີກາຍນີ້ວ່າ ສົງຄາມຢູເຄຣນ ຍົກລະດັບຂຶ້ນເປັນຄວາມຂັດແຍ້ງລະດັບໂລກ ຫລັງຈາກສະຫະລັດ ແລະອັງກິດ ອະນຸຍາດໃຫ້ຢູເຄຣນ ໃຊ້ຂີປະນາວຸດຂອງພວກເຊຂົາໂຈມຕີເລິກເຂົ້າມາໃນຣັດເຊຍ.
ດ້ານວ່າທີ່ປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດ ພະຍາຍາມຊຸກຍູ້ການຍຸຕິສູ້ລົບແລະການເຈລະຈາເພື່ອຍຸຕິສົງຄາມໂດຍໄວ ທີ່ນຳໄປສູ່ຄຳຖາມເຖິງອະນາຄົດຂອງການສະໜັບສະໜູນທີ່ມີມາຍາວນານຂອງລັດຖະບານວໍຊິງຕັນຕໍ່ຢູເຄຣນນັ້ນ.
ຟໍຣັມສະແດງຄວາມຄິດເຫັນ