ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ເປີດສາກ ທຳການ "ໂຈມຕີຕໍ່ຕ້ານ ພວກກໍ່ການຮ້າຍ" ໃນເມືອງ Slovyansk (ສະໄລດ໌/ວີດີໂອ)


ukraine13april14
please wait
Embed

No media source currently available

0:00 0:00:55 0:00

Hindiston sobiq prezidenti A.P.J. Abdul Kalom bilan vidolashmoqda. Kalom 83 yoshda edi. Hindiston harbiy qudratini kuchaytirishida o'ta muhim rol o'ynagan inson.

ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຢູ​ເຄຣນ ກ່າວ​ວ່າ ກຳລັງ​ຮັກ
ສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ​ໄດ້​ເປີດ​ສາກ ​ດຳ​ເນີນ​
ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການ​ໂຈມ​ຕີ​ຕໍ່ຕ້ານ​ພວກ​ກໍ່ການ​
ຮ້າຍ”
​ໃນ​ເມືອງ Slovyansk ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ
​ປະ​ເທດ ບ່ອນ​ທີ່​ພວກ​ຫົວ​ຕໍ່ສູ້​ທີ່​ນິຍົມຣັດ​ເຊຍ​ໄດ້​ເຂົ້າ​ຄອບ
ຄອງອາຄານຫລາຍໆ​ແຫ່ງ​ ​ຂອງ​ທາງ​ການ.

ທ່ານ Arsen Avakov ລັດຖະມົນຕີ​ກະຊວງພາຍ​ໃນ ກ່າວ​
ຢູ​ໃນ Facebook ຂອງ​ທ່ານ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ມື
​ປືນ​ຈຸ​ນຶ່ງ​ໄດ້​ຍິງ​ປືນ​ໃສ່​ ​ທະຫານຂອງ​ຝ່າ​ຍລັດຖະບານ ​ທີ່​
ເຄື່ອນກຳລັງ​ເຂົ້າ​ໄປ​ ​ແລະ​ວ່າ ມີ​ຜູ້​ເສຍ​ຊີວິດແລະ​ບາດ​ເຈັບ
ໃນ​ທັງ​ສອງ​ຝ່າຍ. ລາຍ​ງານ​ກ່ຽວ​ກັບ​ການ​ຍິງ​ຕໍ່ສູ້​ກັນ​ ​ແລະການບາດ​ເຈັບເສຍ​ຊີວິດ​
ດັ່ງກ່າວນີ້​ ບໍ່​ໄດ້​ຮັບ​ການ​ຢືນຢັນ​ຈາກ​ແຫຼ່ງຂ່າວ ​ທີ່​ເປັນ​ອິດ​ສະລະ.

​ໃນ​ວັນ​ເສົາ​ວານ​ນີ້ ຢູ​ເຄຣນກ່າວ​ວ່າ ການ​ໂຈມ​ຕີ​ໂດຍ​ພວກ​ຫົວ​ຕໍ່ສູ້ນິຍົມຣັດ​ເຊຍ ​
ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນເປັ​ນ “ການກະທຳຂອງ​ ການ​ຮຸກ​ຮານ​
ຈາກພາຍ​ນອກ​”
ໂດຍຣັດ​ເຊຍ. ລັດຖະບານ​ນະຄອນ Kiev ​ເຕືອນ​ວ່າ ບັນດາ​
ເຈົ້າ​ໜ້າ​ທີ່​ດ້ານ​ຄວາມ​ປອດ​ໄພ​ກຳລັງກະກຽມ​ເພື່ອ​ຈັດ​ຕັ້ງ​ປະຕິບັດ “​ແຜນ​ຕອບ​
ໂຕ້ທີ່​ປະຕິບັດໄດ້​
.”

ນອກຈາກ​ເມືອງ Slovyansk ​ແລ້ວ ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ທີ່​ຖືອາວຸດຣັດ​ເຊຍ​
ໄດ້​ຍຶດ​ເອົາ​ກອງ​ບັນຊາ​ການ​ຕຳຫຼວດ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ເມືອງ Donetsk
​ແລະ​ເມືອງ Kramatorsk ຊຶ່ງ​ປະຊາຊົນ​ສ່ວນ​ໃຫຍ່ ແມ່ນ​ຄົນຣັດ​ເຊຍ.

ກຳລັງ Berkut ຫຼື​ກຳລັງຕຳຫຼວດ​ພິ​ເສດ​ 10 ປາຍຄົນ ​ໄດ້ເຂົ້າ​ໄປໃນ​ສຳນັກງານໃຫຍ່
ຂອງ​ຕຳຫຼວດ​ໃນ​ເມືອງ Donetsk ​ແລະ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະຮັກສາ​ຄັງ​ອາວຸດ​ ​
ຢູ່​ໃນ​ອາຄານ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ ຮວມທັງ​ພວກ​ນັກ​ຂ່າວ​ຝ່າຍ​ຕາ​ເວັນ​ຕົກ ກ່າວ​ວ່າ ສຳນັກງານ
​ໃຫຍ່ຂອງ​ຕຳຫຼວດ​ໃນ​ເມືອງ Kramatorsk ໄດ້ຖືກຍຶດເອົາ ຫຼັງຈາກາການຍິງຕໍ່ສູ້ກັນ
ແຕ່ບໍ່ມີລາຍງານກ່ຽວກັບຜູ້ບາດເຈັບຫລື​ເສຍ​ຊີວິດ.

ການຍຶດເອົາສຳນັກງານງານໃຫຍ່ຕຳຫຼວດໃນເມືອງ Donetsk ໄດ້ກະຕຸ້ນໃຫ້ຫົວໜ້າ
ຕຳຫຼວດຂອງເມືອງ ລາອອກ.

ພວກນິຍົມຣັດເຊຍເຂົ້າຍຶດເອົາຕຶກລັດຖະບານ ຢູ່ພາກຕາເວັນອອກຂອງຢູເຄຣນ:
Pro-Russian Militants Seize More Public Buildings in Eastern Ukraine
please wait

No media source currently available

0:00 0:01:51 0:00

ໃນການໂອ້ລົມກັນທາງໂທລະສັບ ກັບທ່ານ Sergei Lavrov ລັດຖະມົນຕີຕ່າງປະ
ເທດຣັດເຊຍນັ້ນ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ສະ
ແດງ “ຄວາມເປັນຫ່ວງຢ່າງແຂງ​ແຮງ” ວ່າ ການໂຈມຕີໃນວັນເສົາວານນີ້ ໄດ້ເກີດ
ຂຶ້ນແລະດຳເນີນໄປພ້ອມໆກັນ ໃນທຳນອງຄ້າຍໆກັນກັບການໂຈມຕີຄັ້ງກ່ອນໆໃນ
ພາກຕາເວັນອອກຂອງຢູເຄຣນແລະໃນໄຄຣເມຍນັ້ນ. ກະຊວງການປະເທດກ່າວວ່າ
ທ່ານ Kerry ໄດ້ກ່າວອອກໄປຢ່າງຈະແຈ້ງວ່າ ຖ້າຫາກຣັດເຊຍບໍ່ເອົາບາດກ້າວ
ເພື່ອຫລຸດຜ່ອນສະຖານະການລົງ ໃນພາກຕາເວັນອອກຂອງຢູເຄຣນ ແລະຖອນ
ກຳລັງ ອອກຈາກຊາຍແດນຂອງຢູເຄຣນ​ແລ້ວ ກໍ​ແມ່ນຈະມີຜົນສະທ້ອນຕິດຕາມ
ພາຍຫຼັງຕື່ມອີກ.

ວີດີໂອ: ສະຫະລັດເຕືອນຣັດເຊຍ ກ່ຽວກັບການເຄື່ອນໄຫວຢູ່ໃນພາກ ຕາເວັນອອກ ຂອງຢູເຄຣນ:
US Warns Russia Anew on Eastern Ukraine
please wait

No media source currently available

0:00 0:02:34 0:00
XS
SM
MD
LG