ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຢູເຄຣນ ປະທ້ວງ ຮ່າງກົດໝາຍ ຈະໃຊ້ ພາສາຣັດເຊຍ ເປັນພາສາກາງ


ຜູ້ຊະນະການຍົກນໍ້າໜັກ WBC Heavyweight, Vitali Klitschko, ນຸ່ງເສື້ອຂາວຢູ່ເຄິງກາງ ລົມກັບຕໍາຫລວດ
ທີ່ປະຕິບັດການຕ້ານກັບພວກປະທ້ວງທີ່ໂຮມຊຸມນຸມກັນຢູ່ຕໍ່ໜ້າສະພາຂອງຢູເຄຣນ ໃນໃຈກາງນະຄອນຫລວງກຽບ ໃນວັນທີ 4 ກໍລະກົດ, 2012.
ຜູ້ຊະນະການຍົກນໍ້າໜັກ WBC Heavyweight, Vitali Klitschko, ນຸ່ງເສື້ອຂາວຢູ່ເຄິງກາງ ລົມກັບຕໍາຫລວດ ທີ່ປະຕິບັດການຕ້ານກັບພວກປະທ້ວງທີ່ໂຮມຊຸມນຸມກັນຢູ່ຕໍ່ໜ້າສະພາຂອງຢູເຄຣນ ໃນໃຈກາງນະຄອນຫລວງກຽບ ໃນວັນທີ 4 ກໍລະກົດ, 2012.

ພວກປະທ້ວງຫລາຍຮ້ອຍຄົນ ໄດ້ປະທະກັບຕໍາຫລວດຢູ່ໃນນະຄອນຫລວງກຽບຂອງ
ຢູເຄຣນ ລຸນຫລັງທີ່ລັດຖະສະພາຂອງປະເທດນັ້ນ ໄດ້ຮັບຮອງເອົາຮ່າງກົດໝາຍທີ່ເຮັດ
ໃຫ້ພາສາຣັດເຊຍ ເປັນພາສາກາງທີ່ໃຊ້ຢູ່ໃນໂຮງຮຽນ ແລະສະຖາບັນຕ່າງໆ ຂອງລັດ
ຖະບານ.

ການປະທະກັນໃນວັນພຸດວານນີ້ ແມ່ນເກີດຂຶ້ນຢູ່ນອກໂຮງການລັດຖະບານ ແຫ່ງນຶ່ງ
ຢູ່ໃຈກາງນະຄອນກຽບ ຊຶ່ງເປັນບ່ອນທີ່ປະທານາທິບໍດີ Viktor Yanukovich ຄາດໝາຍ
ຈະຈັດກອງປະຊຸມຖະ​ແຫຼງຂ່າວ.

ຮ່າງກົດໝາຍດັ່ງກ່າວ ທີ່ປະທານາທິບໍດີຈະ​ຕ້ອງ​ໄດ້​ເຊັນ ກ່ອນຈະກາຍເປັນ ກົດໝາຍ ໄດ້ ມີການຮັບຮອງໃນວັນອັງຄານທີ່ຜ່ານມາລຸນຫລັງທີ່​ໄດ້ດຳ​ເນີນການຜ່ານລັດຖະສະພາຢ່າງ
ຮີບດ່ວນ ຫລັງຈາກ​ໄດ້​ມີ​ການສະເໜີ ທີ່ບໍ່ຄາດຝັນ ​ໂດຍ​ບັນດາ​ສະມາຊິກ​ສະພາທີ່ສະໜັບ
ສະໜູນທ່ານ Yanukovich.

ຫລັງຈາກນັ້ນ ໂຄສົກປະຈໍາລັດຖະສະພາ ທ່ານ Volodymyr Lytvyn ໄດ້ປະກາດລາອອກ ໂດຍເວົ້າວ່າການລົງຄະແນນສຽງດັ່ງກ່າວ​ນີ້ ແມ່ນ ເຮັດບໍ່ຖືກກົດໝາຍ.

ພວກຄັດຄ້ານຕໍ່ຮ່າງກົດໝາຍດັ່ງກ່າວເວົ້າວ່າ ຮ່າງ​ກົດໝາຍ​ສະບັບ​ນີ້ເປັນໄພນາບຂູ່ຕໍ່ອະທິ
ປະໄຕຂອງປະເທດພາຍຫລັງທີ່ໄດ້ຮັບເອກະລາດຈາກສະຫະພາບໂຊຫວຽດມາເປັນເວລາ
20 ປີ ແລະຈະມີ​ຜົນເຮັດໃຫ້ພາສາຢູເຄຣນສູນຫາຍໄປ.

ທ່ານ Yanukovich ໃນວັນພຸດວານນີ້ ໄດ້ຮຽກປະຊຸມດ່ວນກັບລັດຖະສະພາ ແລະຜູ້ນໍາຂອງ
ພັກຝ່າຍຕ່າງໆ. ທ່ານເວົ້າວ່າ ອາດຈະມີການຮຽກໃຫ້ ຈັດການເລືອກຕັ້ງລັດຖະສະພາຂຶ້ນ
ກ່ອນກໍານົດ ຖ້າຫາກວ່າ ວິກິດການກ່ຽວກັບການຮັບຜ່ານຮ່າງກົດໝາຍທີ່ມີຄວາມເຄັ່ງຕຶງ
ດັ່ງກ່າວ ຍັງສືບຕໍ່ດໍາເນີນໄປ.

XS
SM
MD
LG