ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຢູເຄຣນ ຍົກຍ້ອງ ຜູ້ຊະນະເລີດ Eurovision ຊຶ່ງຣັດເຊຍຮ້ອງໂວຍວາຍ


ນາງ Jamala ນັກຮ້ອງຂອງຢູເຄຣນ ສະເຫຼີມສະຫຼອງ ການໄດ້ຮັບໄຊຊະນະ ລາຍການແຂ່ງຂັນຮ້ອງເພງ Eurovision ຮອບສຸດທ້າຍ ດ້ວຍເພງ '1944' ຂອງນາງ ຢູ່ໃນນະຄອນຫຼວງ Stockholm, ປະເທດສະວີເດັນ, ວັນທີ 15 ພຶດສະພາ 2016.
ນາງ Jamala ນັກຮ້ອງຂອງຢູເຄຣນ ສະເຫຼີມສະຫຼອງ ການໄດ້ຮັບໄຊຊະນະ ລາຍການແຂ່ງຂັນຮ້ອງເພງ Eurovision ຮອບສຸດທ້າຍ ດ້ວຍເພງ '1944' ຂອງນາງ ຢູ່ໃນນະຄອນຫຼວງ Stockholm, ປະເທດສະວີເດັນ, ວັນທີ 15 ພຶດສະພາ 2016.

ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko ໃຫ້ການຍົກຍ້ອງຫຼາຍທີ່ສຸດ ຢ່າງເປີດເຜີຍ ຕໍ່ນາງ Jamala ນັກຮ້ອງ ຊາວຢູເຄຣນ ຫຼັງຈາກທີ່ນາງ ໄດ້ສ້າງຄວາມ ບໍ່ຄາດຄິດ ໂດຍການເອົາຊະນະ ຜູ້ສະໝັກເຂົ້າແຂ່ງຂັນ ທີ່ເປັນຊາວຣັດເຊຍ ໃນລາຍ ການແຂ່ງຮ້ອງເພງ Eurovision ທີ່ມີຄວາມນິຍົມຊົມຊອບສູງທີ່ສຸດ ເມື່ອວັນເສົາມື້ກ່ອນ.

ທ່ານ Poroshenko ຂຽນຂໍ້ຄວາມລົງ ໃນ Twitter ທີ່ໄດ້ກ່າວວ່າ ທ່ານໄດ້ສະແດງ ຄວາມຍິນດີ ດ້ວຍຕົວທ່ານເອງ ຕໍ່ນັກສະແດງ ອາຍຸ 33 ປີ ຜູ້ທີ່ໄດ້ຊະນະດ້ວຍເພງ “1944” ຂອງນາງ ທີ່ພັນລະນາເຖິງ ການເນລະເທດ ຊົນເຜົ່າ Tatars ອອກຈາກ ແຫຼມໄຄຣເມຍ ໂດຍຣັດເຊຍ ໃນປາງສົງຄາມ.

ຢູ່ທີ່ ນະຄອນຫຼວງ ໃນວັນອາທິດວານນີ້ ບັນດາເຈົ້າໜ້າທີ່ຣັດເຊຍ ໄດ້ເວົ້າເຍາະເຍີ້ຍ ຕໍ່ໄຊຊະນະດັ່ງກ່າວ. ສະມາຊິກສະພາ ທ່ານ Konstantin Kosachev ໄດ້ໃຊ້ Twitter ເພື່ອຢືນຢັດວ່າ ຜູ້ເຂົ້າແຂ່ງຂັນຂອງມົສກູ ໄດ້ຖືກປຸ້ນເອົາໄຊຊະນະ ແລະ ວ່າ ການເມືອງ ໃນພູມິພາກ ຕາມຄຳເວົ້າຂອງທ່ານແມ່ນວ່າ ໄດ້ມີ “ອິດທິພົນໃນເລື່ອງນີ້.” ທ່ານຍັງໄດ້ ອະທິບາຍວ່າ ໄຊຊະນະນີ້ ເປັນການຂົ່ມຂູ່ຕໍ່ຂະບວນການສັນຕິພາບ ຕື່ມອີກ ໂດຍທີ່ Kyiv ໄດ້ແນເປົ້າໝາຍໃສ່ການຍຸຕິບັນຫາຂັດແຍ້ງກັນ.

ສະມາຊິກສະພາສູງ ຂອງຣັດເຊຍອີກທ່ານນຶ່ງ ທ່ານ Franz Klintzevich ໄດ້ກ່າວວ່າ ປະເທດຂອງທ່ານ ຄວນບໍ່ເຂົ້າຮ່ວມການແຂ່ງຂັນນັ້ນ ໃນປີໜ້າ ຊຶ່ງແມ່ນມີກຳນົດຈະຈັດ ຂຶ້ນຢູ່ໃນ ນະຄອນຫຼວງຂອງຢູເຄຣນ. ຢູ່ໃນຄຳເຫັນຕໍ່ ອົງການຂ່າວ Ria Novosti ທ່ານ Klintzevich ໄດ້ກ່າວ່າ ບັນດາເຈົ້າໜ້າທີ່ຢູເຄຣນ ອາດຈະໃຊ້ຖານະທີ່ເປັນເຈົ້າພາບ ໃນປີ 2017 ເພື່ອ “ເສີມຂະຫຍາຍແຜນການດ້ານການເມືອງຂອງພວກເຂົາເຈົ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ


XS
SM
MD
LG