ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຢູ​ເຄ​ຣນ​ ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ເງິນຊ່ວຍ​ເຫລືອ ​ເກັບ​ກູ້ ​ລະ​ເບີດ ຈາກ​ສະ​ຫະ​ລັດ ​ຫລາຍ​ທີ່​ສຸດ ໃນ​ປີ 2022

(ພາບ​ໃນ​ແຟມ) ນັກ​ຂ່າວ​ຄົນ​ນຶ່ງ​ຖ່າຍ​ຮູບ​ເອົາ​ຄວັນ​ທີ່​ພຸ້ງ​ຂຶ້ນ​ມາ​ຈາກ​ລະ​ເບີດ​ຝັງ​ດິນ​ທີ່​ຈຸດຄະ​ນວນ​ໃຫ້​ມັນ​ແຕກ​ຂຶ້ນໂດຍ​ທິມ​ງານ​ວິ​ຊາ​ສະ​ເພາະ​ເກັບ​ກູ້​ລະ​ເບີດ​ຂອງ​ຢູ​ເຄ​ຣນເພື່ອ​ເກັບ​ກູ້​ລະ​ເບີດ​ອອກ​ຈາກເຂດຊານ​ເມືອງຂອງ​ນະ​ຄອນ​ຫລວງ​ກີ​ຢິບໃນ​ຢູ​ເຄ​ຣນ, ວັນ​ທີ 9 ມິ​ຖຸ​ນາ, 2022

ການ​ຊ່ວຍ​ເຫຼືອ​ຂອງ​ສະຫະລັດ ຊ່ອຍໃຫ້​ຢູ​ເຄຣນສາ​ມາດ​ເກັບ​ກູ້ ​ແລະ ທຳລາຍ​ທາດ​ລະ​ເບີດໄດ້ 530 ກວ່າ​ໜ່ວຍ ​ອອກ​ໄປ​ຈາກ​ຜືນ​ແຜ່ນດິນ​ຂອງ​ຕົນ ​ໃນ​ປີ​ກາຍ​ນີ້, ​ແຕ່​ວ່າ ຢູ​ເຄຣນກໍ​ຍັງ​ມີ​ດິນ​ແດນ​ຂະໜາດ​ໃຫຍ່ ທີ່​ເຕັມໄປດ້ວຍ​ລະ​ເບີດຝັງ​ດິນ, ​ລະ​ເບີດ​ບໍ່​ທັນ​ແຕກ ​ແລະ​ວັດຖຸ​ລະ​ເບີດ​ທີ່ວາງໃສ່​ບ່ອນ​ຕ່າງໆ ຊຶ່ງ​ເປັນ​ຜົນເນື່ອງມາ​ຈາກ​ການ​ບຸກ​ລຸກ​ຂອງຣັດ​ເຊຍ, ອີງ​ຕາມບົດລາຍງານຂອງກະຊວງການຕ່າງປະເທດ.

​ໃນ​ບົດ​ລາຍ​ງານ​ປະຈຳ​ປີ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ບັນທຶກ​ຄວາມ​ພະຍາຍາມ​ຂອງ​ຕົນ​ໃນ​ການ​ຊ່ວຍ​ເຫຼືອ 60 ກວ່າ​ປະ​ເທດເພື່ອ​ທຳລາຍ​ລະ​ເບີດທີ່​ເປັນ​ອັນ​ຕະ​ລາຍ ​ແລະ​ອາວຸດ​ທຳ​ມະ​ດາປະ​ເພດ​ອື່ນ, ​ໂດຍທີ່​ຢູ​ເຄຣນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຫລາຍ​ທີ່​ສຸດ​ໃນ​ປີ​ງົບປະມານ 2022 ​ໃນມູນ​ຄ່າ​ຫຼາຍ​ກວ່າ 91 ລ້ານ​ໂດ​ລາ.

ລັດຖະບານ​ຢູ​ເຄຣນ​ຄາດ​ຄະ​ເນ​ວ່າ 160,000 ກິ​ໂລ​ຕາ​ແມັດ​ຂອງ​ດິນ​ແດນ​ຕົນ​ມີ ​ຄວາມ​ອັນຕະລາຍ​ຈາກ​ການ​ລະ​ເບີດ ​ເຊິ່ງ​ເປັນ​ດິນ​ທີ່​ກວ້າງ​ໃຫຍ່​ກວ່າ​ອອສ​ເຕຣຍ​ ເກືອບຮອດ 2 ​ເທົ່າ - ​ແລະ​ກ່າວ​ວ່າ ປະມານ 10 ເປີ​ເຊັນ ຂອງ​ເນື້ອ​ທີ່​ກະສິ ກຳ​ຂອງ​ປະ​ເທດ ​ໃນ​ປັດຈຸ​ບັນ ​ແມ່ນ​ມີອັນຕະລາຍ​ຫລາຍເກີນ​ໄປ​ທີ່​ຈະ​ປູກ​ຝັງ​ໄດ້.

ນາຍ​ຮ້ອຍ Nguyen Thi Thuy ຫົວ​ໜ້າ​ທີມ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກຂອງ​ຫວຽດ​ນາມ​ໝາຍ​ໃສ່​ຈຸດ​ທີ່ກວດ​ພົບ​ລະ​ເບີດບໍ່​ທັນ​ແຕກ​ຢູ່​ເມືອງ Hai Lang ໃກ້​ກັບ​ອະ​ດີດ​ຖາ​ນ​ທັບ​ທະ​ຫານ​ສະ​ຫະ​ລັດ ທີ່​ໃຊ້​ໃນ​ສະ​ໄໝ​ສົງ​ຄາມ​ຫວຽດ​ນາມຢູ່​ແຂວງກວາງ​ຈິ, ວັນ​ທີ 4 ມີ​ນາ, 2020

"ການບຸກລຸກທີ່ໂຫດຮ້າຍຂອງຣັດເຊຍ ເຮັດໃຫ້ວິກິດການອາຫານໂລກ ຮ້າຍແຮງຂຶ້ນ," ອີງຕາມບົດລາຍງານທີ່​ມີ​ຫົວ​ຂໍ້​ວ່າ "ເພື່ອຈະຍ່າງຢູ່ໂລກໂດຍ​ມີຄວາມປອດໄພ," ຊຶ່ງ​ເປັນ​ບົດຂຽນຮ່ວມກັບສູນກາງໃນການ​ເຮັດ​ໃຫ້​ມີສະ ຖຽນລະພາບ ແລະການຟື້ນຟູສາກົນ ທີ່ມະຫາວິທະຍາໄລເຈມ​ສ໌ ເມ​ດິ​ສັນໃນລັດ​ເວີ​ຈີ​ເນຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG