ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢູ​ເຄ​ຣນ ແລະ ກອງ​ທຶນ​ສາ​ກົນ ຕົກ​ລົງ​ກັນ ກ່ຽວ​ກັບ ໂຄງ​ການ​ກູ້​ຢືມ​ເງິນ 15 ​ພັນ 6 ຮ້ອຍ​ລ້ານໂດ​ລາ


​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ຍ່າງ​ຢູ່​ໃນ​ໂຮງ​ຮຽນ​ທີ່​ຖືກ​ທຳ​ລາຍຫຼັ​ງ​ຈາກ​ການ​ໂຈມ​ຕີ​ໃນ​ເມືອງ ຈາ​ຊິບ ຢາ, ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ພາກ​ພື້ນ ບາກ​ມຸດ, ຢູ​ເຄ​ຣນ, 22 ມີ​ນາ 2023.
​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ຍ່າງ​ຢູ່​ໃນ​ໂຮງ​ຮຽນ​ທີ່​ຖືກ​ທຳ​ລາຍຫຼັ​ງ​ຈາກ​ການ​ໂຈມ​ຕີ​ໃນ​ເມືອງ ຈາ​ຊິບ ຢາ, ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ພາກ​ພື້ນ ບາກ​ມຸດ, ຢູ​ເຄ​ຣນ, 22 ມີ​ນາ 2023.

ຢູ​ເຄ​ຣນ ແລະ ກອງ​ທຶນ​ສາ​ກົນ​ໄດ້​ຕົກ​ລົງ​ກັນ ກ່ຽວ​ກັບ ໂຄງ​ການ​ກູ້​ຢືມ​ເງິນ ສິບ​ຫ້າ​ພັນ​ຫົກ​ຮ້ອຍ​ລ້ານ​ໂດ​ລາ ທີ່​ແນ​ໃສ່​ເພື່ອ​ຄ້ຳ​ຊູ​ການ​ເງິນ​ຕ່າງໆ​ຂອງ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ຄວາມ​ເສ​ຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ ຍ້ອນ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ແລະ ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ​ເພີ່ມ​ເຕີມ​ໂດຍ​ການ​ຮັບ​ປະ​ກັນ​ບັນ​ດາ​ພັນ​ທະ​ມິດ​ວ່າ ຢູ​ເຄ​ຣນ ແມ່ນ​ກຳ​ລັງ​ສະ​ແຫວງ​ຫາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ແຂງ​ແກ່ນ ແລະ ຕໍ່​ສູ້​ການ​ສໍ້​ລາດ​ບັງຫຼວງ.

ກະ​ຊວງ​ການ​ເງິນ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ໂຄງ​ການ​ທີ່​ວ່າ​ນັ້ນຈະ “ຊ່ວຍ​ປຸກ​ລະ​ດົມ​ການ​ຈັດ​ຫາ​ແຫຼ່ງ​ເງິນ​ທຶນ​ຈາກ​ບັນ​ດາ​ຄູ່​ຮ່ວມ​ສາ​ກົນ​ຂອງ ຢູ​ເຄ​ຣນ, ພ້ອ​ມ​ກັບ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເງິນ​ມະ​ຫາ​ພາກ ແລະ ຮັບ​ປະ​ກັນ​ເສັ້ນ​ທາງ​ໄປ​ສູ່​ການ​ສ້າງ​ສາງ​ຄືນຫຼັງ​ສົງ​ຄາມ ຫຼັງ​ຈາກ​ໄຊ​ຊະ​ນະ​ຂອງ ຢູ​ເຄ​ຣນ ໃນ​ສົງ​ຄາມ​ຕໍ່​ຕ້ານ​ຜູ້​ຮຸກ​ຮານ.”

ໂຄງ​ການ​ເງິນ​ກູ້​ຢືມ​ທີ່​ວ່າ​ນັ້ນ​ຈະ​ດຳ​ເນີນ​ເປັນ​ເວ​ລາ​ສີ່​ປີ, ດ້ວຍ 12 ເດືອນ ຫາ 18 ເດືອນ​ທຳ​ອິດ​ຈະ​ເພັ່ງ​ເລັງ​ໃສ່​ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ​ຖົມ​ການ​ຂາດ​ດຸນ​ດ້ານ​ງົບ​ປະ​ມານ​ຂະ​ໜາດ​ໃຫຍ່ ແລະ ຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ເພື່ອ​ພິມ​ເງິນສຳ​ລັບ​ການ​ໃຊ້​ຈ່າຍ, ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ຂອງກອງ​ທຶນ​ສາ​ກົນ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ. ການ​ພິມ​ເງິນ​ເພື່ອ​ເປັນ​ທຶນ​ໃຫ້​ແກ່​ເບ້ຍ​ບຳ​ນານ​ຂອງ​ປະ​ຊາ​ຊົນ, ເງິນ​ເດືອນ​ລັດ ແລະ ການ​ບໍ​ລິ​ການ​ພື້ນ​ຖານ​ຕ່າງໆ​ສາ​ມາດ​ເຮັດ​ໃຫ້​ຫຼາຍ​ຢ່າງ​ຮ້າຍ​ແຮງກວ່າ​ເກົ່າ ​ໂດຍ​ຈະ​ກໍ່​ໃຫ້​ເກີດ​ອັດ​ຕາ​ເງິນ​ເຟີ້ ແລະ ເຮັດ​ໃຫ້​ສະ​ກຸນ​ເງິນບໍ່​ໝັ້ນ​ຄົງ.

ສ່ວນ​ທີ່​ເຫຼືອ​ຂອງ​ໂຄງ​ການ​ຈະ​ເພັ່ງ​ເລັງ​ໃສ່​ການ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ ຢູ​ເຄ​ຣນ ທີ່​ຈະ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ ຢູ​ໂຣບ ແລະ ການ​ສ້າງ​ສາ​ປະ​ເທດ​ຄືນຫຼັງ​ສົງ​ຄາມ.

ຂໍ້​ຕົກ​ລົງ​ກອ​ງ​ທຶນ​ສາ​ກົນ​ແມ່ນ​ຄາດ​ວ່າ​ຈະ​ນຳ​ເອົາ​ເງິນ​ມາ​ໃຫ້ ຢູ​ເຄ​ຣນ ເພີ່ມ​ເຕີມ​ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ສະ​ໜອງຫຼັກ​ຖານ​ຕ່າງໆ​ໃຫ້​ລັດ​ຖະ​ບານ​ທີ່​ອາດ​ເປັນ​ຜູ້​ບໍ​ລິ​ຈາກ, ລວມ​ທັງ​ໃນ​ກຸ່ມ​ເຈັດ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ທີ່​ສຳ​ຄັນ ແລະ ສະ​ຫະ​ພາບ ຢູ​ໂຣບ, ທີ່​ລັດ​ຖະ​ບານ​ຂອງ ຢູ​ເຄ​ຣນ ແມ່ນ​ກຳ​ລັງ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ດີ.

ຂໍ້​ຕົກ​ລົງ​ທີ່​ວ່າ​ນັ້ນ, ເຊິ່ງ​ຍັງ​ຕ້ອງ​ການ​ການ​ອະ​ນຸ​ມັດ​ຈາກ​ຄະ​ນະ​ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງກອງ​ທຶນ​ສາ​ກົນ, “ແມ່ນ​ຄາດ​ວ່າ​ຈະ​ຊ່ວຍ​ລະ​ດົມ​ເງິນ​ສຳ​ປະ​ທານ​ຂະ​ໜາດ​ໃຫຍ່​ຈາກ​ບັນ​ດາ​ຜູ້​ບໍ​ລິ​ຈາກ​ສາ​ກົນ​ຂອງ ຢູ​ເຄ​ຣນ ແລະ ຄູ່​ຮ່ວມ​ໃນ​ຕະຫຼອດ​ໄລ​ຍະ​ຂອງ​ໂຄງ​ການ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ແກວິນ ເກ​ຣ, ຫົວ​ໜ້າ​ຄ​ະ​ນະ​ຜູ້​ແທນ​ຂອງກອ​ງ​ທຶນ​ສາ​ກົນ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ ຢູ​ເຄ​ຣນ, ໃນ​ຖະ​ແຫຼງ​ກາ​ນ​ສະ​ບັບ​ນຶ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG