ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໑ ເມສາ ໒໐໒໕

ຢູເຄຣນ ເປັນເຈົ້າພາບຕ້ອນຮັບບັນດາຜູ້ນໍາຢູໂຣບ ໃນຂະນະທີ່ການສະໜັບສະໜູນຂອງ ສະຫະລັດ ຫຼຸດໜ້ອຍລົງ


ທຸງຊາດຢູເຄຣນ (ເທິງ), ແລະທຸງຂອງຢູໂຣບ (ຊ້າຍ) ແນມເຫັນຢູ່ຕຶກອາຄານ Bundestag (ສະພາຕໍ່າຂອງເຢຍຣະມັນ) ໃນວັນທີ 24 ກຸມພາ 2025 ໃນນະຄອນຫຼວງ ເບີລີນ.
ທຸງຊາດຢູເຄຣນ (ເທິງ), ແລະທຸງຂອງຢູໂຣບ (ຊ້າຍ) ແນມເຫັນຢູ່ຕຶກອາຄານ Bundestag (ສະພາຕໍ່າຂອງເຢຍຣະມັນ) ໃນວັນທີ 24 ກຸມພາ 2025 ໃນນະຄອນຫຼວງ ເບີລີນ.

ຢູເຄຣນ ໄດ້ກ້າວເຂົ້າສູ່ປີທີ 4 ຂອງສົງຄາມເຕັມຮູບແບບກັບ ຣັດເຊຍ ໃນວັນ ຈັນມື້ນີ້, ໂດຍບໍ່ໝັ້ນໃຈວ່າ ພວກເຂົາຈະສາມາດເພິ່ງພາອາໄສພັນທະມິດທີ່ເຂັ້ມ ແຂງທີ່ສຸດດັ່ງ ສະຫະລັດ ໄດ້ຕໍ່ໄປຫຼືບໍ່, ໃນຂະນະທີ່ກອງກຳລັງທາງທະຫານ ທີ່ເມື່ອຍລ້າຂອງຕົນ ກໍທໍາການຕໍ່ສູ້ເພື່ອຍຶດໝັ້ນພື້ນທີ່ ກັບການບຸກເຂົ້າມາຂອງ ສັດຕູແບບບໍ່ຢຸດຢັ້ງ.

ທ່ານ ດໍໂນລ ທຣໍາ ໄດ້ກ່າວໂຈມຕີ ທ່ານ ໂວໂລດີເມຍ ເຊເລັນສກີ ໃນອາທິດ ແລ້ວນີ້ວ່າ ເປັນ “ຜະເດັດການ” ທີ່ບໍ່ມີຊື່ສຽງ ເຊິ່ງຕ້ອງຈັດຂໍ້ຕົກລົງສັນຕິພາບ ໃນທັນທີ ຫຼື ສູນເສຍປະເທດຂອງຕົນ, ໃນຂະນະທີ່ຜູ້ນຳຢູເຄຣນກ່າວວ່າ ປະທານາທິບໍດີສະຫະລັດ ກໍາລັງຕົກຢູ່ໃນ “ຟອງຂອງຂໍ້ມູນທີ່ບິດເບືອນ”.

ນອກ​ເໜືອ​ຈາກ​ສົງຄາມທາງ​ຄຳ​ເວົ້າແລ້ວ, ເຈົ້າ​ໜ້າ​ທີ່​ຂອງສະຫະລັດ ​ຍັງໄດ້​ເປີດ​ການ​ເຈລະຈາ​ໂດຍ​ກົງ​ກັບ​ຝ່າຍ ຣັດ​ເຊຍ ​ຢູ່ ​ຊາ​ອຸ​ດີ​ອາ​ຣາ​ເບຍ​ ໃນ​ອາທິດ​ແລ້ວ​ນີ້, ໂດຍບໍ່ມີລັດ​ຖະ​ບານ ກີຢິບ ​ແລະ​ ຢູໂຣບ ເຂົ້າຮ່ວມ, ​ເຊິ່ງຖືເປັນ​ການ​ປ່ຽນແປງ​ນະ​ໂຍບາຍຂອງສົງຄາມ ​ທີ່​ໜ້າປະຫຼາດໃຈ.

ວໍຊິງຕັນ ໄດ້ກ່າວຢ່າງຈະແຈ້ງວ່າ ຕົນຈະບໍ່ສົ່ງກອງກຳລັງທະຫານໃດໆ ເພື່ອ ເປັນຫຼັກປະກັນທາງດ້ານຄວາມໝັ້ນຄົງທີ່ ກີຢິບ ຢາກໄດ້, ຖ້າຂໍ້ຕົກລົງສັນຕິ ພາບຫາກປະກົດຂຶ້ນ, ເຊິ່ງຖືເປັນການວາງພາລະທີ່ໜັກໜ່ວງໃຫ້ແກ່ມະຫາ ອຳນາດ ຢູໂຣບໂດຍກົງ, ໂດຍມີທ່າທາງທີ່ຈະຕໍ່ສູ້ໂດຍບໍ່ມີການສະໜັບສະໜູນ ຈາກ ສະຫະລັດ.

ທ່ານ ເຊເລັນສກີ, ຜູ້ທີ່ໄດ້ບອກໃຫ້ ຢູໂຣບ ສ້າງກອງທັບຂອງຕົນ, ໃນຂະນະ ດຽວກັນ ກໍຮຽກຮ້ອງໃຫ້ວໍຊິງຕັນໃຊ້ຫຼັກການປະຕິບັດໂຕຈິງ, ໂດຍໄດ້ໂທລະສັບ ຫາລືຫຼາຍສິບຄັ້ງນັບຕັ້ງແຕ່ວັນສຸກທີ່ຜ່ານມາ, ເຊິ່ງສ່ວນໃຫຍ່ ແມ່ນຫາລືກັບ ບັນດາຜູ້ນໍາຢູໂຣບ ເພື່ອກໍານົດທິດທາງໃນຂ້າງໜ້າ.

ທ່ານ ເຊເລັນສກີ ຂຽນຂໍ້ຄວາມລົງທາງ Telegram ວ່າ “ສາມປີຂອງການຕໍ່ຕ້ານ. ສາມປີຂອງຄວາມຮູ້ບຸນຄຸນ. ສາມປີຂອງຄວາມກ້າ ຫານຢ່າງແທ້ຈິງຂອງປະຊາຊົນຊາວຢູເຄຣນ. ນີ້ຄືຄວາມພາກພູມໃຈຂອງ ຢູເຄຣນ!,” ໃນຂະນະທີ່ຜູ້ ນຳຕ່າງປະເທດ ເລີ້ມເດີນທາງມາຮອດ ເພື່ອຮ່ວມສະເຫຼີມສະຫຼອງວັນຄົບຮອບ​ດັ່ງ​ກ່າວ.

ໃນການຫາລືດນັ້ນລວມມີ ປະທານຄະນະກຳມາທິການຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ, ປະທານສະພາຢູໂຣບ ທ່ານ ແອນໂຕນີໂອ ຄອສຕາ (Antonio Costa) ແລະ ບັນດາຜູ້ນຳຈາກ ການາດາ, ຟິນແລນ, ເດັນມາກ, ນໍເວ ແລະ ສະວີເດັນ, ທີ່ຖືກຮັບຕ້ອນໂດຍລັດຖະມົນຕີການຕ່າງ ປະເທດ ຂອງຢູເຄຣນ ແລະຫົວໜ້າເຈົ້າໜ້າທີ່ຂອງ ທ່ານ ເຊເລັນສກີ ຢູ່ສະຖານີລົດໄຟ.

ປະຊາຊົນຊາວຢູເຄຣນເສຍຊີວິດ​ຫຼາຍ​ພັນ​ຄົນ ​ແລະຫຼາຍກວ່າ 6 ລ້ານ​ຄົນ​ດຳລົງ​ຊີວິດ​ເປັນ​ຊາວຜູ້​ອົບ​ພະຍົບຢູ່​ຕ່າງປະ​ເທດ ​ນັບຕັ້ງ​ແຕ່​ປະທານາທິບໍດີ​ຣັດ​ເຊຍ ທ່ານ ວະລາດີເມຍ ປູຕິນ ​ໄດ້​ສັ່ງ​ໃຫ້​ບຸກ​ໂຈມ​ຕີ​ທາງ​ບົກ, ທາງ​ທະ​ເລ ​ແລະ ທາງ​ອາກາດ, ​ເຊິ່ງ​ເປັນການເລີ້ມຕົ້ນຕໍ່ສູ້ທີ່​ນອງ​ເລືອດ​ທີ່​ສຸດ​ຢູ່ໃນ​ຢູໂຣບ ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ເປັນຕົ້ນມາ.

ມັນເປັນການ​ສູນ​ເສຍ​ທາງ​ທະຫານທີ່ຮ້າຍແຮງທີ່ສຸດ​, ​ເຖິງ​ແມ່ນ​ຈະເປັນຄວາມ ລັບ​ທີ່ປົກປິດໄວ້ເປັນຢ່າງດີກໍຕາມ. ການ​ຄາດ​ຄະ​ເນ​ຂອງ​ອົງ​ການ Public Western ​ທີ່​ອີງ​ໃສ່ລາຍ​ງານ​ຂອງອົງການສືບ​ລັບໄດ້​ລາຍງານ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງຫຼວງຫຼາຍ, ​ແຕ່​ສ່ວນ​ຫຼາຍ​ກ່າວ​ວ່າ ​ມີຜູ້​ເສຍ​ຊີວິດ ​ຫຼືໄດ້ຮັບ​ບາດ​ເຈັບ​ໃນແຕ່ລະ​ຝ່າຍ ເປັນຈໍາ ນວນຫຼາຍແສນຄົນ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

KYIV, Feb 24 (Reuters) - Ukraine enters the fourth year of all-out war with Russia on Monday, unsure it can rely any longer on its staunchest ally the United States as its exhausted troops fight to hold their ground against unrelenting enemy advances.

Donald Trump blasted Volodymyr Zelenskiy last week as an unpopular "dictator" who needed to cut a quick peace deal or lose his country, while the Ukrainian leader said the U.S. president was living in a "disinformation bubble".

Beyond the war of words, U.S. officials opened direct talks with the Russian side in Saudi Arabia last week, shutting out Kyiv and Europe in a stunning change of policy on the war.

Washington has made clear it will send no troops as a security guarantee coveted by Kyiv if a peace deal emerges, placing the burden squarely on European powers that are likely to struggle without U.S. backing.

Zelenskiy, who has told Europe to create its own army while urging Washington to be pragmatic, has held more than a dozen phone calls since Friday, mainly with European leaders, to scope out a way forward.

"Three years of resistance. Three years of gratitude. Three years of absolute heroism of Ukrainians. Proud of Ukraine!" he wrote on the Telegram messaging app, as foreign leaders began to arrive to mark the anniversary.

They included European Commission President Ursula von der Leyen, European Council President Antonio Costa and the leaders of Canada, Finland, Denmark, Norway and Sweden who were met off the train by Ukraine's foreign minister and Zelenskiy's chief of staff.

Thousands of Ukrainian citizens have died and more than six million live as refugees abroad since Russian President Vladimir Putin ordered the invasion by land, sea and air, starting the bloodiest conflict in Europe since World War Two.

Military losses have been catastrophic, although they remain closely guarded secrets. Public Western estimates based on intelligence reports vary widely, but most say hundreds of thousands have been killed or wounded on each side.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG