ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ເປີດປະຊຸມ ສຸກເສີນ ຫລັງຈາກ ພວກກະບົດ ປ່ອນບັດເລືອກຕັ້ງ


ປ. Petro Poroshenko ​ຂອງຢູເຄຣນ
ປ. Petro Poroshenko ​ຂອງຢູເຄຣນ

ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ​ເຂົ້າ​ປະ
ຊຸມສຸກ​ເສີນກັບຫົວໜ້າຮັກສາ​ຄວາມ​ສະ​ງົບໃນ​ວັນ​ອັງຄານ​ມື້​ນີ້
ຫຼັງ​ຈາກ​ທີ່​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ ​ນິຍົມຣັດ​ເຊຍ ​ໄດ້​ຈັດ
ການ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ ​ຊຶ່ງໝາຍຄວາມວ່າ ​ຈະ​ຢືນຢັນ
ເຖິງການ​ແຍກ​ໂຕອອກ​ເປັນ​ເອກ​ກະລາດ​ ຈາກ Kyiv ຂອງ
ພວກເຂົານັ້ນ.

ທ່ານ Poroshenko ກ່າວວ່າ ການ​ເລືອກ​ຕັ້ງ​ເມື່ອ​ວັນ​ອາທິດ​ຜ່ານ​
ມາ​ນີ້ ​ແມ່ນລະຄອນຕະຫລົກ ທີ່ໄດ້​ລະ​ເມີດ​ສັນຍາ​ຢຸດ​ຍິງ​ໃນ
​ເດືອນ​ກັນຍາຜ່ານມາກັບ​ພວກ​ກະບົດ ທີ່ທ່ານກ່າວເຖິງໃນວັນຈັນ
ວານນີ້ວ່າ ​ເປັນ​ພວກ​ໂຈນ ພວກ​ກໍ່​ການ​ຮ້າຍ ​ແລະ​ພວກແຊກ
​ແຊງນັ້ນ.

ປະທານາທິບໍດີ Poroshenko ເວົ້າວ່າ “ການ​ເລືອກ​ຕັ້ງຈອມປອມ​ ທີ່​ວ່ານີ້ ​ແມ່ນ​ໄດ້​ລະ​ເມີດ ຂໍ້ຕົກລົງທີ່ນະຄອນ Minsk ເມື່ອວັນ​ທີ 5 ກັນຍາຜ່ານມາ. ຕົກລົງທີ່ນະຄອນ Minsk
ແມ່ນ​ ໄດ້​ອະນຸຍາດ​ໃຫ້​ປ່ອນ​ບັດ​ກ່ອນກຳນົດໄດ້​ ໃນ​ເຂດ​ທ້ອງ​ຖິ່ນຂອງ Donbass
​ເທົ່າ​ນັ້ນ ພາຍ​ໃຕ້​ກົດ​ໝາຍຂອງຢູ​ເຄຣນ. ພວກ​ເຮົາ​ໄດ້ໃຫ້​ໂອກາດ​ຕໍ່​ພວກ​ເຂົາ​ເຈົ້າ. ການປ່ອນບັດທີ່ຈອມປອມ ເມື່ອວັນ​ທີ 2 ພະຈິກ ຜ່ານ​ມາ​ນີ້ ​ແມ່ນເປັນອັນຕະລາຍ ຕໍ່​ຂັ້ນ​ຕອນສັນຕິພາບທັງໝົດ ຊຶ່ງເປັນການ​ເລີ້ມຕົ້ນ​ທີ່ພວກເຮົາໄດ້ບັນລຸກັນມາ ​ໃນຄວາມ​ພະຍາຍາມ​ທີ່​ແຂງ​ຂັນນັ້ນ.”

ທ່ານ Poroshenko ຍັງ​ໄດ້​ກ່າວ​ຕື່ມອີກ​ວ່າ ທ່ານ​ວາງ​ແຜນ​ທີ່​ຈະ​ຍົກ​ເລີກ​ບາງສ່ວນຂອງຂໍ້ຕົກ ລົງ​ສັນຕິພາບ​ທີ່​ອາດ​ສະ​ເໜີ​ໃຫ້ພວກ​ກະບົດມີ​ອຳນາດ​ໃນ​ການປົກຄອງຕົນເອງໃນລະດັບ
ໃດລະ ດັບນຶ່ງ ຕໍ່ເຂດຕ່າງໆທີ່ພວກກະບົດຄວບຄຸມຢູ່ນັ້ນ.

ການ​ປ່ອນ​ບັດ​ໃນ​ວັນ​ອາທິດ​ແລ້ວ​ນີ້ມີ​ຈຸດປະສົງ ທີ່​ຈະ​ເລືອກເອົາສະມາຊິກສະພາທີ່ນິຍົມ
ຣັດເຊຍ ​ເຂົ້າໄປນັ່ງຢູ່ໃນສະພານິຕິບັນຍັດ ໃນເຂດເມືອງ Luhansk ​ແລະ Donetsk
ທີ່​ປາກ​ເວົ້າ​ພາ ສາຣັດ​ເຊຍ ໃນພາກ​ຕາ​ເວັນ​ອອກຂອງ​ປະ​ເທດນັ້ນ. ​ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ອົງການ​ສະຫະ​ປະ ຊາ​ຊາດ ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ ​ຕ່າງກໍໄດ້ປະຕິເສດ ບໍ່​ຮັບ​ເອົາ​ການ​ເລືອກ​ຕັ້ງ​ນີ້ ​ແລະ​ກ່າວ​ວ່າ ຕົນ​ບໍ່​ຮັບ​ຮູ້​ຜົນຂອງການເລືອກຕັ້ງໃນຄັ້ງນີ້.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ທີ່​ວໍ​ຊິງ​ຕັນ ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ອົງການ​ເນ​ໂຕ ​ໄດ້​ວາດ​ພາບ​ທີ່ບໍ່
ຄ່ອຍແຈ່ມໃສປານໃດ ​ໃນຄວາມສຳພັນຂອງປະເທດ​ຕາ​ເວັນ​ຕົກ ​ກັບຣັ​ດ​ເຊຍ.

XS
SM
MD
LG