ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ໂຈມຕີ ຣັດເຊຍ ໃນຕອນຂ້າມຄືນ ດ້ວຍໂດຣນ ຫຼາຍຮອບ 2 ຄົນເສຍຊີວິດ


ພາບນີ້ ຖືກເປີດເຜີຍໂດຍບໍລິສັດ Maxar Technologies ສະແດງໃຫ້ເຫັນພາບທາງອາກາດ ເຮືອບິນລົບ SU 27 ໄດ້ຖືກທຳລາຍຢູ່ຖານທັບອາກາດ Belbek, ຢູ່ໃກ້ໆ ເມືອງເຊວາສໂຕໂປລ, ໃນແຫຼມຄຣາຍເມຍ, ວັນທີ 16 ພຶດສະພາ 2024.
ພາບນີ້ ຖືກເປີດເຜີຍໂດຍບໍລິສັດ Maxar Technologies ສະແດງໃຫ້ເຫັນພາບທາງອາກາດ ເຮືອບິນລົບ SU 27 ໄດ້ຖືກທຳລາຍຢູ່ຖານທັບອາກາດ Belbek, ຢູ່ໃກ້ໆ ເມືອງເຊວາສໂຕໂປລ, ໃນແຫຼມຄຣາຍເມຍ, ວັນທີ 16 ພຶດສະພາ 2024.

ຢູເຄຣນ ໄດ້ສົ່ງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຫຼາຍຮອບໄປໂຈມຕີຣັດເຊຍ ແລະເຂດແຫຼມຄຣາຍເມຍ ທີ່ຖືກຍຶດຄອງໂດຍຣັດເຊຍ ໃນຕອນຂ້າມຄືນ ເຮັດໃຫ້ປະຊາຊົນສອງຄົນເສຍຊີວິດ ລວມທັງເດັກນ້ອຍຜູ້ນຶ່ງ ແລະໄດ້ເຮັດໃຫ້ໂຮງກັນນ້ຳມັນ ເກີດໄຟໄໝ້, ບັນດາເຈົ້າໜ້າທີ່ກ່າວ ໃນວັນສຸກມື້ນີ້ ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

ການໂຈມຕີດັ່ງກ່າວ ຖືເປັນການໂຈມຕີທາງອາກາດຄັ້ງໃຫຍ່ທີ່ສຸດຂອງຢູເຄຣນ ໃນຮອບຫຼາຍອາທິດ ແລະມີຂຶ້ນຂະນະທີ່ກອງກຳລັງຂອງຣັດເຊຍ ກຳລັງບຸກເຂົ້າໄປຕາມເຂດແນວໜ້າ, ເຊິ່ງໄດ້ເຂົ້າຍຶດຄອງພື້ນທີ່ດິນແດນທີ່ໃຫຍ່ທີ່ສຸດໃນຮອບ 18 ເດືອນ ຂະນະທີ່ກີຢິບ ປະເຊີນກັບບັນຫາການຂາດແຄນທັງອາວຸດ ແລະກຳລັງພົນ.

ກອງທັບຂອງຣັດເຊຍ ໄດ້ກ່າວວ່າ ຕົນໄດ້ສະກັດກັ້ນ ຫຼື ທຳລາຍທັງ ໂດຣນອາກາດ ແລະ ໂດຣນທະເລ ຂອງຢູເຄຣນ ຫຼາຍກວ່າ 100 ລຳ ຢູ່ໃນພາກໃຕ້ຂອງປະເທດ ແລະຢູ່ເທິງນ່ານຟ້າຂອງແຫຼມຄຣາຍເມຍ ທີ່ໄດ້ຖືກຍຶດຄອງ ແລະຢູ່ທະເລດຳ ເມື່ອຕອນຂ້າມຄືນ.

ກອງທັບຣັດເຊຍ ກ່າວວ່າ “ຫ້າສິນເອັດ UAV ຫຼືໂດຣນ ໄດ້ຖືກທຳລາຍ ແລະຖືກສະກັດກັ້ນ ຢູ່ເທິງນ່ານຟ້າຂອງຄຣາຍເມຍ, 44 ລຳຢູ່ເທິງນ່ານຟ້າຂົງເຂດ ຄຣາສໂນດາຣ (Krasnodar), 6 ລຳ ຢູ່ເທິງນ່ານຟ້າຂອງແບລໂກຣອດ (Belgorod) ແລະ ລຳນຶ່ງຢູ່ເທິງນ່ານຟ້າຂອງຂົງເຂດເຄີຣສ (Kursk).” ແລ້ວກ່າວຕື່ມວ່າ ກອງທັບເຮືອ ໄດ້ທຳລາຍເຮືອໂດຣນ ຫົກລຳ.

ໂດຣນລຳນຶ່ງບິນຕຳຄອບຄົວນຶ່ງທີ່ກຳລັງຂັບລົດຢູ່ໃກ້ເຂດຊາຍແດນໃນພາກພື້ນແບລໂກຣອດຂອງຣັດເຊຍ ເຮັດໃຫ້ຜູ້ເປັນແມ່ເສຍຊີວິດ ພ້ອມທັງລູກຊາຍອາຍຸ 4 ປີຂອງລາວ ອີງຕາມການກ່າວຂອງຜູ້ປົກຄອງພາກພື້ນ ທ່ານ ວີຢາເສັດສລາບ ກລາດຄອບ (Vyacheslav Gladkov).

ທ່ານເວົ້າວ່າ “ເດັກນ້ອຍຢູ່ໃນອາການສາຫັດ. ບັນດາທ່ານໝໍ ໄດ້ເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ ເພື່ອຊ່ວຍຊີວິດລາວ” ແຕ່ “ດ້ວຍຄວາມໂສກເສົ້າຢ່າງຍິ່ງ, ເດັກນ້ອຍອາຍຸ 4 ປີຜູ້ນີ້ ກໍໄດ້ເສຍຊີວິດຢູ່ໃນໂຮງໝໍ.”

ສ່ວນຜູ້ເປັນພໍ່ ໄດ້ຮັບບາດເຈັບ ແຕ່ “ພວມຢູ່ໃນອາການຕື່ນຕົກໃຈ” ແລະປະຕິເສດການຊ່ວຍເຫຼືອດ້ານການແພດ ໃນຂະນະທີ່ຜູ້ທີ່ຂັບລົດກໍໄດ້ຮັບການ ປິນປົວບາດແຜຈາກສະເກັດຂອງໂດຣນ ທີ່ຖືກມືສອງເບື້ອງຂອງລາວ” ທ່ານກລາດຄອບ ກ່າວ.

Ukraine launched a wave of drones at Russia and the annexed Crimea peninsula overnight, killing two people, including a child, and setting an oil refinery ablaze, officials said Friday.

The attack was Ukraine's largest aerial offensive in weeks and comes as Russian forces advance along the frontline, making their biggest territorial gains in 18 months as Kyiv struggles with ammunition and manpower shortages.

Russia's military said it had intercepted or destroyed more than 100 Ukrainian air and sea drones in the south of the country, and over annexed Crimea and Black Sea overnight.

"Fifty-one UAVs were destroyed and intercepted over Crimea, 44 over the Krasnodar region, six over the Belgorod region and one over Kursk region," it said, adding naval forces destroyed six drone boats.

One drone struck a family driving near the border in Russia's Belgorod region, killing a mother and her 4-year-old son, the region's governor Vyacheslav Gladkov said.

"The child was in critical condition. Doctors did everything possible to save him," he said, but "to much grief, the 4-year-old died in hospital."

The father was injured but "is in shock" and refused medical help, while the driver of the car was treated for shrapnel wounds to his hands, he added.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG