ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍ​ຄ້ານ​ ໃນຢູ​ເຄຣນ ​ຮຽກຮ້ອງ​ໃຫ້​ມີ ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ອີກ (ວີດີໂອ)


ບັນດາຝ່າຍຄ້ານ ນັກສາສະໜາ ສັງຄົມພົນລະເຮືອນ ແລະລັດ ຖະບານ ຢູເຄຣນ ປະຊຸມຫາລືກັນ ໃນວັນສຸກວານນີ້.
ບັນດາຝ່າຍຄ້ານ ນັກສາສະໜາ ສັງຄົມພົນລະເຮືອນ ແລະລັດ ຖະບານ ຢູເຄຣນ ປະຊຸມຫາລືກັນ ໃນວັນສຸກວານນີ້.
ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ ຢູ​ເຄຣນ ພາກັນ​ຮຽກຮ້ອງ​ໃຫ້​ມີ​ການ​ປະ​
ທ້ວງ​ຄັ້ງ​ໃຫຍ່​ອີກ ​ໃນ​ວັນ​ອາທິດມື້​ອື່ນ​ນີ້ ​ໃນ​ຂະນະ​ທີ່ ພວກ​ສະ
ໜັບສະໜູນ ປະທານາທິບໍດີ Victor Yanukovych ກໍ​ພາກັນ​
ວາງ​ແຜນ​ຈະ​ທໍາ​ການ ​ໂຮມ​ຊຸມນຸມ​ປະ​ທ້ວງ​ເຊັ່ນ​ດຽວ​ກັນ ຢູ່​ບໍລິ​
ເວນ​ຫ່າງ​ຈາກ​ກັນ ພຽງແຕ່​ນຶ່ງ ​ກິ​ໂລ​ແມດ.

ບັນດາ​ສະມາຊິກ​ຝ່າຍ​ຄ້ານ ​ໄດ້​ທໍາ​ການສົນທະນາ​ໂດຍ​ກົງ ​ກັບ
ປະທາ ນາທິບໍດີ Yunukovych ​ໃນ​ວັນ​ສຸກ​ວານ​ນີ້ ​ເປັນ​ຄັ້ງ​ທໍາ​
ອິດ ນັບ​ແຕ່​ໄດ້​ມີ​ການ​ປະ​ທ້ວງຕໍ່ຕ້ານລັດຖະບານຢ່າງໃຫຍ່​ ມາ
​ເປັນ​ເວລາ​ສາມ​ອາທິດ.

​ແຕ່​ວ່າ ຫລັງ​ຈາກ​ການ​ປະຊຸມ ທີ່ບັນດາ​ຜູ້ຕາງໜ້າກຸ່ມການ​ເມືອງ
​ແລະ​ສັງ​ຄົມ​ພົນລະ​ເຮືອນອື່ນໆ​ເຂົ້າ​ຮ່ວມ​ນໍາ​ນັ້ນ ​ບັນດາຜູ້​ນໍາ​ຝ່າຍ​
ຄ້ານກ່າວ​ວ່າ ປະທານາທິບໍດີ ບໍ່​ຍອມ​ຮັບ​ເອົາ​ຄໍາ​ຮຽກຮ້ອງ​ຂອງ​
ເຂົາ​ເຈົ້າ.

​ຮວມຢູ່​ໃນ​ຄໍາ​ຮຽກຮ້ອງ​ຫຼາຍໆ​ຢ່າງ​ນັ້ນ ຫົວໜ້າ​ພັກ Udar ຫລືພັກ
“Punch” ທ່ານ Vitaly Klitschko ​ແລະ ບັນດາ​ຜູ້​ນໍາພັກຝ່າຍ​ຄ້ານ​ທີ່​ສໍາຄັນອື່ນໆ​ຂອງຢູ​ເຄຣນ ພາກັນ​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ ພວກ​ປະ​ທ້ວງ​ທີ່​ຖືກ​ກັກ​ຂັງ​ຢູ່ນັ້ນ.

ຝ່າຍປະທານາທິບໍດີ ຢູ​ເຄຣນ ​ໄດ້​ສະ​ເໜີ​ ໃຫ້ອະ​ໄພ​ຍະ​ໂທດ ​ໃຫ້​ແກ່​ຜູ້​ຖືກ​ຈັບໃນ​ການ​ປະ
​ທ້ວງ. ​ແຕ່ກໍຍັງ​ບໍ່​ເປັນ​ທີ່​ພໍ​ໃຈ​ແກ່​ຝ່າຍ​ຄ້ານ ທີ່​ຮຽກ ຮ້ອງ​ໃຫ້ ທ່ານ Yanukovych ​ແລະ​ລັດ
ຖະບານ​ຂອງ​ທ່ານ ລາ​ອອກ​ຈາກ​ໜ້າ​ທີ່.

ຜູ້​ແທນ​ສະພາ​ສູງສະຫະລັດ ທ່ານ John McCain ຊຶ່ງ​ເປັນ​ຜູ້​ນໍາຄົນ​ນຶ່ງ​ຂອງ​ພັກ​ຣີພັບບລິ
ກັນ ແລະ​ທ່ານ Chris Murphy ປະທານອະນຸ​ກໍາມະການ ​ກ່ຽວ​ກັບ​ຢູໂຣບຂອງສະພາ​ສູງ
ສັງ​ກັດພັກ​ເດ​ໂມແຄຣັດ ຈະໄປ​ຢ້ຽມຢາມ ຢູ​ເຄຣນ ​ໃນ​ວັນ​ອາທິດ​ມື້​ອື່ນນີ້ ​ເພື່ອ​ສົນທະນາ​
ກັບບັນດາເຈົ້າ​ໜ້າ​ທີ່​ລັດຖະບານ ບັນດາຜູ້​ນໍາ​ຝ່າຍ​ຄ້ານ ​ແລະຜູ້​ນໍາ​ສັງ​ຄົມ​ພົນລະ​ເຮືອນ.

ບັນດາ​ຜູ້​ຊ່ວຍກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ພວກ​ຜູ້​ແທນ​ສະພາ​ສູງ ​ໄດ້​ລົງມະຕິ ຮຽກຮ້ອງ​ໃຫ້​
ສະຫະລັດພິຈາລະນາ​ລົງ​ໂທດຢູ​ເຄຣນ ​ໃນ​ກໍລະນີ​ທີ່​ຍັງ​ມີ​ການ​ສ້າງຄວາມຮຸນ​ແຮງ ​ຕ້ານ
ການເດີນ​ປະ​ທ້ວງ​ຢ່າງ​ສັນຕິນັ້ນຢູ່.

Ukraine
please wait
Embed

No media source currently available

0:00 0:01:24 0:00
XS
SM
MD
LG