ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູ​ເຄຣນ ຍົກເລີກ ການຢຸດຍິງ ກັບ ພວກແບ່ງແຍກດິນແດນ ທີ່ນິຍົມຣັດ​ເຊຍ (ວີດີໂອ)


Ukraine SOTVO
please wait
Embed

No media source currently available

0:00 0:00:39 0:00
ຢູ​ເຄຣນໄດ້ປະກາດຍົກເລີກຢ່າງເປັນທາງການ ການຢຸດຍິງ
ລະຫວ່າງເທດການບຸນ Easter ຕໍ່ພວກແບ່ງແຍກດິນແດນທີ່
ນິຍົມຣັດ​ເຊຍ ໃນພາກຕາເວັນອອກຂອງປະເທດ ແລະກ່າວວ່າ ການກໍ່ການປະຕິບັດງານຕໍ່ຕ້ານຕໍ່ພວກກໍ່ການຮ້າຍຈະເລີ້ມຄືນ
ອີກ ໃນຂະນະທີ່ຣັດ​ເຊຍໄດ້ຂູ່ ວ່າຈະຕອບໂຕ້ຄືນ.

ຮອງນາຍົກລັດຖະມົນຕີຜູ້ທີ 1 ທ່ານ Vitaliy Yarema ໄດ້ບອກ
ກັບພວກນັກຂ່າວ ໃນລະ ຫວ່າງກອງປະຊຸມຄະນະລັດຖະບານ
ໃນວັນພຸດມື້ນີ້ວ່າ ຈະມີການເອົາ ໃນອັນທີ່ທ່ານເອີ້ນວ່າ
“ບາດກ້າວທີ່ເໝາະສົມ” ຊຶ່ງຈະເຫັນຜົນທີ່ຕິດຕາມມາ ໃນໄວໆນີ້.

ທ່ານ Yarema ໄດ້ກ່າວວ່າ ຢູເຄຣນໄດ້ຮັບການຄ້ຳປະກັນຈາກສະຫະລັດວ່າຕົນຈະບໍ່
ຖືກ ປ່ອຍໃຫ້ປະເຊີນໜ້າກັບການຮຸກຮານຂອງຣັດເຊຍຕາມລຳພັງ. ທ່ານໄດ້ສະແດງ
ຄວາມຫວັງ ອອກມາວ່າ ການຊ່ອຍເຫຼືອຂອງສະຫະລັດນັ້ນຈະມີຢ່າງເປັນລ້ຳເປັນສັນ
ຫຼາຍຂຶ້ນ.

ທີ່ມົສກູ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ Sergei Lavro ໄດ້ບອກ
ກັບໂທລະພາບຂອງລັດວ່າ ຣັດເຊຍຈະຕອບໂຕ້ຖ້າຫາກວ່າຜົນປະໂຫຍດຢ່າງຖືກ
ຕ້ອງຊອບທຳຂອງຕົນ ຫຼືແມ່ນແຕ່ຊາວຣັດເຊຍຖືກໂຈມຕີ.

ທ່ານໄດ້ກ່າວອີກວ່າ ການຕອບໂຕ້ນັ້ນຈະຄືກັນ ກັບເຫດການໃນ Ossetia ໃຕ້
ໃນປີ 2008 ຊຶ່ງໄດ້ພາໃຫ້ເກີດສົງຄາມເປັນເວລາສັ້ນໆກັບປະເທດ Georgia.

ທຳນຽບຫ້າແຈ ໄດ້ກ່າວໃນວັນອັງຄານວານນີ້ວ່າ ຕົນຈະສົ່ງກອງກຳລັງທະຫານ 600 ຄົນ ໄປຍັງ Poland ແລະບັນດາປະເທດໃນເຂດທະເລ Baltics ເພື່ອເປັນການສົ່ງສັນ
ຍານໃຫ້ ມົສກູ ແລະເພື່ອໃຫ້ການຄ້ຳປະກັນຕໍ່ພັນທະມິດ ແລະປະເທດພາຄີທັງຫຼາຍ
ຂອງສະຫະລັດ.
Pro-Russian Separatists Plan 'Federalization Referendum' in Eastern Ukraine
please wait

No media source currently available

0:00 0:01:40 0:00

ຮອງປະທານາທິບໍດີສະ​ຫະລັດ ທ່ານ Joe Bidenໄດ້ເສັດສິ້ນການຢ້ຽມຢາມນະຄອນ
ຫຼວງ Kyiv ເປັນເວລາ 2 ມື້​ ໃນວັນອັງຄານວານນີ້ ໂດຍຮຽກຮ້ອງໃຫ້ມົສກູ ປະຕິບັດ
ຕາມຄຳໝັ້ນສັນຍາຂອງຕົນ ທີ່ໄດ້ໃຫ້ໄວ້ວ່າ ຈະຖອນການສະໜັບສະໜຸນຕໍ່ພວກແບ່ງ
ແຍກດິນແດນປະກອບອາວຸດຊາວຣັດເຊຍ ໃນຢູເຄຣນນັ້ນ.

ການເຄື່ອນໄຫວກອງກຳລັງທະຫານຂອງຢູເຄຣນໃນອາທິດແລ້ວນີ້ເພື່ອຂັບໄລ່ພວກ
ປະທ້ວງອອກໄປຈາກຕຶກໂຮງການລັດຖະບານ ທີ່ພວກເຂົາເຂົ້າຍຶດເອົາຢູ່ໃນ 10 ກວ່າຫົວເມືອງນັ້ນ ໄດ້ປະສົບກັບຄວາມລົ້ມແຫຼວ.

ໄດ້ມີການເຊັນຂໍ້ຕົກລົງສະບັບນຶ່ງ ທີ່ນະຄອນ Geneva ໃນອາທິດແລ້ວນີ້ ທີ່ແນໃສ່
ເພື່ອຫຼຸດ ຜ່ອນຄວາມເຄັ່ງຕຶງລົງໃນຢູເຄຣນນັ້ນ ແມ່ນບໍ່ໄປຮອດໃສ ແລະພວກສະໜັບ
ສະໜຸນຣັດເຊຍ ບໍ່ໄດ້ສະແດງຮ່ອງຮອຍໃດໆໃຫ້ເຫັນວ່າ ຕົນຈະຍອມອ່ອນຂໍ້ໃຫ້ກ່ຽວ
ກັບເລື່ອງນີ້.
XS
SM
MD
LG