ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງ ຢູເຄຣນ ເຂົ້າຍຶດເອົາ ເມືອງທ່າ Mariupol ຄືນ (ສະໄລດ໌)


ແຜນທີ່ເຂດ Donestsk
ແຜນທີ່ເຂດ Donestsk
ກຳລັງ​ຮັກສາ​ຄວາມ​ປອດ​ໄພຂອງຢູ​ເຄຣນ ​ໄດ້​ເຂົ້າ​ຄວບ​ຄຸມ
ເມືອງ Mariupol ຄືນອີກ ຊຶ່ງເປັນເມືອງທ່າ​ເຮືອ ​ຢູ່ໃນ​ຂົງ
​ເຂດ Donetsk ທີ່ໄດ້ມີການປ່ຽນ​ມື​ກັນ ​ມາ​ຫຼາຍ​ເທື່ອ​ແລ້ວ.

ລັດ​ຖະມົນຕີ​ກະຊວງພາຍ​ໃນ ທ່ານ Arsen Avakov ກ່າວ
​ວ່າ ກຳລັງ​ທະຫານ​ຢູ​ເຄຣນ​ໄດ້​ຊັກ​ທຸງ​ຊາດຂອງ​ປະ​ເທດຂຶ້ນ
ທີ່​ໂຮງ​ການ​ເມືອງ ​ໃນ​ວັນ​ສຸກ​ມື້​ນີ້.

​ກ່ອນໜ້ານີ້ ທ່ານ​ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້
​ອ້ອມ​ເມືອງ​ທີ່​ພວກ​ກະບົດ​ຍຶດຄອງດັ່ງກ່າວ​ໄວ້ແລ້ວ.

ພວກ​ແບ່ງ​ແຍກ​ດິນ​ແດນສະໜັບສະໜູນຣັດ​ເຊຍ​ໃນ​ເມືອງ Mariupol ກ່າວ​ວ່າ ສະມາ
ຊິກ ​ຫ້າ​ຄົນ​ຂອງ​ຕົນ ​ໄດ້ເສຍ​ຊີວິດຈາກ​ການ​ສູ້ລົບກັນ.

​ໃນ​ວັນ​ພະຫັດ​ວານ​ນີ້ ພວກ​ແບ່ງ​ແຍກ​ດິນ​ແດນ ​ໃນ​ເມືອງ Donetsk ກ່າວ​ວ່າ ລົດ​ຕູ້ຄັນ​
ນຶ່ງ​ທີ່ໃຊ້​ໂດຍຫົວໜ້າ​ກະ​ບົດ​ແບ່ງ​ແຍກ​ດິນ​ແດນທ່ານ Denis Pushilin ​ໄດ້​ລະ​ເບີດ​ຂື້ນ​
ຢູ່​ກາງ​ເມືອງ ​ເຮັດ​ໃຫ້​ອາລັກຂາຂອງທ່ານ ຢ່າງ​ໜ້ອຍ​ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ກະບົດ​ກ່າວ​ວ່າ ທ່ານ Pushilin ນຶ່ງ​ໃນ​ຈຳ​ນວນ​ຜູ້ນຳ ​ທີ່ປະກາດ​ຕົນ​ເອງ​ເປັນ
ສາທາລະນະ​ລັດປະຊາຊົນ Donetsk ບໍ່​ໄດ້​ຢູ່​ໃນ​ລົດ​ຕູ້​ຄັນ​ນັ້ນ ​ເວລາລົດ​ລະ​ເບີດ​ຂື້ນ​ຢູ່
​ຕໍ່ໜ້າ​ຕຶກ ບ່ອນ​ທີ່​ພວກແບ່ງ​ແຍກ​ດິນ​ແດນ​ ຄວບຄຸມ​ຢູ່​ນັ້ນ.

​ໃນ​ວັນ​ພະຫັດ​ວານ​ນີ້​ເຊັ່ນ​ດຽວ​ກັນ ລັດຖະມົນຕີ​ກະຊວງພາຍ​ໃນ ທ່ານ Avakov ​ໄດ້​
ກ່າວ​ຫາຣັດ​ເຊຍວ່າ​ ອະນຸຍາດ​ໃຫ້​ຂະ​ບວນລົດ​ຫຸ້ມ​ເກາະ ຮວມ​ທັງ​ລົດ​ຖັງ​ທະຫານ
​ສາມ​ຄັນຂ້າມ​ເຂົ້າ​ໄປໃນຢູ​ເຄຣນທີ່ດ່ານຊາຍ​ແດນແຫ່ງນຶ່ງ ທີ່ຄວບຄຸມໂດຍ ພວກ​ແບ່ງ​
ແຍກ​ດິນ​ແດນ​.

​ໂຄສົກ​ຄົນ​ນຶ່ງ​ ຂອງປະ​ທາ​ນາ​ທິບໍດີ Petro Poroshenko ກ່າວ​ວ່າ ຜູ້ນຳຢູ​ເຄຣນ ​ໄດ້
​ບອກປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ວ່າ ລາຍ​ງານ​ການ​ຂ້າມ​ຊາຍ
​ແດນດັ່ງກ່າວນີ້ ແມ່ນ “​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້.”
XS
SM
MD
LG