ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢູເຄຣນ ແຕ່ງຕັ້ງ ລັດຖະມົນຕີ ປ້ອງກັນປະເທດ ຄົນໃໝ່ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko ກ່າວຄຳປາໄສ ທາງໂທລະພາບ ທີ່ນະຄອນ Kyiv
ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko ກ່າວຄຳປາໄສ ທາງໂທລະພາບ ທີ່ນະຄອນ Kyiv

ປະທານາທິບໍດີ ຢູ​ເຄຣນ ທ່ານ Petro Poroshenko ​ໄດ້​ແຕ່ງ​ຕັ້ງ
​ບັນດາ​ເຈົ້າ​ໜ້າ​ທີ່​ຊຸດ​ໃໝ່ ຢູ່ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ຂະນະ​ທີ່
ບັນດາ​ເຈົ້າ​ໜ້າ​ທີ່ສະຫະ​ພາບຢູ​ໂຣບ ກົດ​ດັນໃຫ້ມີ​ການ​ເຈລະຈາທີ່
​ແນໃສ່​ເພື່ອໃຫ້ເລີ້ມ​ຢຸດ​ຍິງຄືນອີກລະຫວ່າງທະຫານຢູ​ເຄຣນແລະ
​ພວກ​ແບ່ງ​ແຍກ​ດິນ​ແດນນິຍົມຣັດເຊຍ.

ລັດຖະບານ​ຢູ​ເຄຣນ ​ໄດ້​ປະກາດ​ໃນ​ວັນ​ພະຫັດ​ມື້​ນີ້ວ່າ ທ່ານ
Varely Heletey ​ໄດ້​ຖືກແຕ່ງຕັ້ງ ໃຫ້​ເປັນລັດຖະມົນຕີ​ປ້ອງ​ກັນ​
ປະ​ເທດຄົນໃໝ່ ໃນ​ຂະນະ​ທີ່ທ່ານ Viktor Muzhenko ​ໄດ້​ຖື​ກ
ແຕ່ງຕັ້ງ​ໃຫ້​ເປັນ​ຫົວໜ້າເສນາທິການກອງທັບ.

​ໃນ​ວັນ​ພຸດ​ວານ​ນີ້ ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ ຂອງຢູເຄຣນ ຣັດ​ເຊຍ ຝຣັ່ງ ​ແລະ​ເຢຍຣະ​
ມັນ​ໄດ້​ພົບ​ປະກັນ​ທີ່ນະຄອນ Berlin ​ແລະ​ກ່າວ​ວ່າ ການສົນທະນາ ​ກັນ​ໄດ້ແນ​ໃສ່​ ເພື່ອເລີ້ມ​
ໃຫ້​ມີ​ການ​ຢຸດ​ຍິງ ​ລະ​ຫວ່າງທະຫານ​ຢູ​ເຄຣນ ​ແລະ​ພວກ​ກະບົດ​ນິຍົມຣັດ​ເຊຍ ທີ່​ຈະຕ້ອງ​
ເລີ້ມ​ຂື້ນ ​ບໍ່​ຊ້າ​ກວ່າ​ວັນເສົາ ​ຈະ​ມາ​ເຖິງ​ນີ້.

ບັນດາ​ນັກ​ການ​ທູດ ​ໄດ້​ປະກາດ​ຄວາມ​ເຫັນຢ່າງເປັນເອກກະສັນ ຢູ່​ໃນ​ຖະ​ແຫຼ​ງ​ການສະບັບ
ນຶ່ງ ​ໃນ​ຂະນະ​ທີ່​ມີ​ການ​ສູ້ລົບ​ກັນ​ ຢູ່​ໃກ້​ກັບ​ຊາຍ​ແດນຣັດ​ເຊຍ. ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ເຈລະ
ຈາ​ຂັ້ນ​ຕົ້ນ​ຈະ​ແນໃສ່ ການ​ສ້າງ​ຕັ້ງ “ການຢຸດຍິງແບບ ຍືນຍາວທີ່ບໍ່ມີເງື່ອນໄຂ ແລະເຫັນດີ ເຫັນພ້ອມນຳກັນ” ຊຶ່ງຈະມີການ​ສັງ​ເກ​ດການໂດຍອົງການວ່າດ້ວຍຄວາມ​ປອດ​ໄພ ​ແລະ
ການ​ຮ່ວມ​ມື​ໃນ​ຢູ​ໂຣບ.

UKRAINE CNPK
please wait
Embed

No media source currently available

0:00 0:01:46 0:00

ປະທານາທິບໍດີຢູ​ເຄຣນ ທ່ານ Poroshenko ​ໄດ້​ປະກາດ​ການ​ຢຸດ​ຍິງ​ຝ່າຍ​ດຽວ​ເປັນ​ເວລາ
ນຶ່ງ​ອາທິດ ​ໃນ​ວັນ​ທີ 20 ມິຖຸນາແລະ​ໄດ້​ຕໍ່​ເວລາອອກ​ໄປ​ອີກສາມວັນ. ​ໂດຍອ້າງ​ວ່າຂາດ​ການ
​ຮ່ວມ​ມື​ຈາກ​ພວກ​ກະບົດ ທ່ານ​ໄດ້​ປະຕິ​ເສດ​ບໍ່​ຍອມຕໍ່ເວລາ ຕື່ມ​ອີກເປັນ​ເທຶ່ອທີສອງແລະ​ໄດ້​
ສັ່ງ​ໃຫ້​ທະຫານ​ການເລີ້ມ​ປະຕິບັດ​ງານຄັ້ງ​ໃໝ່ໃນ​ວັນ​ອັງຄານ​ທີ່​ຜ່ານ​ມານີ້.

XS
SM
MD
LG