ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີທາງອາກາດຂອງຣັດເຊຍ ຖືກເມືອງທ່າ ໂອແດສຊາ ທາງພາກຕາເວັນຕົກສຽງໃຕ້ຂອງຢູເຄຣນ


ພວກພະນັກງານດັບໄຟ ສີດນ້ຳໃສ່ໄຟ ໃນຕຶກແຫ່ງນຶ່ງທີ່ໄດ້ຖືກທຳລາຍ ໂດຍການໂຈມຕີທາງອາກາດ ໃນເມືອງທ່າ ໂອແດສຊາ ຂອງຢູເຄຣນ, ຂະນະທີ່ເຫັນໄດ້ຢູ່ໃນພາບນິ້ງນີ້ ຈາກວີດີໂອ ທີ່ໄດ້ຖືກເປີດເຜີຍ ໃນວັນທີ 2 ພຶດສະພາ 2022.
ພວກພະນັກງານດັບໄຟ ສີດນ້ຳໃສ່ໄຟ ໃນຕຶກແຫ່ງນຶ່ງທີ່ໄດ້ຖືກທຳລາຍ ໂດຍການໂຈມຕີທາງອາກາດ ໃນເມືອງທ່າ ໂອແດສຊາ ຂອງຢູເຄຣນ, ຂະນະທີ່ເຫັນໄດ້ຢູ່ໃນພາບນິ້ງນີ້ ຈາກວີດີໂອ ທີ່ໄດ້ຖືກເປີດເຜີຍ ໃນວັນທີ 2 ພຶດສະພາ 2022.

ຣັດເຊຍ ໄດ້ເລີ້ມບຸກໂຈມຕີບັ້ນໃໝ່ ຕໍ່ເມືອງທ່າ ໂອແດສຊາ ທາງພາກຕາເວັນຕົກສຽງໃຕ້ຂອງຢູເຄຣນ ໃນວັນຈັນວານນີ້ ໃນຂະນະດຽວກັນ ສະຫະພາບຢູໂຣບ ກໍໄດ້ກຽມພ້ອມການວາງມາດຕະການລົງໂທດຮອບໃໝ່ ຕໍ່ນ້ຳມັນຂອງຣັດເຊຍ ເຊັ່ນກັນ.

ສະພາຂອງເມືອງໂອແດສຊາ ໄດ້ກ່າວໃນວັນຈັນວານນີ້ ວ່າ ການໂຈມຕີທາງອາກາດຂອງຣັດເຊຍ ຖືກຕຶກທີ່ຢູ່ອາໄສຂອງປະຊາຊົນ ໃນເມືອງດັ່ງກ່າວ ໂດຍສັງຫານເດັກນ້ອຍຜູ້ຊາຍອາຍຸ 15 ປີ ແລະເຮັດໃຫ້ເດັກນ້ອຍຜູ້ຍິງຄົນນຶ່ງ ໄດ້ເຂົ້າໂຮງໝໍ. ຜູ້ປົກຄອງພື້ນທີ່ ທ່ານມາກຊິມ ມາຣເຊັງໂກ (Maksym Marchenko) ໄດ້ກ່າວວ່າ ລູກສອນໄຟຂອງຣັດເຊຍ ຍັງໄດ້ຍິງຖືກຂົວຍຸດທະສາດທີ່ສຳຄັນ ໃນພື້ນທີ່ຂອງເມືອງ.

ສະຫະພາບຢູໂຣບ ຄາດກັນວ່າ ຈະນຳສະເໜີຊຸດມາດຕະການລົງໂທດໃໝ່ ໄວທີ່ສຸດເທົ່າທີ່ຈະໄວໄດ້ ໃນວັນອັງຄານມື້ນີ້ ທີ່ລວມມີ ການຈຳກັດຕໍ່ນ້ຳມັນຂອງ ຣັດເຊຍ. ບັນດາເຈົ້າໜ້າທີ່ເຢຍຣະມັນ ໄດ້ລະບຸ ໃນວັນຈັນວານນີ້ ວ່າ ປະເທດນີ້ ອາດສະໜັບສະໜຸນ ການຂວ້ຳບາດນ້ຳມັນຂອງຣັດເຊຍ ໂດຍສະຫະພາບຢູໂຣບຢ່າງເຕັມສ່ວນ.

ລັດຖະມົນຕີດ້ານເສດຖະກິດຂອງເຢຍຣະມັນ ທ່ານໂຣເບີດ ຮາເບັກ ໄດ້ກ່າວວ່າ “ພວກເຮົາ ສາມາດບັນລຸເຖິງສະຖານະການ ບ່ອນທີ່ວ່າ ເຢຍຣະມັນ ແມ່ນສາມາດທີ່ຈະແບກຫາບພາລະ ການຂວ້ຳບາດນ້ຳມັນໄດ້.”

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ກ່າວຖະແຫລງ ຜ່ານທາງວີດີໂອໃນແຕ່ລະຄືນ ສຳລັບວັນຈັນວານນີ້ ວ່າ “ພວກເຮົາຄາດວ່າ ຊຸດມາດຕະການລົງໂທດໃໝ່ ຈາກສະຫະພາບຢູໂຣບ ໃນໄວໆນີ້. ຊຸດນີ້ ຄວນລວມເຖິງ ບາດກ້າວຕ່າງໆທີ່ຈະແຈ້ງຕໍ່ພາກສ່ວນລາຍຮັບທັງຫຼາຍ ຈາກແຫຼ່ງພະລັງງານຂອງຣັດເຊຍ.”

ເມື່ອຕອນເຊົ້າວັນຈັນວານນີ້ ລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ໄດ້ກ່າວວ່າ ການຍົກຍ້າຍພົນລະເຮືອນອອກຈາກເມືອງມາຣີອູໂລປ ທີ່ໄດ້ຖືກປິດລ້ອມນັ້ນ ຍັງຄົງ “ບອບບາງຫຼາຍຢູ່” ຫຼັງຈາກທີ່ກຸ່ມທຳອິດ ສາມາດອອກໄປຈາກໂຮງງານເຫຼັກ ທີ່ໄດ້ຖືກຍິງຖະລົ່ມ.

ທ່ານດີມີໂທຣ ຄູເລບາ ໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງກີຢິບ ໃນວັນຈັນວ່ານນີ້ ວ່າ “ສິ່ງຕ່າງໆສາມາດພັງລົງໃນຍາມໃດກໍໄດ້ ສະນັ້ນ ມັນຈະດີກວ່າ ທີ່ຈະລໍຖ້າຈົນກວ່າການຍົກຍ້າຍສຳເລັດແລ້ວ.”

ທ່ານເຊເລັນສກີ ໄດ້ກ່າວໃນຂໍ້ຄວາມຜ່ານທາງວີດີໂອ ວ່າ ພົນລະເຮືອນຫຼາຍກວ່າ 100 ຄົນ ສາມາດໜີອອກໄປ ໃນວັນອາທິດ ແລະວ່າ ພວກເຂົາເຈົ້າ ໄດ້ມຸ້ງໜ້າໄປຍັງເມືອງຊາໂປຣີສເຊຍ ຫ່າງໄປປະມານ 200 ກິໂລແມັດ ເຖິງແມ່ນວ່າ ໄດ້ມີລາຍງານວ່າ ຄວາມຄືບໜ້າຂອງພວກເຂົາເຈົ້ານັ້ນ ແມ່ນຍັງຊ້າຢູ່. ທ່ານຄູເລບາ ໄດ້ກ່າວໃນວັນຈັນວານນີ້ ວ່າ ການຍົກຍ້າຍນັ້ນ ໄດ້ດຳເນີນການໂດຍອົງການສະຫະປະຊາຊາດ ແລະຄະນະກຳມະການສະພາກາແດງສາກົນ ກໍຍັງ “ດຳເນີນໄປຢູ່” ແລະໄດ້ປະຕິເສດທີ່ຈະໃຫ້ລາຍລະອຽດຕື່ມ ຈົນກວ່າວ່າ ມັນໄດ້ສຳເລັດເສຍກ່ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG