ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢູ​ເຄ​ຣນ ຄາດ​ວ່າ​ ຈະ​ອົບ​ພະ​ຍົບ ພົນ​ລະ​ເຮືອນ​ອອກ​ຈາກ​ໂຮງ​ງານ​ເຫຼັກ ໃນ​ເມືອງ ມາ​ຣິ​ອູ​ໂປ​ລ ເພີ່ມ​ເຕີມ


ໃນ​ຮູບ​ຈາກວິ​ດີ​ໂອ​ທີ່​ຖືກ​ເຜີຍ​ແຜ່​ໃນ​ວັນ​ທີ 1 ພຶດ​ສະ​ພາ 2021, ເດັກ​ນ້ອຍ​ຄົນ​ນຶ່ງ​ນັ່ງ​ຢູ່ໃນ​ລົ​ດ​ເມ ໃນ​ລະ​ຫວ່າງ​ການ​ອົບ​ພະ​ຍົບ​ອອກ​ຈາກ​ໂຮງ​ງານ​ເຫຼັກ ອາ​ຊອ​ຟ​ສ​ຕອ​ລ. Credit: David Arakhamia/Azov Regiment/Handout via Reuters.
ໃນ​ຮູບ​ຈາກວິ​ດີ​ໂອ​ທີ່​ຖືກ​ເຜີຍ​ແຜ່​ໃນ​ວັນ​ທີ 1 ພຶດ​ສະ​ພາ 2021, ເດັກ​ນ້ອຍ​ຄົນ​ນຶ່ງ​ນັ່ງ​ຢູ່ໃນ​ລົ​ດ​ເມ ໃນ​ລະ​ຫວ່າງ​ການ​ອົບ​ພະ​ຍົບ​ອອກ​ຈາກ​ໂຮງ​ງານ​ເຫຼັກ ອາ​ຊອ​ຟ​ສ​ຕອ​ລ. Credit: David Arakhamia/Azov Regiment/Handout via Reuters.

ພວກ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຄາດ​ວ່າ ​ພົນ​ລະ​ເຮືອນ​ຈຳ​ນວນຫຼາຍກວ່າ​ເກົ່າ​ຈະ​ສາ​ມາດ​ອົບ​ພະ​ຍົບ​ອອກ​ຈາກ​ເມືອງ​ມາ​ຣິ​ອູ​ໂປ​ລ​ທີ່​ຖືກ​ປິດ​ລ້ອມ​ໃນ​ວັນ​ຈັນ​ມື້ນີ້.

ດ້ວຍກອງ​ທະ​ຫານ​ຣັດ​ເຊຍ​ຄວບ​ຄຸມ​ພື້ນ​ທີ່ໆ​ເຫຼືອ​ຂອງ​ເມືອງ​ມາ​ຣິ​ອູ​ໂປ​ລ​ນັ້ນ, ພົນ​ລະ​ເຮືອນຫຼາຍ​ຮ້ອຍ​ຄົນ ແລະ ກອງ​ທະ​ຫານ​ຢູ​ເຄ​ຣນ​ປະ​ມານ 2,000 ຄົນ​ໄດ້ຫຼົບ​ລີ້​ຢູ​ໃນ​ໂຮ​ງ​ງານ​ເຫຼັກ ອາ​ຊອ​ຟ​ສ​ຕອ​ລ. ການ​ພະ​ຍາ​ຍາມ​ອົບ​ພະ​ຍົບ ​ອອກຈາກ​ສະ​ຖານ​ທີ່​ດັ່ງ​ກ່າວຫຼາຍ​ຄັ້ງ​ກ່ອນ​ໜ້ານີ້​ ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ໂດຍ​ທີ່​ຢູ​ເຄ​ຣນ​ກ່າວ​ຫາ​ຣັດ​ເຊຍ ກ່ຽວ​ກັບ​ການ​ລະ​ດົມ​ຍິງ​ໃສ່​ເສັ້ນ​ທາງ​ການ​ອົບ​ພະ​ຍົບ.

ທ່ານ ເຊ​ເລັນ​ສ​ກີ ກ່າວ​ວ່າ “ເປັນ​ຄັ້ງ​ທຳ​ອິ​ດ, ມັນ​ມີ​ສອງວັນ​ຂອງ​ການ​ຢຸດ​ຍິງ​ທີ່​ແທ້​ຈິງ​ໃນ​ເຂດ​ແດນ​ດັ່ງ​ກ່າວ.”

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ຢູ​ເຄ​ຣນ ທ່ານ ໄອ​ຣີ​ນາ ເວ​ເຣ​ຊຸກ ໄດ້​ເອີ້ນ​ສະ​ຖາ​ນະ​ການ​ຢູ່​ໂຮງ​ງານ​ອາ​ຊອ​ຟ​ສ​ຕອ​ລ ວ່າ “ໄພ​ຫາ​ຍະ​ນະ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ແທ້​ຈິງ” ດ້ວຍ​ປະ​ຊາ​ຊົນ​ເລີ່ມ​ມີ​ອາ​ຫານ, ນ້ຳ ແລະ ຢາ​ໜ້ອຍ​ລົງ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ຄະ​ນະ​ກຳ​ມະ​ການ​ກາ​ແດງ​ໄດ້​ດຳ​ເນີນ​ການ​ອົບ​ພະ​ຍົບ ​ໃນ​ວັນ​ອາ​ທິດ​ວານນີ້, ໂດຍ​ເອີ້ນ​ມັນ​ວ່າ “ການ​ປະ​ຕິ​ບັດ​ການ​ທາງ​ຜ່ານ​ທີ່​ປອດ​ໄພ.”

ພົນ​ລະ​ເຮືອນ​ຢູ​ເຄ​ຣນຫຼາຍ​ເຖິງ 100,000 ຄົນ​ອາດ​ຍັງ​ຢູ່​ໃນ​ເມືອງ​ມາ​ຣິ​ອູ​ໂປ​ລ, ເຊິ່ງ​ຕັ້ງ​ຢູ່​ຊາຍ​ຝັ່ງ​ພາກ​ເໜືອ​ຂອງ​ທະ​ເລ ອາ​ຊອ​ຟ, ຫຼັງ​ຈາກ​ການ​ໂຈມ​ຕີ​ຖິ້ມ​ລະ

​ເບີດ​ສອງວັນ​ທີ່​ໄດ້​ເຮັດ​ໃຫ້​ເມືອງ​ດັ່ງ​ກ່າວ​ແປນ​ກ້ຽງ.

ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ, ເຊິ່ງ​ພ້ອມ​ກັບ​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ອີກ 6 ຄົນ​ໄດ້​ປະ​ກາດ​ການ​ຢ້ຽມ​ຢາມ​ນະ​ຄອນຫຼວງ​ກີ​ຢິບ​ວັນ​ເສົາ​ທີ່​ຜ່ານ​ມາ​ເພື່ອ​ພົບ​ປະ​ກັບ​ທ່ານ​ເຊ​ເລັນ​ສ​ກີ​ນັ້ນ, ໄດ້​ຈັດ​ການ​ເຈ​ລະ​ຈາ​ໃນ​ປະ​ເທດ​ໂປ​ແລນ​ວັນ​ຈັນ​ມື້ນີ້​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອານ​ເດ​ຣ​ສ ດູ​ດາ ໃນ​ຂະ​ນະ​ທີ່ທ່ານນ​າງ​ສັນ​ຍາ​ການ​ສະ​ໜັບ​ສະ​ໜູນ ​ສຳ​ລັບ​ບັນ​ດາ​ພັນ​ທະ​ມິດ​ອົງ​ການ NATO ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ເພື່ອ​ຄ້ຳ​ຈູນ​ຢູ​ເຄ​ຣນ.

ທ່ານ​ນາງ​ເພ​ໂລ​ຊີ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ການ​ພົບ​ປະ​ຂອງ​ພວກ​ເຮົາ​ຈະ​ແນ​ໃສ່​ການ​ເສີມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ເປັນ​ຄູ່​ຮ່ວມ​ງານ​ຂອງ​ພວກ​ເຮົາ ໂດຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄຸນ ໃນ​ການ​ເປັນ​ຜູ້​ນຳ​ພາ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ໂປ​ແລນ ແລະ​ຫາ​ລື​ກ່ຽວ​ກັບ​ວ່າພວກ​ເຮົາ​ຈະ​ເຮັດ​ວຽກ​ຮ່ວມ​ກັນເພີ້ມ​ຂຶ້ນ​ແບບ​ໃດ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຢູ​ເຄ​ຣນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG