ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢູ​ເຄ​ຣນ​ຄາດ​ວ່າ ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ ໃນ​ການ​ເຮັດ​ສົງ​ຄາມ​ຂອງ​ອັງ​ກິດ ຈະ​ດຳ​ເນີນ​ຕໍ່​ໄປ ຫຼັງ​ຈາກ​ທ່ານ​ຈອນ​ສັນ​ລາ​ອອກ


ແຟ້ນ - ໃນ​ຮູບ​ພາບ​ທີ່​ສະ​ໜອງ​ໂດຍ​ຫ້ອງ​ການ​ຂ່າວ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ (ກາງ​ຂວາ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ບໍ​ຣິ​ສ ຈອນ​ສັນ (ກາ​ງ​ຊ້າຍ) ໃນ​ລະ​ຫວ່າງ​ທ່ານ​ຈອນ​ສັນ​ຢ້ຽມ​ຢາມ​ກີ​ຢິບ ເມື່ອ​ວັນ​ທີ 9 ເມ​ສາ 2022.
ແຟ້ນ - ໃນ​ຮູບ​ພາບ​ທີ່​ສະ​ໜອງ​ໂດຍ​ຫ້ອງ​ການ​ຂ່າວ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ (ກາງ​ຂວາ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ບໍ​ຣິ​ສ ຈອນ​ສັນ (ກາ​ງ​ຊ້າຍ) ໃນ​ລະ​ຫວ່າງ​ທ່ານ​ຈອນ​ສັນ​ຢ້ຽມ​ຢາມ​ກີ​ຢິບ ເມື່ອ​ວັນ​ທີ 9 ເມ​ສາ 2022.

ຢູ​ເຄ​ຣນ​ກ່າວ​ວ່າ ຕົນ​ຄາດ​ວ່າ​ປະ​ເທດ​ອັງ​ກິດ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ແຂ່ງ​ຂັນ​ຕໍ່​ກີ​ຢິບ ໃນ​ການ​ຕໍ່​ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເຖິງ​ແມ່ນ​ຫຼັງ​ຈາກ​ໄດ້​ມີ​ການ​ເລືອກ​ເອົາ ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ແທນ​ທ່ານ​ບໍ​ຣິ​ສ ຈອນ​ສັນ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ປະ​ກາດ​ລາ​ອອກ ໃນ​ວັນ​ພະ​ຫັດ​ວານນີ້.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ໄດ້​ຂອບ​ອົກ​ຂອງ​ໃຈ​ທ່ານ​ຈອນ​ສັນ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນຕໍ່​ຄວາມ​ພະ​ຍາ​ຍາມ​ໃນ​ການ​ເຮັດ​ສົງ​ຄາມ​ຂອງ​ກີ​ຢິບ ​ໃນ​ຂະ​ນະ​ທີ່​ພວກ​ຜູ້​ນຳ​ທັງ​ສອງ​ໄດ້​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ.

ທຳ​ນຽບ​ຂອງ​ທ່ານ​ເຊ​ເລນ​ສ​ກີ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ພວກ​ເຮົາ​ທັງ​ໝົດ​ຕ່າງ​ກໍ​ໄດ້​ຍິນ​ຂ່າວນີ້ (ການ​ລາ​ອອກ​ຂອງ​ທ່ານ​ຈອນ​ສັນ) ດ້ວຍ​ຄວາມ​ເສົ້າ​ໃຈ. ບໍ່​ພຽງ​ແຕ່​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ ແຕ່​ສັງ​ຄົມ​ຂອງ​ຊາວ​ຢູ​ເຄ​ຣນ​ທັງ​ໝົດ ​ແມ່ນມີ​ຄວາມ​ເຂົ້າ​ໃຈເປັນ​ຢ່າງດີ​ຕໍ່​ທ່ານ. ພວກ​ເຮົາ​ບໍ່​ມີ​ຄວາມ​ສົງ​ໄສ​ໃດໆ​ເລີຍ​ວ່າ ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງອັງ​ກິດ​ຈະ​ມີ​ການ​ຮັກ​ສາ​ໄວ້ ແຕ່​ການ​ເປັນ​ຜູ້​ນຳ​ ແລະ​ບຸກ​ຄະ​ລິກໃນ​ທາງ​ສ່ວນ​ຕົວ​ຂອງ​ທ່ານ​ ເຮັດ​ໃຫ້​ມັນ​ມີ​ລັກ​ສະ​ນະ​ພິ​ເສດ.”

ຣັດ​ເຊຍ​ໄດ້​ຫົວ​ເຍາະ​ເຍີ້ຍ​ບັນ​ດາ​ປ​ະ​ເທດ​ຕາ​ເວັນ​ຕົກ​ທີ່​ຍັງ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ປະ​ຕິ​ບັດ​ງາ​ນ​ທາງ​ທະ​ຫານ​ຂອງ​ຢູ​ເຄ​ຣນ.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຣັດ​ເຊຍ ທ່ານ​ນາງ​ມາ​ເຣຍ ຊາ​ຄາ​ໂຣ​ວາ ກ່າວ​ວ່າ “ມັນ​ເປັນ​ທີ່​ມອງ​ເຫັນ​ຢ່າງ​ງ່າຍໆ​ສຳ​ລັບ​ທຸກ​ຄົນ​ທີ່​ວ່າ​ອຳ​ນາດ​ການ​ປົກ​ຄອງ​ເສ​ລີ​ນິ​ຍົມ ແມ່ນ​ພວມ​ຕົກ​ຢູ່​ທ່າມ​ກາ​ງວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ ອຸ​ດົມ​ການ​ແລະ​ເສດ​ຖະ​ກິດ​ຢ່າງ​ໜັກ. ສະ​ຖາ​ນະ​ການ​ທີ່​ເຄິ່ງ​ເປື່ອຍ​ເຫຍື່ອຍ​ຂອງ​ອັງ​ກິດ ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ. ການ​ສູນ​ເສຍ​ການ​ຄວບ​ຄຸມ ຄວາມ​ວຸ້ນ​ວາຍ​ແລະ​ການ​ດິ່ງ​ຫົວ​ລົງ ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວ​ຊານ.”

ສ່ວນ​ໂຄ​ສົກ​ຂອງວັງ​ເຄ​ຣັມ​ລິນ ທ່ານດ​ມີ​ຕ​ຣີ ເພັ​ສ​ຄອບ ກ່າວ​ວ່າ “ສຳ​ລັບ​ທ່ານ​ຈອນ​ສັນ​ແລ້ວ ລາວ​ບໍ່​ມັກ​ພວກ​ເຮົາ​ເປັນ​ທີ່​ສຸດ. ພວກ​ເຮົາ​ກໍ​ບໍ່​ມັກ​ລາວ​ຄື​ກັນ.”

ອ່າ​ນ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG